ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິສຣາແອລ ຈະປ່ອຍ ນັກໂທດ ປາແລສຕາຍນ໌


ແມ່ຍິງປາແລສຕາຍນ໌ຄົນນຶ່ງ ຖືຮູບພີ່ນ້ອງຂອງລາວ ທີ່ຖືກຄຸກ ໃນລະຫວ່າງການປະທ້ວງ ເນື່ອງໃນວັນ ນັກໂທດປາແລສຕາຍນ໌ ທີ່ເມືອງ Ramallah ໃນເຂດຝັ່ງຕາເວັນຕົກ ຂອງແມ່ນໍ້າຈໍແດັນ (17 ເມສາ 2013)
ແມ່ຍິງປາແລສຕາຍນ໌ຄົນນຶ່ງ ຖືຮູບພີ່ນ້ອງຂອງລາວ ທີ່ຖືກຄຸກ ໃນລະຫວ່າງການປະທ້ວງ ເນື່ອງໃນວັນ ນັກໂທດປາແລສຕາຍນ໌ ທີ່ເມືອງ Ramallah ໃນເຂດຝັ່ງຕາເວັນຕົກ ຂອງແມ່ນໍ້າຈໍແດັນ (17 ເມສາ 2013)
ອິສຣາແອລ ຕົກລົງທີ່ຈະປ່ອຍ ພວກນັກໂທດປາແລສຕາຍນ໌
ຈຳນວນນຶ່ງມື້ນຶ່ງຫຼັງຈາກລັດຖະບານຂອງທັງສອງຝ່າຍໄດ້ເຫັນ
ພ້ອມນຳກັນ ທີ່ຈະກັບຄືນເຂົ້າຮ່ວມການເຈລະຈາສັນຕິພາບໃນ
ຄວາມຫວັງ ເພື່ອຈະແກ້ໄຂ ບັນຫາຂັດແຍ້ງ ທີ່ມີມາ ເປັນເວລາ
ດົນນານແລ້ວນັ້ນ.

ລັດຖະມົນຕີຂອງລັດຖະບານອິສຣາແອລທ່ານ Yuval Steinitz ໄດ້ປະກາດໃນວັນເສົາມື້ນີ້ໂດຍບໍ່ໄດ້ໃຫ້ລາຍລະອຽດທີ່ສະເພາະ ເຈາະຈົງກ່ຽວກັບຈຳນວນພວກນັກໂທດ ຫຼືວ່າພວກເຂົາເປັນໃຜ.

ໃນຕອນແລງຂອງມື້ວັນສຸກວານນີ້ ລັດຖະມົນຕີກະຊວງຕ່າງປະ
ເທດສະຫະລັດ ທ່ານ John Kerry ໄດ້ປະກາດກ່ຽວກັບແຜນການທີ່ຈະເປີດການເຈລະຈາ ຄືນໃໝ່. ທ່ານໄດ້ຖະແຫຼງທີ່ນະຄອນຫຼວງອຳມານ ປະເທດຈໍແດັນ ລຸນຫຼັງທີ່ໄດ້ເດີນທາງກັບ ຄືນມາ ແຕ່ເມືອງ Ramallah ແລະພົບປະ ກັບປະທານາທິບໍດີປາແລສຕາຍນ໌ ທ່ານ Mah-
moud Abbas.

ລັດຖະມົນຕີຕ່າງປະເທດ ສຫລ ທ່ານ John Kerry (ຊ້າຍ) ພົບ ປ.ປາແລສຕາຍນ໌
ລັດຖະມົນຕີຕ່າງປະເທດ ສຫລ ທ່ານ John Kerry (ຊ້າຍ) ພົບ ປ.ປາແລສຕາຍນ໌


ທ່ານ Kerry ເວົ້າວ່າ ລາຍລະອຽດບາງຢ່າງ ພວມຫາທາງ
ຕົກລົງກັນຢູ່ ແຕ່ຖ້າຫາກທຸກສິ່ງທຸກຢ່າງດຳເນີນໄປດ້ວຍດີ ເຈົ້າໜ້າທີ່ປາແລສຕາຍນ໌ແລະອິສຣາແອລຈະເດີນທາງມາ
ຍັງກຸງວໍຊິງຕັນ ເພື່ອທຳການເຈລະຈາຂັ້ນຕົ້ນ ພາຍໃນເວລາ
ນຶ່ງຫຼືສອງອາທິດຂ້າງໜ້ານີ້.

ທ່ານໄດ້ກ່າວສັນລະເສີນນາຍົກລັດຖະມົນຕີ Benjamin Netanyahu ແຫ່ງອິສຣາແອລ ແລະປະທານາທິບໍດີ Abbas ແຫ່ງປາແລສຕາຍນ໌ ທີ່ໄດ້ຕັດສິນໃຈເລືອກເອົາທາງເລືອກ ທີ່ຍຸ່ງຍາກເຫຼົ່ານີ້.

ນີ້ແມ່ນການເດີນທາງ ເທື່ອທີ 6 ຂອງທ່ານ Kerry ໄປຍັງ ພາກຕາເວັນອອກກາງ ນັບແຕ່ ທ່ານໄດ້ເຂົ້າຮັບຕຳແໜ່ງເປັນລັດຖະມົນຕີການຕ່າງປະເທດສະຫະລັດໃນຕົ້ນປີນີ້. ຕົ້ນຕໍ ນັ້ນທ່ານມີໝາຍກຳນົດ ທີ່ຈະເດີນທາງກັບຄືນມາຍັງສະຫະລັດ ໃນຕອນເຊົ້າຂອງວັນສຸກ ວານນີ້. ທ່ານໄດ້ເລື່ອນເວລາໃນການເດີນທາງກັບຄືນປະເທດຫຼັງຈາກຮູ້ສຶກວ່າ ການຕົກ ລົງກັນທີ່ຈະເລີ້ມເປີດການເຈລະຈາຄືນໃໝ່ ໃກ້ຈະບັນລຸກັນໄດ້ແລ້ວ.

ການເຈລະຈາສັນຕິພາບ ລະຫວ່າງອິສຣາແອລ ແລະປາແລສຕາຍນ໌ ໄດ້ພັງທະລາຍລົງ ໃນປີ 2010.

ທຳນຽບຂາວກ່າວວ່າ ປະທານາທິບໍດີບາຣັກ ໂອບາມາໄດ້ໂທລະສັບໄປຫານາຍົກລັດຖະ ມົນຕີອິສຣາແອລທ່ານ Benjamin Netanyahu ໃນວັນພະຫັດຜ່ານມານີ້ຮ້ອງຂໍໃຫ້ທ່ານ ດຳເນີນງານຮ່ວມກັນກັບທ່ານ Kerry ເພື່ອໃຫ້ເປີດການເຈລະຈາກັບຝ່າຍປາແລສຕາຍນ໌ ຄືນໃໝ່ ໂດຍໄວເທົ່າທີ່ຈະໄວໄດ້.
XS
SM
MD
LG