ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ໄດ້
ພົບປະກັບຫົວໜ້າເຈລະຈາຂອງຝ່າຍປາແລສຕາຍນ໌ທ່ານ Saeb
Erekat ໃນວັນສຸກມື້ນີ້ ຂະນະທີ່ທ່ານສືບຕໍ່ຊຸກຍູ້ ໃຫ້ເປີດການເຈ ລະຈາສັນຕິພາບ ລະຫວ່າງອິສຣາແອລ ແລະປາແລສຕາຍນ໌ຄືນ
ໃໝ່ນັ້ນ.
ຍັງບໍ່ມີການຖະແຫຼງໃດໆໃຫ້ຊາບ ກ່ຽວກັບຜົນຂອງການພົບປະ
ທີ່ນະຄອນຫລວງອຳມານຂອງຈໍແດັນຊຶ່ງມີຂຶ້ນບໍ່ເທົ່າໃດຊົ່ວໂມງ ກ່ອນທີ່ທ່ານ Kerry ມີກຳນົດມ້ວນທ້າຍການຢ້ຽມຢາມ ພາກຕາ ເວັນອອກກາງຂອງທ່ານ ແລະເດີນທາງກັບຄືນສູ່ກຸງວໍຊິງຕັນ.
ເຈົ້າໜ້າທີ່ສະຫະລັດໃຫ້ສັນຍານວ່າ ມີໂອກາດໜ້ອຍເຕັມທີທີ່ຈະໄດ້ຮັບຄວາມກ້າວໜ້າໃນ ທັນທີທັນໃດກ່ຽວກັບການເປີດການເຈລະຈາສັນຕິພາບ ຊຶ່ງໄດ້ພັງທະລາຍລົງໃນປີ 2010 ຍ້ອນການສ້າງບ້ານເຮືອນຕັ້ງຖິ່ນຖານໃໝ່ ຂອງອິສຣາແອລ ຢູ່ໃນດິນແດນ ທີ່ປະເທດດັ່ງ ກ່າວຢຶດໄດ້ ໃນລະຫວ່າງສົງຄາມປີ 1967.
ຝ່າຍປາແລສຕາຍນ໌ ຮຽກຮ້ອງໃຫ້ອິສຣາແອລຄ້ຳປະກັນກ່ຽວກັບກ່ຽວກັບເຂດຊາຍແດນ
ທົ່ວໄປຂອງລັດປາແລສຕາຍນ໌ໃນອະນາຄົດ ກ່ອນຈະຕົກລົງ ເປີດການເຈລະຈາຄືນໃໝ່. ອິສຣາແອລຕ້ອງການຢາກໃຫ້ເປີດການເຈລະຈາ ໃນທັນທີ ແຕ່ໄດ້ປະຕິເສດ ບໍ່ຍອມໃຫ້
ການຜ່ອນສັ້ນຜ່ອນຍາວໃດໆກ່ອນການເຈລະຈາກ່ຽວກັບເລື່ອງເຂດແດນຫຼືການຕັ້ງຖິ່ນ ຖານໃໝ່.
ທຳນຽບຂາວກ່າວວ່າ ປະທານາທິບໍດີບາຣັກ ໂອບາມາ ໄດ້ໂທລະສັບໄປຫານາຍົກລັດຖະ ມົນຕີອິສຣາແອລທ່ານ Benjamin Netanyahu ໃນວັນພະຫັດວານນີ້ຮ້ອງຂໍໃຫ້ທ່ານດຳ ເນີນງານຮ່ວມກັນກັບທ່ານ Kerry ເພື່ອໃຫ້ເປີດການເຈລະຈາກັບຝ່າຍປາແລສຕາຍນ໌ຄືນ ໃໝ່ ໂດຍໄວເທົ່າທີ່ຈະໄວໄດ້.