ສະຫະລັດ ໄດ້ຕຳໜິຕິຕຽນຕໍ່ການປະກາດຂອງອິສຣາແອລທີ່ວ່າ
ຕົນມີຄວາມຕັ້ງໃຈທີ່ຈະສ້າງເຮືອນ 3,000 ຫຼັງໃຫ້ແກ່ພວກທີ່ເຂົ້າ ໄປຕັ້ງຖິ່ນຖານໃໝ່ຢູ່ໃນເຂດຢຶດຄອງທາງຝັ່ງຕາເວັນຕົກຂອງແມ່
ນໍ້າຈໍແດັນ ແລະເຂດກໍ້າຕາເວັນອອກ ຂອງນະຄອນເຈຣູຊາແລັມ
ຫຼັງຈາກອຳນາດການປົກຄອງປາແລສໄຕໄດ້ປະສົບກັບຄວາມສຳ
ເລັດໃນການເຄື່ອນໄຫວເພື່ອໃຫ້ອົງການສະຫະປະຊາຊາດຮັບຮູ້.
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clin-
ton ກ່າວໃນມື້ວັນສຸກວານນີ້ວ່າ ລັດຖະບານທ່ານໂອບາມາ ກໍຄື
ກັນກັບລັດຖະບານສະຫະລັດຊຸດກ່ອນໆຂໍບອກອິສຣາແອລຢ່າງ
ຈະແຈ້ງທີ່ສຸດວ່າ ກິດຈະການເຫຼົ່ານີ້ ເຮັດໃຫ້ການເຈລະຈາສັນຕິ
ພາບປະສົບກັບການຖອຍຫຼັງ.
ທ່ານນາງ Clinton ໃຫ້ຄວາມເຫັນດັ່ງກ່າວຕໍ່ກອງປະຊຸມທີ່ກຸງວໍຊິງຕັນ ພາຍໃຕ້ການເປັນ ເຈົ້າພາບຂອງສູນກາງ Saban ເພື່ອນະໂຍບາຍຕໍ່ພາກຕາເວັນອອກກາງ ຊຶ່ງມີແຂກຜູ້ມີ ກຽດເຂົ້າຮ່ວມ ແມ່ນຮວມທັງລັດຖະມົນຕີການຕ່າງປະເທດອິສຣາແອລ ທ່ານ Avigdor Lieberman ແລະທ່ານ Ehud Barak ລັດຖະມົນຕີປ້ອງກັນປະເທດອິສຣາແອລ.
ເຈົ້າໜ້າທີ່ອິສຣາແອລ ທີ່ກ່າວຕໍ່ສື່ມວນຊົນ ແບບຂໍສະຫງວນຊື່ ເວົ້າວ່າ ລັດຖະບານຂອງ ນາຍົກລັດຖະມົນຕີ Benjamin Netanyahu ໄດ້ໃຫ້ການອະນຸມັດຕໍ່ແຜນການປຸກເຮືອນ ດັ່ງກ່າວຕະຫຼອດທັງການດຳເນີນງານໃນຂັ້ນຕົ້ນກ່ຽວກັບການແບ່ງຄຸ້ມຢູ່ໃນເຂດອື່ນໆຂອງ ຝັ່ງຕາເວັນຕົກແມ່ນໍ້າຈໍແດັນນຳດ້ວຍ.