ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີສຣາ​ແອ​ລ ຕຽມ​ຂະຫຍາຍ ​ການ​ປະຕິບັດ​ງານ ໃນເຂດ ກາຊາ (ສະໄລດ໌)


ທ່ານ Netanyahu ນາຍົກລັດຖະມົນຕີອີສຣາແອລ
ທ່ານ Netanyahu ນາຍົກລັດຖະມົນຕີອີສຣາແອລ
ທ່ານ Benjamin Netanyahu ນາຍົກລັດຖະມົນຕີອີສຣາ​ແອ​ລ ກ່າວ​ວ່າ ອີສຣາ​ແອ​ລ ຕຽມ​ການ​ທີ່​ຈະ​ຂະຫຍາຍ​ການ​ປະຕິບັດ​ການ​ຢ່າງ​ສໍາຄັນ​ຂອງ​ຕົນ​ໃຫ້​ກວ້າງ​ອອກ​ໄປ ​ເພື່ອຕໍ່ຕ້ານ​ກຸ່ມ​ຫົວ​ຮຸນ​ແຮງ​ຢູ່​ໃນ​ເຂດ​ກາຊາ.

ການ​ໃຫ້ເຫັນ​ດັ່ງກ່າວ​ຂອງ​ທ່ານ Netanyahu ມີ​ຂຶ້ນ​ເມື່ອ​ວັນ​ອາທິດ​ມື້​ນີ້ໃນ ​ຂະນະ​ທີ່​ທະ ຫານ​ອີສຣາ​ແອ​ລຫຼາຍພັນ​ຄົນໄດ້​ເຕົ້າ​ໂຮມກຳລັງ​ກັນ​ຢູ່ເຂດ​ຊາຍແດນ ​ໃນ​ຂະນະ​ທີ່​ບັນຫາ ພິພາດ​ກັບ​ກຸ່ມ​ຫົວ​ຮຸນ​ແຮງ​ປາ​ແລສ​ໄຕ​ໃນ​ເຂດ​ກາຊາ ຍືດ​ເຍື້ອມາເປັນ​ມື້​ທີ່​ຫ້າ​ແລ້ວ​ນັ້ນ.

ອີສຣາ​ແອ​ລ​ໄດ້ຖະຫຼົ່ມເປົ້າໝາຍຫຼາຍ​ແຫ່ງ​ໃນ​ເຂດ​ກາຊາ​ໃນ​ວັນ​ອາທິດ​ມື້​ນີ້ ​ດ້ວຍ​ການ​ໂຈມ​ຕີທັງ​ທາງ​ອາກາດ​ແລະ​ທາງ​ກອງທັບ​ເຮືອ ​ໃນ​ການຕອບ​ໂຕ້ ຕໍ່ການ​ຍິງ​ຈະຫຼວດຂອງ​ກຸ່ມ​ປາ​ແລສ​ໄຕ​ໃສ່​ອີສຣາ​ແອ​ລຢ່າງ​ບໍ່​ລົດລະ​ນັ້ນ.

ກອງທັບ​ອີສຣາ​ແອ​ລ ​ໄດ້​ຂະຫຍາຍ​ເປົ້າໝາຍ​ການ​ໂຈມ​ຕີ​ກວ້າງ​ອອກ​ໄປ ອີກ​ໃນ​ຕອນ​ເຊົ້າ ວັນ​ອາທິດ​ມື້​ນີ້ ທີ່​ໂຮມ​ທັງ​ຕຶກ​ອາຄານ​ຕ່າງໆ​ທີ່ໃຊ້​ໂດຍແຫຼ່ງ ສື່​ມວນ​ຊົນ​ຕ່າງປະ​ເທດ. ​ເຈົ້າ ໜ້າ​ທີ່ກ່າວ​ວ່າ ມີ​ນັກ​ຂ່າວ​ຢ່າງໜ້ອຍ​ສາມ​ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ໂຈມ​ຕີ​ດັ່ງກ່າວ ນອກ​ນີ້​ອີສຣາ​ແອ​ລ ຍັງ​ຖະຫຼົ່ມ​ເປົ້າໝາຍຫຼາຍ​ແຫ່ງ​ຂອງ​ກຸ່ມ​ຮາ​ມາສນັ້ນ​ນໍາ. ທ່ານ Laurent Fabius ລັດຖະມົນຕີ​ຕ່າງປະ​ເທດ​ຝຣັ່ງ ​ໄດ້​ເດີນທາງ ອອກ​ຈາກ​ປາຣີ ​ໃນວັນ​ອາທິດ​ມື້​ນີ້ ​ໄປ​ຍັງ​ນະຄອນ Jerusalem ​ເພື່ອ​ສະ​ເໜີ​ໃຫ້ການ​ຊ່ວຍ​ເຫຼືອຂອງ​ຝຣັ່ງ ໃຫ້ມີ ການບັນລຸ​ສັນຍາ​ຢຸດ​ຍິງ.

ທາງ​ການ​ປາ​ແລສ​ໄຕ ກ່າວ​ວ່າ ປະຊາຊນ​ໃນ​ເຂດກາຊາ​ເສຍ​ຊີວິດ​ໄປ​ແລ້ວ ຢ່າງ​ໜ້ອຍ 48 ຄົນ​ ນັບ​ຕັ້ງ​ແຕ່​ເຫດການ​ຄວາມ​ຮຸນ​ແຮງ​ໄດ້​ລະ​ເບີດ​ຂຶ້ນ​ເມື່ອ​ວັນ​ພຸດ​ຜ່ານ​ມາ. ຝ່າຍ​ອີສຣາ​ແອ​ລກໍ​ກ່າວ​ວ່າ ຊາວ​ອີສຣາ​ແອ​ລເສຍ​ຊີວິດ​ໄປ 3 ຄົນ.

XS
SM
MD
LG