ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສຣາແອລ ໂຈມຕີ ຕຶກໂຮງການ ລັດຖະບານ ກຸ່ມຮາມາສ (ສະໄລດ໌)


ຜູ້ຊາຍປາແລສໄຕນ໌ຄົນນຶ່ງຍ່າງຜ່ານຊາກຕຶກອາຄານທຳນຽບນາຍົກລັດຖະມົນຕີ Ismail Haniyeh ຂອງກຸ່ມຮາມາສ ທີ່ເມືອງກາຊາ ຫຼັງຈາກຖືກເຮືອບິນອິສຣາແອລ ໂຈມຕີໃນວັນເສົາມື້ນີ້ (17 ພະຈິກ 2012)
ຜູ້ຊາຍປາແລສໄຕນ໌ຄົນນຶ່ງຍ່າງຜ່ານຊາກຕຶກອາຄານທຳນຽບນາຍົກລັດຖະມົນຕີ Ismail Haniyeh ຂອງກຸ່ມຮາມາສ ທີ່ເມືອງກາຊາ ຫຼັງຈາກຖືກເຮືອບິນອິສຣາແອລ ໂຈມຕີໃນວັນເສົາມື້ນີ້ (17 ພະຈິກ 2012)
ກອງທັບອິສຣາແອລສັ່ງປິດຖະໜົນຫົນທາງສາຍສຳຄັນໆອ້ອມ
ແອ້ມເຂດກາຊາ ຊຶ່ງເປັນຮ່ອງຮອຍ ທີ່ສະແດງໃຫ້ເຫັນວ່າ ຕົນ
ພ້ອມແລ້ວ ທີ່ຈະເປີດສາກບຸກໂຈມຕີທາງພາກພື້ນດິນ ເຂົ້າໄປ
ໃນເຂດດັ່ງກ່າວ ຂອງຝ່າຍປາແລສໄຕນ໌ ທີ່ອາດພາໃຫ້ເກີດລະ ເບີດກາຍເປັນສົງຄາມເຕັມອັດຕາໄດ້.

ການໂຈມຕີທາງອາກາດຂອງອິສຣາແອລຕໍ່ເຂດກາຊາ ໄດ້ຖືກ ຕຶກໂຮງການລັດຖະບານຂອງກຸ່ມຫົວຮຸນແຮງຮາມາສ.

ການໂຈມຕີທີ່ວ່ານີ້ ມີຂຶ້ນລຸນຫຼັງທີ່ໄດ້ມີການຍິງຈະຫຼວດໂຈມຕີ
ກັນ ລະຫວ່າງອິສຣາແອລ ແລະພວກຫົວຮຸນແຮງຮາມາສ ໃນ
ເຂດກາຊາໃນວັນສຸກວານນີ້ ໂດຍມີຈະຫຼວດຂອງປາແລສໄຕນ໌
ລຸກນຶ່ງ ໄດ້ຕົກລົງໃສ່ເດີ່ນ ຢູ່ນອກນະຄອນເຈຣູຊາແລັມ. ກຸ່ມຮາ
ມາສໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີຕໍ່ນະຄອນສັກສິດດັ່ງກ່າວ.

ອິສຣາແອລໄດ້ຕອບໂຕ້ຄືນດ້ວຍການຮຽກໃຫ້ທະຫານກອງໜຸນເຂົ້າປະຈຳການເພີ້ມຕື່ມ ຊຶ່ງອາດມີກຳລັງເຖິງ 75,000 ຄົນ.

ເຈົ້າໜ້າທີ່ປາແລສໄຕນ໌ກ່າວວ່າ ມີ 38 ຄົນແລ້ວໄດ້ເສຍຊີວິດຢູ່ເຂດກາຊາ ນັບແຕ່ອິສຣາ ແອລໄດ້ເລີ້ມທຳການໂຈມຕີທາງອາກາດໃນຕົ້ນອາທິດນີ້. ມີລາຍງານວ່າຊາວອິສຣາແອລ 3 ຄົນກໍໄດ້ຖືກຂ້າຕາຍຍ້ອນຈະຫຼວດຂອງກຸ່ມຮາມາສ.

ກ່ຽວຂ້ອງກັນ

XS
SM
MD
LG