ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຮາມັສຍິງຈະຫຼວດໂຈມຕີ ອິສຣາແອລ


ແຜນທີ່ອິສຣາແອລ
ແຜນທີ່ອິສຣາແອລ

ກອງທັບອິສຣາແອລກ່າວວ່າ ພວກມຸສລິມຫົວຮຸນແຮງ ໄດ້ຍິງຈະຫຼວດລູກນຶ່ງ ຈາກເຂດກາຊາ ໄປໃສ່ອິສຣາແອລ ໃນວັນເສົາມື້ນີ້ ລຸນຫຼັງ ທີ່ບັນດາກຸ່ມຫົວຮຸນແຮງ ໄດ້ເຕືອນວ່າ ພວກເຂົາຈະພະຍາຍາມ ຫາທາງລົບກວນ ຕໍ່ການເປີດ ການເຈລະຈາສັນຕິພາບ ຄືນໃໝ່ນັ້ນ.

ຈະຫຼວດລູກນີ້ ໄດ້ຕົກໃສ່ບໍລິເວນກາງແຈ້ງ ທີ່ຫວ່າງເປົ່າ ໃນພາກໃຕ້ອິສຣາແອລ. ມີລາຍງານວ່າ ບໍ່ມີຜູ້ໃດ ໄດ້ຮັບບາດເຈັບລົ້ມຕາຍ ຈາກການໂຈມຕີໃນຄັ້ງນີ້.

ການຍິງຈະຫຼວດໂຈມຕີ ມີຂຶ້ນບໍ່ເທົ່າໃດມື້ ຫຼັງຈາກນາຍົກລັດຖະມົນຕີ ອິສຣາແອລ ທ່ານເບັນຈະມິນ ເນຕັນຢາຮູ ແລະ ປະທານາທິບໍດີປາແລສໄຕນ໌ ທ່ານ Mamoud Abbas ໄດ້ສົນທະນາຫາລືກັນ ທີ່ກຸງວໍຊິງຕັນ ໃນການເຈລະຈາໂດຍກົງ ເທື່ອທຳອິດ ໃນຮອບເກືອບ 2 ປີ.

ກຸ່ມຮາມັສ ຊຶ່ງເປັນກຸ່ມມຸສລິມຫົວຮຸນແຮງ ທີ່ຄວບຄຸມເຂດກາຊາ ໃນເວລານີ້ ໄດ້ປະຕິເສດ ບໍ່ຍອມຮັບຮູ້ ການເຈລະຈາສັນຕິພາບ ແລະປະກາດວ່ວາ ຈະສືບຕໍ່ ທຳການໂຈມຕີ ອິສຣາແອລ.

ກຸ່ມຮາມັສ ໄດ້ອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີ 2 ຄັ້ງ ໃນສັບປະດານີ້ ຢູ່ໃນເຂດຝັ່ງຕາເວັນຕົກ ຂອງແມ່ນໍ້າຈໍແດັນ ທີ່ເຮັດໃຫ້ພົນລະເຮືອນ ອິສຣາແອລ 4 ຄົນ ເສຍຊີວິດ.

XS
SM
MD
LG