ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສຣາແອລ ເລີ້ມເຈລະຈາ ກັບປາແລສໄຕນ໌


ປະທານາທິບໍດີ ບາຣັກ ໂອບາມາ ໂອ້ລົມກັບປະທານາທິບໍດີປາແລສ ໄຕນ໌ ທ່ານ Mahmoud Abbas ແລະນາຍົກລັດຖະມົນຕີ ອິສຣາແອລ ທ່ານ Benjamin Netanyahu ທີ່ທຳນຽບຂາວ (1 ກັນຍາ 2010)
ປະທານາທິບໍດີ ບາຣັກ ໂອບາມາ ໂອ້ລົມກັບປະທານາທິບໍດີປາແລສ ໄຕນ໌ ທ່ານ Mahmoud Abbas ແລະນາຍົກລັດຖະມົນຕີ ອິສຣາແອລ ທ່ານ Benjamin Netanyahu ທີ່ທຳນຽບຂາວ (1 ກັນຍາ 2010)

ພວກຜູ້ນຳຂອງອິສຣແອລ ແລະປາແລສໄຕນ໌ ພົບປະກັນ ທີ່ກຸງວໍຊິງຕັນ ໃນວັນພະຫັດ ມື້ນີ້ ເພື່ອທຳການເຈລະຈາສັນຕິພາບໂດຍກົງ ເທື່ອທຳອິດ ໃນຮອບເກືອບສອງປີ.

ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານນາງ Hillary Clinton ເປັນຜູ້ດູແລນຳ ການເຈລະຈາລະຫວ່າງນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈະມິນ ເນຕັນຢາຮູ ແລະ ປະທານາທິບໍດີປາແລສໄຕນ໌ ທ່ານ Mahmoud Abas. ເຈົ້າໜ້າທີ່ສະຫະລັດກ່າວວ່າ ພວກທ່ານຫວັງວ່າ ຈະສາມາດຊ່ອຍໄກ່ເກ່ຍ ໃຫ້ມີການບັນລຸການຕົກລົງກັນ ພາຍໃນ ເວລານຶ່ງປີ.

ທັງທ່ານເນຕັນຢາຮູແລະທ່ານ Abbas ຕ່າງກໍໄດ້ກ່າວສະແດງ ເຖິງຄວາມໝາຍໝັ້ນຕັ້ງໃຈ ຂອງພວກທ່ານ ຕໍ່ການດຳເນີນຄວາມພະຍາຍາມ ເພື່ອສ້າງສັນຕິພາບ ໃນລະຫວ່າງການ ພົບປະກັນທີ່ທຳນຽບຂາວ ກັບປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ໃນມື້ວັນພຸດ ວານນີ້.

ປະທານາທິບໍດີ ສະຫະລັດ ເວົ້າວ່າ ທ່ານມີຄວາມຫວັງວ່າ ສັນຕິພາບສາມາດທີ່ຈະບັນລຸ ໄດ້ແລະກ່າວຕື່ມວ່າ ທັງສອງຝ່າຍຕ່າງກໍຮູ້ດີວ່າ ຄວາມບໍ່ໄວ້ເນື້ອເຊື່ອໃຈກັນ ທີ່​ມີເປັນເວລາ ຫຼາຍປີນັ້ນ ຈະບໍ່ໝົດໄປ ພາຍໃນເວລາຂ້າມຄືນ.

ອຸບປະສັກຕ່າງໆ ແມ່ນຍັງມີຢູ່ ຮວມທັງໄພຂົ່ມຂູ່ຂອງຄວາມຮຸນແຮງ ຊຶ່ງໄດ້ສະແດງໃຫ້ ເຫັນ ໃນໄລຍະສອງມື້ຜ່ານມານີ້ ໂດຍການໂຈມຕີ 2 ຄັ້ງ ຕໍ່ພົນລະເຮືອນອິສຣາແອລ ທີ່ ກຸ່ມຫົວຮຸນແຮງຮາມັສ ອ້າງເອົາຄວາມຮັບຜິດຊອບ.

ທ່ານ Abbas ໄດ້ປະນາມເຫດຮ້າຍທັງສອງທີ່ເຮັດໃຫ້ຊາວອິສຣາແອລ 4 ຄົນເສຍຊີວິດ ແລະອີກ 2 ຄົນ ໄດ້ຮັບບາດເຈັບ ໃນເຂດຝັ່ງຕາເວັນຕົກ ຂອງແມ່ນໍ້າຈໍແດັນ.

XS
SM
MD
LG