ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການເຈລະຈາ 3 ຝ່າຍ ທີ່ອີຈິບ


ນາຍົກລັດຖະມົນຕີ ອິສຣາແອລ Benjamin Netanyahu (ຊ້າຍ) ຈັບມືກັບ ປະທານາທິບໍດີ ປາແລສໄຕນ໌ ທ່ານ Mahmoud Abbas (ຂວາ) ແລະລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານນາງ Hillary Clinton (ກາງ) ໃນການເຈລະຈາ ທີ່ເມືອງ Sharm el-Sheikh ປະເທດອີຈິບ (14 ກັນຍາ 2010)
ນາຍົກລັດຖະມົນຕີ ອິສຣາແອລ Benjamin Netanyahu (ຊ້າຍ) ຈັບມືກັບ ປະທານາທິບໍດີ ປາແລສໄຕນ໌ ທ່ານ Mahmoud Abbas (ຂວາ) ແລະລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານນາງ Hillary Clinton (ກາງ) ໃນການເຈລະຈາ ທີ່ເມືອງ Sharm el-Sheikh ປະເທດອີຈິບ (14 ກັນຍາ 2010)

ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານນາງ Hillary Clinton ເລີ້ມການປະຊຸມສາມຝ່າຍໃນວັນອັງ ຄານມື້ນີ້ ກັບນາຍົກລັດຖະມົນຕີອິສຣາແອລທ່ານເບັນ ຈະມິນ ເນຕັນຢາຮູນແລະປະທານາທິບໍດີປາແລສໄຕນ໌ ທ່ານ Mahmoud Abbas.

ບຸກຄົນທັງ 3 ໄດ້ປະຊຸມກັນ ທີ່ເມືອງຕາກອາກາດແຄມ ທະເລແດງ Sharm el-Sheikh ເພື່ອທຳການເຈລະຈາ ຫາລື ທີ່ຄາດວ່າ ຈະເພັ່ງເລັງໃສ່ ການໝົດອາຍຸລົງຂອງ ຂໍ້ຫ້າມ ກ່ຽວກັບການຂະຫຍາຍ ການຕັ້ງບ້ານໃໝ່ຂອງ ​ອິສຣາ​ແອ​ລ ຢູ່ໃນເຂດຝັ່ງຕາເວັນຕົກ ຂອງແມ່ນໍ້າຈໍແດັນ.

ທ່ານນາງ Clinton ກ່າວວ່າ ລັດຖະບານທ່ານໂອບາມາເຊື່ອວ່າອິສຣາແອລຄວນຈະຕໍ່ອາຍຸ ຂໍ້ຫ້າມດັ່ງກ່າວ ແຕ່ທ່ານນາງ ກໍໄດ້ຮຽກຮ້ອງໃຫ້ ທັງອິສຣາແອລ ແລະປາແລສໄຕນ໌ ຊອກ ຫາຊ່ອງທາງ ເພື່ອແກ້ໄຂບັນຫາຂັດແຍ້ງນີ້.

ທ່ານນາງເວົ້າວ່າ ເວລາແມ່ນສຸກງອມແລ້ວສຳລັບການ​ບັນລຸຂໍ້ຕົກລົງກັນຍ້ອນເຫດຜົນຫຼາຍ ຢ່າງ ແລະວ່າ ແມ່ນບໍ່ມີທາງເລີຍ ທີ່​ວ່າຄວາມຕ້ອງການ ຂອງພັກຝ່າຍທັງສອງ ຈະສມາດ​ບັນລຸ​ໄດ້ ຢູ່ນອກຂໍ້ຕົກລົງສັນຕິພາບ.

ມີກຳນົດວ່າ ທັງສາມຝ່າຍ ຍັງຈະສືບຕໍ່ການເຈລະຈາຫາລື ທີ່ນະຄອນເຈຣູຊາແລັມ ໃນວັນ ພຸດມື້ອື່ນ.

ຫລັງຈາກໄດ້ເດີນທາງ ໄປເຖິງໃນວັນອັງຄານມື້ນີ້ ທ່ານນາງ Clinton ກໍໄດ້ພົບປະກັບປະ ທານາທິບໍດີອີຈິບ ທ່ານ Hosni Mubarak. ທ່ານນາງຈະມ້ວນທ້າຍ ການຢ້ຽມຢາມພາກ ຕາເວັນອອກກາງໃນມື້ວັນພະຫັດຈະມາ ດ້ວຍການພົບປະກັບກະສັດ Abdullah ແຫ່ງຈໍ ແດັນ ທີ່ນະຄອນຫຼວງອຳມານ. ອີຈິບ ແລະຈໍແດັນ ແມ່ນສອງປະເທດອາຣັບທໍ່ນັ້ນ ທີ່ໄດ້ ເຮັດຂໍ້ຕົກລົງສັນຕິພາບ ກັບອິສຣາແອລ.

XS
SM
MD
LG