ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສຣາແອລອະນຸມັດການປຸກເຮືອນໃໝ່


ການຕັ້ງບ້ານໃໝ່ຂອງຊາວຢິວ ໃສ່ເຂດຢຶດຄອງ
ການຕັ້ງບ້ານໃໝ່ຂອງຊາວຢິວ ໃສ່ເຂດຢຶດຄອງ

ນາຍົກລັດຖະມົນຕີອິສຣາແອລທ່ານເບັນຈາມິນ ເນຕັນຢາຮູ ໄດ້ໃຫ້ການອະນຸມັດ ແຜນການປຸກເຮືອນໃໝ່ປະມານ 240 ຫຼັງສຳລັບພວກຕັ້ງຖິ່ນຖານຊາວຢິວໃນເຂດກໍ້າຕາເວັນອອກ ຂອງນະຄອນເຈຣູຊາແລັມ.

ແຜນການກໍ່ສ້າງຊຶ່ງໄດ້ຮັບການອະນຸມັດໃນຕອນແລງຂອງ ວັນພະຫັດວານນີ້ ແມ່ນສຳລັບການປຸກເຮືອນໃໝ່ ຢູ່ທີ່ຄຸ້ມ Pisgat Zeev ແລະ Ramot.

ເຈົ້າໜ້າທີ່ປາແລສໄຕນ໌ຖອນໂຕອອກຈາກການເຈລະຈາສັນ
ຕິພາບຍ້ອນອິສຣາແອລໄດ້ປະຕິ ເສດທີ່ຈະຢຸດເຊົາການກໍ່
ສ້າງຕັ້ງບ້ານໃໝ່ ໃສ່ດິນທີ່ຊາວປາແລສໄຕນ໌ຕ້ອງການຕັ້ງ
ເປັນປະເທດຂອງຕົນໃນອະນາຄົດນັ້ນ ຮວມທັງກໍ້າຕາເວັນ ອອກຂອງນະຄອນເຈຣູຊາແລັມ.

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກໍໄດ້
ຮຽກຮ້ອງໃຫ້ອິສຣາແອລ ໂຈະກິດຈະການກ່ຽວກັບການ
ຕັ້ງບ້ານໃໝ່ ເພື່ອຮື້ຟື້ນການເຈລະຈາ ທີ່ມີເປົ້າໝາຍແນໃສ່ ໃຫ້ບັນລຸຂໍ້ຕົກລົງສັນຕິພາບ ພາຍໃນເວລານຶ່ງປີ.

ເທື່ອແລ້ວ ອິສຣາແອລໄດ້ປະກາດ ກ່ຽວກັບການຕັ້ງບ້ານໃໝ່ ຢູ່ໃນເຂດກໍ້າຕາເວັນອອກ ຂອງນະຄອນເຈຣູຊາແລັມ ແມ່ນໃນເດືອນມີນາ ຂະນະທີ່ ຮອງປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ພວມຢ້ຽມຢາມອິສຣາແອລ. ການຕັດສິນແລະວັນເວລາໃນການປະກາດ ກ່ຽວກັບການຕັ້ງບ້ານໃໝ່ຂອງອິສຣາແອລທີ່ວ່ານີ້ ໄດ້ຖືກປະນາມຢ່າງແຮງຈາກລັດຖະບານ ປະທານາທິບໍດີໂອບາມາ.

XS
SM
MD
LG