ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາຣັບສະໜັບສະໜຸນການຕັດສິນໃຈ ຂອງປາແລສໄຕນ໌


ປະທານາທິບໍດີ ປາແລສໄຕນ໌ ທ່ານ Mahmoud Abbas (ກາງ) ພວມຟັງ ການໂອ້ລົມ ລະຫວ່າງ ລັດຖະມົນຕີຕ່າງປະເທດກາຕ້າ Sheik Hamad Bin Jassem (ຂວາ) ແລະເລຂາທິການໃຫຍ່ ຂອງສັນນິບາດອາຣັບ ທ່ານ Amr Moussa ໃນກອງປະຊຸມຢູ່ລີເບຍ (8 ຕຸລາ 2010)
ປະທານາທິບໍດີ ປາແລສໄຕນ໌ ທ່ານ Mahmoud Abbas (ກາງ) ພວມຟັງ ການໂອ້ລົມ ລະຫວ່າງ ລັດຖະມົນຕີຕ່າງປະເທດກາຕ້າ Sheik Hamad Bin Jassem (ຂວາ) ແລະເລຂາທິການໃຫຍ່ ຂອງສັນນິບາດອາຣັບ ທ່ານ Amr Moussa ໃນກອງປະຊຸມຢູ່ລີເບຍ (8 ຕຸລາ 2010)

ສັນນິບາດອາຣັບກ່າວວ່າ ຕົນໃຫ້ການສະໜັບສະໜຸນ ຕໍ່ການຕັດສິນໃຈ ຂອງຝ່າຍປາແລສໄຕນ໌ ທີ່ຈະຢຸດຕິ ການເຈລະຈາໂດຍກົງ ກັບອິສຣາແອລ ນອກຈາກວ່າ ອິສຣາແອລ ຈະຕົກລົງຢຸດເຊົາທຸກການກໍ່ສ້າງຕັ້ງບ້ານ ໃໝ່ໃນເຂດຝັ່ງຕາເວັນຕົກ ຂອງແມ່ນໍ້າຈໍແດັນ.

ລຸນຫຼັງການປະຊຸມກັນທີ່ລີເບຍແລ້ວ ບັນດາລັດຖະມົນຕີ ການຕ່າງປະເທດອາຣັບກ່າວວ່າ ຕົນຈະໃຫ້ເວລາແກ່ນັກ ໄກ່ເກ່ຍສະຫະລັດນຶ່ງເດືອນ ເພື່ອທັບມ້າງສະພາບການ ບໍ່ໄປບໍ່ມາ. ຖ້າຫາກບໍ່ປະສົບຄວາມສຳເລັດ ສັນນິບາດ ອາຣັບມີແຜນການທີ່ຈະພົບປະກັນຕື່ມອີກ ໃນເວລານຶ່ງ ເດືອນ ເພື່ອພິຈາລະນາເບິ່ງຂໍ້ສະເໜີອື່ນ ຂອງປະທານາທິ ບໍດີ ປາແລສໄຕນ໌ ທ່ານ Mahmoud Abbas ແລະ ຕັດສິນໃຈ ກ່ຽວກັບການເອົາມາດຕະການ ໃນຂັ້ນຕໍ່ໄປ.

ຝ່າຍປາແລສໄຕນ໌ ໄດ້ຄັດຄ້ານຕໍ່ກິດຈະການຕັ້ງບ້ານໃໝ່ ຂອງອິສຣາແອລ ຢູ່ໃນເຂດຝັ່ງຕາ ເວັນຕົກຂອງແມ່ນໍ້າຈໍແດັນ ແລະກໍ້າຕາເວັນອອກ ຂອງນະຄອນເຈຣູຊາແລັມ ຊຶ່ງເປັນເຂດທີ່ ຝ່າຍປາແລສໄຕນ໌ ຢາກຈະສ້າງຕັ້ງເປັນ ປະເທດຂອງຕົນ ໃນອະນາຄົດນັ້ນ.

ນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈະມິນ ເນຕັນຢາຮູ ໄດ້ປະຕິເສດທີ່ຈະຕໍ່ອາຍຸການ ຫ້າມໃນການກໍ່ສ້າງຕັ້ງບ້ານໃໝ່ໃສ່ເຂດດັ່ງກ່າວທີ່ໝົດອາຍຸລົງໃນວັນທີ 26 ກັນຍາຜ່ານມາ.

XS
SM
MD
LG