ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຈລະຈາສັນຕິພາບ ພາກຕາເວັນອອກກາງ


ປະທານາທິບໍດີປາແລສໄຕນ໌ ທ່ານ Mahmoud Abbas
ປະທານາທິບໍດີປາແລສໄຕນ໌ ທ່ານ Mahmoud Abbas

ປະທານາທິບໍດີປາແລສໄຕນ໌ທ່ານ Mahmoud Abbas ກຳລັງພົບປະກັບບັນດາລັດຖະມົນຕີການຕ່າງປະເທດຂອງ ສັນນິບາດອາຣັບທີ່ປະເທດລີເບຍ ໃນວັນສຸກມື້ນີ້ບ່ອນທີ່ມີ ການຄາດກັນວ່າ ທ່ານຈະທຳການຕັດສິນໃຈ ກ່ຽວກັບວ່າ ຈະຖອນໂຕອອກຈາກການເຈລະຈາສັນຕິພາບ ກັບອິສຣາ ແອລຫຼືບໍ່.

ຝ່າຍປາແລສໄຕນ໌ໄດ້ຂູ່ວ່າ ຈະຖອນໂຕອອກຈາກການເຈ ລະຈາສັນຕິພາບ ຖ້າອິສຣາແອລ ຫາກອະນຸຍາດໃຫ້ມີກໍ່ ສ້າງຕັ້ງບ້ານໃໝ່ ຂອງຊາວຢິວຄືນອີກ ໃສ່ດິນແດນທີ່ອິສ ຣາແອລຢຶດໄດ້ໃນສົງຄາມພາກຕາເວັນອອກກາງປີ 1967 ທີ່ຝ່າຍປາແລັສໄຕນ໌ອ້າງວ່າ ຈະຕັ້ງເປັນປະເທດຂອງຕົນໃນ ອະນາຄົດນັ້ນ.

ໃນວັນພະຫັດວານນີ້ຫົວໜ້າທີ່ປຶກສາຂອງປາແລສໄຕນ໌ຄົນນຶ່ງກ່າວວ່າ ຝ່າຍປາແລສໄຕນ໌ໄດ້ ຮັບເອົາຂໍ້ສະເໜີຂອງສະຫະລັດ ທີ່ຮຽກຮ້ອງໃຫ້ອິສຣາແອລຕໍ່ອາຍຸຂໍ້ຫ້າມການກໍ່ສ້າງຕັ້ງບ້ານ ໃໝ່ ໃນເຂດຝັ່ງຕາເວັນຕົກຂອງແມ່ນໍ້າຈໍແດັນ ຕື່ມອີກ 60 ມື້ ເພື່ອເປັນເງື່ອນໄຂໃຫ້ທັງສອງ ຝ່າຍໃຊ້ເວລາດັ່ງກ່າວ ສົນທະນາຫາລືກ່ຽວກັບເຂດແດນຂັ້ນສຸດທ້າຍ ລະຫວ່າງກັນ.

ທ່ານ Nabil Shaath ເວົ້າວ່າ ຖ້າຫາກການຕົກລົງກັນ ບໍ່ສາມາດບັນລຸໄດ້ ພາຍໃນໄລຍະ ສອງເດືອນ ຂໍ້ຫ້າມໃນການກໍ່ສ້າງຕັ້ງບ້ານໃໝ່ ກໍຈະຖືກຕໍ່ອາຍຸອອກໄປຕື່ມອີກ.

XS
SM
MD
LG