ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໕ ມິຖຸນາ ໒໐໒໕

ປາແລສໄຕນ໌ຕິຕຽນອິສຣາແອລ


ຄຸ້ມ Pisgat Zeev ໃນເຂດກໍ້າຕາເວັນອອກ ຂອງນະຄອນເຈຣູຊາແລັມ (15 ຕຸລາ 2010)
ຄຸ້ມ Pisgat Zeev ໃນເຂດກໍ້າຕາເວັນອອກ ຂອງນະຄອນເຈຣູຊາແລັມ (15 ຕຸລາ 2010)

ຝ່າຍປາແລສໄຕນ໌ກ່າວຫາອິສຣາແອລວ່າ ໄດ້ພະຍາຍາມ ດ້ວຍຄວາມຕັ້ງໃຈ ເພື່ອທັບມ້າງຂັ້ນຕອນ ການສ້າງສັນຕິ ພາບຫຼັງຈາກນາຍົກລັດຖະມົນຕີອິສຣາແອລທ່ານເບັນຈາ ມິນ ເນຕັນຢາຮູ ອະນຸມັດແຜນການປຸກເຮືອນໃໝ່ 240 ຫຼັງ ສຳລັບພວກຕັ້ງຖິ່ນຖານຊາວຢິວ ໃສ່ກໍ້າຕາເວັນອອກ ຂອງນະຄອນເຈຣູຊາແລັມ.

ຫົວໜ້າເຈລະຈາຂອງຝ່າຍປາແລສໄຕນ໌ ທ່ານ Saeb Erekat ກ່າວວ່າ ອິສຣາແອລພວມທຳການສັງຫານການ ດຳເນີນຄວາມພະຍາຍາມ ເພື່ອຮື້ຟື້ນການເຈລະຈາໂດຍກົງ.
ທ່ານໃຫ້ຄວາມເຫັນດັ່ງກ່າວໃນວັນສຸກວານນີ້ ນຶ່ງມື້ຫຼັງຈາກ
ອິສຣາແອລໃຫ້ການອະນຸມັດ ຕໍ່ແຜນການປຸກເຮືອນໃໝ່ໃສ່
ຄຸ້ມ Pisgat Zeev ແລະຄຸ້ມ Ramot.

ສະຫະລັດໄດ້ສະແດງຄວາມເສຍໃຈ ຕໍ່ການຕັດສິນໃຈ
ດັ່ງກ່າວຂອງອິສຣາແອລ. ໂຄສົກກະຊວງການຕ່າງ
ປະເທດສະຫະລັດ ທ່ານ Philip Crowley ກ່າວວ່າ ການກໍ່ສ້າງຕັ້ງບ້ານໃໝ່ໃດໆກໍຕາມ
ແມ່ນຂັດຕໍ່ການດຳເນີນຄວາມພະຍາຍາມ ເພື່ອຮື້ຟື້ນການເຈລະຈາໂດຍກົງ. ທ່ານກ່າວວ່າ
ອິສຣາແອລໄດ້ແຈ້ງໃຫ້ສະຫະລັດຊາບລ່ວງໜ້າ ກ່ຽວກັບແຜນການດັ່ງກ່າວຂອງຕົນ.

ເຈົ້າໜ້າທີ່ປາແລສໄຕນ໌ໄດ້ຖອນໂຕອອກຈາກການເຈລະຈາສັນຕິພາບໂດຍກົງ ຍ້ອນອິສຣາ ແອລໄດ້ປະຕິເສດບໍ່ຍອມຕໍ່ອາຍຸຂໍ້ຫ້າມ ໃນການກໍ່ສ້າງຕັ້ງບ້ານໃໝ່ ໃສ່ດິນແດນທີ່ຊາວປາ ແລສໄຕນ໌ ຕ້ອງການຢາກຕັ້ງເປັນປະເທດຂອງຕົນໃນອະນາຄົດຮວມທັງກໍ້າຕາເວັນອອກ ຂອງນະຄອນເຈຣູຊາແລັມ.

ຂະນະດຽວກັນປະທານາທິບໍດີປາແລສໄຕນ໌ທ່ານ Mahmoud Abbas ກ່າວວ່າ ຝ່າຍປາ ແລສໄຕນ໌ຈະບໍ່ຍອມລົງນາມເດັດຂາດໃນຂໍ້ຕົກລົງ ທີ່ຮັບຮູ້ອິສຣາແອລວ່າ ເປັນລັດຂອງຊາວ ຢິວນັ້ນ.

XS
SM
MD
LG