ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສຫລ ໃຫ້ການຄໍ້າປະກັນ ແກ່ອິສຣາແອລ


ເຮືອບິນລົບ F-35
ເຮືອບິນລົບ F-35

ລັດຖະບານປະທານາທິບໍດີໂອບາມາກ່າວໃນມື້ວັນສຸກວານ
ນີ້ວ່າຕົນພ້ອມແລ້ວທີ່ຈະໃຫ້ການຄໍ້າປະກັນທາງດ້ານຄວາມ
ໝັ້ນຄົງຢ່າງເປັນລາຍລັກອັກສອນຕໍ່ອິສຣາແອລເພື່ອຊ່ອຍ ໃຫ້ມີການລິເລີ້ມຄືນໃໝ່ການເຈລະຈາສັນຕິພາບໂດຍກົງລະ
ຫວ່າງອິສຣາແອລກັບປາແລສໄຕນ໌.

ການຄໍ້າປະກັນຢ່າງເປັນລາຍລັກອັກສອນທີ່ວ່ານີ້ ຈະຮັບຮູ້
ຢ່າງເປັນທາງການເຖິງຄວາມເຂົ້າໃຈ ທີ່ບັນລຸກັນໃນສັບປະ
ດາແລ້ວລະຫວ່າງລັດຖະມົນຕີການຕ່າງປະເທດສະຫະລັດ
ທ່ານນາງ Hillary Clinton ແລະນາຍົກລັດຖະມົນຕີອິສ
ຣາແອລທ່ານ Benjamin Netanyahu.

ພາຍໃຕ້ແຜນການດັ່ງກ່າວ ສະຫະລັດຈະມອບເຮືອບິນລົບຮຸ່ນໃໝ່ ທີ່ເຣດ້າຈັບບໍ່ໄດ້ F-35
ຈຳນວນ 20 ລຳແກ່ອິສຣາແອລເພີ່ມຈາກຈຳນວນ 20 ລຳທີ່ອິສຣາແອລໄດ້ສັ່ງຊື້ໄປແລ້ວນັ້ນ.

ນອກນັ້ນສະຫະລັດຍັງໄດ້ໃຫ້ຄຳໝັ້ນສັນຍາທີ່ຈະຂັດຂວາງການດຳເນີນຄວາມພະຍາຍາມ
ຕາມລຳພັງໃດໆກໍຕາມຂອງຝ່າຍປາແລສໄຕນ໌ທີ່ຈະປະກາດເອກກະລາດ ຢູ່ທີ່ອົງການສະ
ຫະປະຊາຊາດ.

ສິນນໍ້າໃຈທີ່ວ່ານີ້ແມ່ນແນໃສ່ເພື່ອໃຫ້ອິສຣາແອລຕໍ່ອາຍຸການຫ້າມກ່ຽວກັບການກໍ່ສ້າງຕັ້ງ
ບ້ານໃໝ່ຢູ່ໃນເຂດຝັ່ງຕາເວັນຕົກຂອງແມ່ນໍ້າຈໍແດນ. ອິສຣາແອລມີຄວາມລັງເລໃຈ ທີ່ຈະຕໍ່
ອາຍຸໃນການຫ້າມດັ່ງກ່າວ ຊຶ່ງພາໃຫ້ການເຈລະຈາກັບຝ່າຍປາແລສໄຕນ໌ແຕກຫັກລົງ.

ມີລາຍງານວ່າທ່ານ Netanyahu ໄດ້ຮ້ອງຂໍໃຫ້ສະຫະລັດຂຽນການຄໍ້າປະກັນທີ່ວ່ານີ້ຢ່າງ
ເປັນລາຍລັກອັກສອນ. ໂຄສົກກະຊວງການຕ່າງປະເທດສະຫະ ລັດທ່ານ P.J. Crowley
ໄດ້ສະແດງໃຫ້ເຫັນ ຢ່າງຈະແຈ້ງໃນມື້ວັນສຸກວານນີ້ວ່າ ລັດຖະບານທ່ານໂອບາມາແມ່ນໄດ້
ກະກຽມພ້ອມແລ້ວຢ່າງເຕັມທີ່ຈະປະຕິບັດຕາມພັນທະດັ່ງກ່າວ.

XS
SM
MD
LG