ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຜນການປຸກສ້າງໃໝ່ ໃນອິສຣາແອລ


ລັດຖະມົນຕີ ກະຊວງປ້ອງກັນປະເທດ ອິສຣາແອລ ກ່າວວ່າ ການຮັບຮອງ ຂອງເຈົ້າໜ້າທີ່ ເທສະບານ ນະຄອນເຈຣູຊາແລັມ ​ເອົາແຜນການ ທຳລາຍເຮືອນ ຊາວປາແລສໄຕນ໌ 20 ກວ່າຫຼັງ ທາງກໍ້າຕາເວັນອອກ ຂອງນະຄອນ ເຈຣູຊາແລັມ ທີ່ມີຊາວອາຣັບ ອາໄສຢູ່ ເປັນສ່ວນໃຫຍ່ ເພື່ອຈະສ້າງ ສວນສາທາລະນະ ແລະສູນກາງ ທ່ອງທ່ຽວນັ້ນ ແມ່ນບໍ່ ສະຫຼາດສ່ອງໃສ.

ນອກນັ້ນ ທ່ານ EHUD BARAK ຍັງກ່າວ ໃນວັນອັງ ຄານ ມື້ນີ້ວ່າ ການຕັດສິນໃຈ ຂອງຄະນະ ກຳມະການ ວາງແຜນ ສະແດງໃຫ້ເຫັນວ່າ ບໍ່ຢູ່ໃນເວລາ ທີ່ເໝາະສົມ. ລັດຖະມົນຕີ ປ້ອງກັນປະເທດ ຊຶ່ງເປັນອະດີດ ນາຍົກລັດຖະມົນຕີ ອິສຣາແອລນັ້ນ ພວມຢູ່ໃນລະຫວ່າງ ການຢ້ຽມຢາມ ສະຫະລັດ ເພື່ອຈະລາຈາຫາລື ກັບລັດຖະບານ ທ່ານໂອບາມາ.

ໃນມື້ວັນຈັນວານນີ້ ໂຄສົກກະຊວງ ການຕ່າງປະເທດ ສະຫະລັດ ທ່ານ P.J. CROWLEY ໄດ້ເຕືອນວ່າ ໂຄງການກໍ່ສ້າງ ທີ່ວ່ານີ້ ອາດຈະເປັນໄພ ຂົ່ມຂູ່ເພີ້ມຂຶ້ນ ຕໍ່ຂັ້ນຕອນ ໃນການສ້າງສັນຕິພາບ ໃນພາກຕາເວັນອອກກາງ ທີ່ຍຸ່ງຍາກ ຢູ່ແລ້ວນັ້ນ.

ທ່ານ CROWLEY ເວົ້າວ່າ ການຕັດສິນໃຈ ທີ່ວ່ານີ້ ອາດບ່ອນທຳລາຍ ຕໍ່ຄວາມໄວ້ ເນື້ອເຊື່ອໃຈ ທີ່ທ່ານເອີ້ນວ່າ ເປັນພື້ນຖານ

ໃນການເຈລະຈາທາງອ້ອມ ລະຫວ່າງ ອິສຣາແອລ ແລະປາແລສໄຕນ໌. ທ່ານ CROWLEY ເວົ້າວ່າ ແຜນການ ທີ່ວ່ານີ້ ແມ່ນສ່ຽງຕໍ່ ການທີ່ຈະພາໃຫ້ ເກີດຄວາມຮຸນແຮງ.

ຄະນະກຳມາທິການແຜນການ ຂອງນະຄອນ ເຈຣູຊາແລັມ ໄດ້ໃຫ້ການອະນຸມັດ ຕໍ່ໂຄງການ ສ້າງສວນ ສາທາລະນະ KING ໃນມື້ວານນີ້ ຕາມການຮຽກຮ້ອງ ຂອງເຈົ້າຄອງກຳແພງ ນະຄອນເຈຣູຊາແລັມ ທ່ານ NIR BARKAT.

XS
SM
MD
LG