ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສຣາແອລ ໂຈມຕີ ເຂດກາຊາ


ກຸ່ມຮາມັສກ່າວວ່າ ການໂຈມຕີ ທາງອາກາດ ຂອງອິສຣາແອລ ໄດ້ສັງຫານ ຜູ້ບັນຊາການຄົນນຶ່ງຂອງຕົນ ໃນເຂດກາຊາ.

ພວກທີ່ເຫັນເຫດການ ແລະເຈົ້າໜ້າທີ່ການແພດ ກ່າວວ່າ ນອກນັ້ນ ຍັງມີອີກຢ່າງນ້ອຍ 8 ຄົນ ໄດ້ຮັບບາດເຈັບ ໃນຕອນເດິກ ຂອງຄືນວັນສຸກ ແລະຕອນເຊົ້າມືດ ຂອງມື້ວັນເສົາ ເວລາເຮືອບິນ ຂອງອິສຣາແອລ ທຳການໂຈມຕີ ເພື່ອເປັນການຕອບໂຕ້ ຢູ່ໃນເຂດກາຊາ. ມີຕຶກອາຄານຫຼາຍຫຼັງ ແລະບ່ອນທີ່ຖືກກ່າວຫາວ່າ ເປັນອຸໂມງ ລັກລອບຂົນອາວຸດແຫ່ງນຶ່ງ ໄດ້ຖືກໂຈມຕີ.

ໃນມື້ວັນສຸກວານນີ້ ຈະຫຼວດລູກນຶ່ງ ທີ່ຍິງຈາກເຂດກາຊາ ໄດ້ຕົກໃສ່ເມືອງ ASHKELON ໃນພາກໃຕ້ ຂອງອິສຣາແອລ. ຈະຫຼວດລູກນີ້ ໄດ້ເຮັດໃຫ້ ປະຕູປ່ອງຢ້ຽມ ຂອງຫໍພັກແຫ່ງນຶ່ງແຕກ ແລະລົດຫຼາຍໆຄັນ ໄດ້ຮັບຄວາມເສຍຫາຍ ແຕ່ບໍ່ມີລາຍງານວ່າ ມີຜູ້ໃດໄດ້ຮັບບາດເຈັບ.

ອິສຣາແອລ ປະກາດໃນມື້ວານນີ້ວ່າ ຕົນໄດ້ຍື່ນຄຳຮ້ອງຮຽນ ກ່ຽວກັບການໂຈມຕີ ເມືອງ ASHKELON ແລະການຍິງປືນຄົກ ໃສ່ອິສຣາແອລ ໃນສັບປະດາແລ້ວ ຕໍ່ສະພາຄວາມໝັ້ນຄົງ ແລະສະພາສິດທິມະນຸດ ຂອງອົງການ ສະຫະປະຊາຊາດ.

XS
SM
MD
LG