ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ກັນຍາ ໒໐໒໓

ອິສຣາແອລ ແລະ ປາແລສໄຕນ໌ ຍັງສືບຕໍ່ ເຈລະຈາກັນ ກ່ອນການຢຸດຍິງ ໝົດອາຍຸ (ສະໄລດ໌/ວີດີໂອ)


ໃນຂະນະທີ່ຕາເວັນກຳລັງຈະຕົກ Ahmad ແລະ Mahmoud al Masri ນັ່ງຢູ່ເທິງຊາກຫັກພັງ ຂອງເຮື້ອນເຂົາເຈົ້າທັງສອງ ທີ່ຖືກໂຈມຕີທາງອາກາດ ໂດຍອິສຣາແອລ ໃນເມືອງ Beit Hanoun ຢູ່ທາງພາກເໜືອ ເຂດກາຊາ.

ຄະນະ​ເຈລະຈາ​ ຂອງອິສຣາ​ແອ​ລ ​ແລະປາ​ແລ​ສ​ໄຕ​ນ໌ ​ກຳລັງ
ປະຊຸມ​ກັນ​ອີກ​ຄັ້ງນຶ່ງ ​ໃນ​ວັນ​ພຸດ​ມື້​ນີ້ ​ຢູ່ ນະຄອນຫລວງ Cairo
​ໃນ​ການ​ພະຍາຍາມ​ຄັ້ງສຸດ​ທ້າຍ ​ເພື່ອ​ຊອກ​ຫາ​ຊ່ອງທາງແກ້ໄຂ
ວິ​ກິດ​ການ ກ່ອນ​ການ​ຢຸດ​ຍິງ ເປັນ​ເວລາ 72 ຊົ່ວ​ໂມງ ຈະໝົດ
ອາຍຸລົງນັ້ນ.

ການ​ຢຸດ​ສູ້​ລົບກັນ ​ແມ່ນ​ມີ​ກຳນົດ​ທີ່​ຈະ​ສິ້ນ​ສຸດລົງ​ໃນ​ຕອນແລງ
ຂອງ​ວັນ​ພຸດ​ມື້​ນີ້ ຊຶ່ງ​ຂົ່ມຂູ່ວ່າ ຈະສືບ​ຕໍ່​ບັນຫາ​ຂັດ​ແຍ້​ງ ທີ່​ໄດ້​ສັງ
ຫານ​ຜູ້ຄົນໄປ ເກືອບ 2,000 ຄົນ​ແລ້ວ ​ຊຶ່ງສ່ວນຫຼາຍ​ແມ່ນຊາວ​
ປາ​ແລ​ສ​ໄຕ​ນ໌ ນັບຕັ້ງ​ແຕ່ Israel ​ໄດ້​ເລີ້ມ​ປະຕິບັດ​ການທາງ
​ທະ​ຫານ ​ເພື່ອ​ຢຸດ​ການ​ຍິງ​ຈະ​ຫລວດ​ ​ຈາກ​ເຂດກາ​ຊາ ​ຂອງ​ພວກ
​ຫົວ​ຮຸນແຮງ​ເມື່ອວັນ​ທີ 8 ກໍ​ລະ​ກົດຜ່ານ​ມາ.

ກຸ່ມ​ຫົວ​ຮຸນແຮງຮາ​ມັສ ຊຶ່ງ​ເປັນຜູ້ຄວບ​ຄຸມ​ເຂດ​ກາຊາ ​ແມ່ນຮຽກຮ້ອງ ໃຫ້ອິສຣາ​ແອ​ລ
ຍົກເລີກການປິດລ້ອມຂອງຕົນ ​ຕໍ່ເຂດ​ດິນ​ແດນທີ່​ທຸກ​ຍາກ​ຕາມແຄມຝັ່ງທະ​ເລ
Mediterranean. ສ່ວນ​ອິສຣາ​ແອ​ລຢາກໃຫ້ ​ພວກຮາ​ມັສ ປົດ​ອາວຸດ​ຢ່າງສິ້ນ​ເຊີງ.

ການ​ຢຸດ​ຍິງ​ເປັນ​ເວລາ​ 3 ມື້ ທີ່ຄ້າຍ​ຄື​ກັນ​ນີ້ ຊຶ່ງ​ອີ​ຈິບ​ໄດ້​ໄກ່​ເກ່ຍ ໝົດ​ອາຍຸລົງ​ໃນ​ອາທິດ​
ແລ້ວ​ ໂດຍ​ບໍ່​ມີ​ການ​ຕົກລົງ​ກັນ​ໄດ້ ​ແລະ ຄວາມເປັນ​ປໍ​ລະ​ປັກກັນ​ລະຫວ່າງ​ທັງ​ສອງ​ຝ່າຍ
ໄດ້ເລີ້ມຄືນໃໝ່ ​ດ້ວຍການ​ຍິງ​ຈະ​ຫລວດຫຼາຍລູກ​ຈາກ​ເຂດ​ກາຊາ ​ແລະ ກອງ​ກຳລັງ
ອິສຣາ​ແອ​ລ ກໍຕອບ​ໂຕ້​ດ້ວຍ​ການ​ໂຈມ​ຕີ​ທາງ​ອາກາດ.

Israelis Near Gaza Wary of Rockets, Future
please wait

No media source currently available

0:00 0:02:30 0:00

XS
SM
MD
LG