ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຈລະຈາສັນຕິພາບ ໃນພາກຕາເວັນອອກກາງ


ນາຍົກລັດຖະມົນຕີ ອິສຣາແອລ ທ່ານເບັນຈະມິນ ເນຕັນ ຢາຮູ ກ່າວວ່າ ທ່ານຢາກຈະພົບປະ ກັບປະທານາທິບໍດີ ປາແລສໄຕນ໌ ທ່ານ Mamoud Abbas ໃນທຸກໆສອງອາທິດ ຂະນະທີ່ພວກຜູ້ນຳທັງສອງ ເລີ້ມຈະເປີດການເຈລະຈາ ສັນຕິພາບໂດຍກົງ.

ສື່ມວນຊົນ ຂອງອິສຣາແອລ ລາຍງານວ່າ ທ່ານເນຕັນ ຢາຮູ ກ່າວຕໍ່ທີ່ປຶກສາຂອງທ່ານ ໃນຕອນແລງ ຂອງວັນພະຫັດ ວານນີ້ວ່າ ທ່ານມີແຜນການ ທີ່ຈະນຳພາຄະນະເຈລະຈາ ຂອງອິສຣາແອລ ດ້ວຍໂຕຂອງທ່ານເອງ.

ມີກຳນົດວ່າ ພວກຜູ້ນຳທັງສອງ ຈະພົບປະກັນ ທີ່ກຸງວໍຊິງຕັນ ໃນອາທິດໜ້າ ເພື່ອລິເລີ້ມ ຄືນໃໝ່ ການເຈລະຈາສັນຕິພາບ ທີ່ໄດ້ຕົກຢູ່ ໃນສະພາບບໍ່ໄປບໍ່ມາ ນັບແຕ່ປີ 2008 ເປັນຕົ້ນມາ.

ນຶ່ງໃນບັນຫາຂັດແຍ້ງ ໃຫຍ່ທີ່ສຸດ ກໍຄືກິດຈະການຕັ້ງບ້ານໃໝ່ ຂອງອິສຣາແອລ ໃສ່ດິນ ທີ່ຊາວປາແລສໄຕນ໌ ຕ້ອງການຈະຕັ້ງ ເປັນປະເທດ ໃນອະນາຄົດ.

ທ່ານ Abbas ເຕືອນວ່າ ການເຈລະຈາ ຈະມີການຍຸຕິລົງ ຖ້າຫາກອິສຣາແອລບໍ່ຕໍ່ອາຍຸ ການຫ້າມ ໃນການກໍ່ສ້າງບ້ານໃໝ່ ຊຶ່ງມີກຳນົດ ຈະໝົດອາຍຸລົງ ໃນວັນ ທີ 26 ກັນຍານີ້.

ລັດຖະມົນຕີ ການຕ່າງປະເທດ ອິສຣາແອລທ່ານ Avigdor Lieberman ກ່າວວ່າ ການສືບຕໍ່ ຂໍ້ຫ້າມບໍ່ໃຫ້ ມີການຕັ້ງບ້ານໃໝ່ນັ້ນ ຈະສ້າງຄວາມໂກດແຄ້ນ ໃຫ້ແກ່ພວກ ຕັ້ງຖິ່ນຖານ ທີ່ຂູ່ວ່າ ຈະທັບມ້າງ ລັດຖະບານປະສົມ ຂອງອິສຣາແອລ ຖ້າຫາກບໍ່ມີການຍົກເລີກ ການຫ້າມ ໃນການກໍ່ສ້າງບ້ານໃໝ່.

XS
SM
MD
LG