ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

17 ຄົນ​​ໄດ້​ຮັບ​ບາດ​ເຈັບໃນ​​ເຂດ Gaza


ເຈົ້າ​ຫນ້າ​ທີ່​ຮັກສາ​ຄວາມ​ປອດ​ໄພຂ​ອງປາ​ເເລັສຕາຍກ່າວ​ວ່າ ​ ເຫດລະ​ເບີດຢູ່​ເຮືອນຂອງຜູ້ນໍາ​ກຸ່ມ Hamas ຄົນ​ນຶ່ງ​ໃນເຂດ Gaza ​ໄດ້​ເຮັດ​ໃຫ້​ຢ່າງ​ນ້ອຍ 17 ຄົນ ​ໄດ້​ຮັບ​ບາດ​ເຈັບ.

ຝ່າຍ Hamas ຖະ​ແຫລງ​ວ່າ ການໂຈມ​ຕີ​ທາງ​ອາກາດ​ຂອງ​ອິສຣາ​ແອ​ລ ໄດ້​ພາ​ໃຫ້​ເກີດເຫດລະ​ເບີດ​ໃນ​ເຊົ້າ​ວັນ​ຈັນມື້ນີ້ ​ແຕ່​ທາງ​ກອງທັບຂອງ​ Israel ​ໄດ້​ປະຕິ​ເສດວ່າ ຕົນ​ບໍ່​ໄດ້​ມີ​ສວ່ນພົວພັນ​ໃດໆ.

ກ່ອນ​ໜ້າ​ນີ້ ທາງ​ເຮືອບິນຂອງ Israel ​ໄດ້ໂຈມ​ຕີ​ອຸບໂມງສອງ​ແຫ່ງທີ່​ໃຊ້​ເປັນທາງລັກລອບລໍາລຽງສໍາພາລະ ​ເຂົ້າ​ໄປໃນ​ພາກ​ໃຕ້​ເຂດ Gaza ​ນັ້ນ ເພື່ອ​ເປັນ​ການ​ຕອບ​ໂຕ້​ ຕໍ່​ການ​ໂຈມ​ຕີ ດ້ວຍຈະ​ຫລວດ ຈາກ​ເຂດ Gaza ​ເຂົ້າ​ໃສ່ Israel ​ໃນ​ວັນ​ເສົາ​ແລ້ວ​ນີ້.

ພວກ​ຮາ​ມັສ​ໃນເຂດ Gaza ກ່າວ​ວ່າ ການໂຈມ​ຕີ​ທາງ​ອາກາດ​ຂອງ Israel ​ໄດ້​ທໍາລາຍ
ຕຶກອາ​ຄານ​ເສຍ​ຫາຍ ​ແຕ່​ບໍ່​ມີ​ຜູ້​ໃດ​ໄດ້​ຮັບ​ບາດ​ເຈັບ​ລົ້ມ​ຕາຍ.

ນາຍົກລັດຖະມົນຕີ Benjamin Netanyahu ​ໄດ້​ຖະ​ແຫລງ​ຕໍ່ຄະນະລັດຖະບານຂອງ​
ທ່ານ ໃນ​ວັນ​ອາທິດ​ວານ​ນີ້​ວ່າ Israel ຖື​ວ່າ ທາງກຸ່ມ Hamas ຂອງປາ​ເເລັສຕາຍ
ເປັນ​ຜູ້ຮັບຜິດ​ຊອບ​ໃນ​ເລື່ອງ​ຄວາມ​ວຸ້ນວາຍ​ ໃນເຂ​ດ Gaza ທີ່ຢູ່​ໃຕ້​ການ​ປົກຄອງ​ຂອງ
ກຸ່ມ Hamas ນັ້ນ.

XS
SM
MD
LG