ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີ 2 ຄົນເສຍຊີວິດໃນ ການຕໍ່ສູ້ໃນເຂດກາຊາ


ເຈົ້າໜ້າທີ່ອິສະຣາແອລກ່າວວ່າ ການຍິງຕໍ່ສູ້ກັນ ລະຫວ່າງ
ທະຫານຂອງ ຕົນແລະພວກຫົວຮຸນແຮງໃນເຂດກາຊາ
ໃກ້ໆບໍລິເວນຊາຍແດນອິສະຣາແອລ ທີ່ຕິດກັບເຂດກາຊາ
ນັ້ນ ເຮັດໃຫ້ຊາວປາແລສໄຕນ໌ 2 ຄົນເສຍຊີວິດ.

ກອງທັບອິສະຣາແອລ ກ່າວໃນວັນອັງຄານມື້ນີ້ວ່າ ທະຫານ
ຂອງຕົນບໍ່ມີ ຜູ້ໃດໄດ້ຮັບອັນຕະລາຍ. ຕຳຫຼວດອິສະ
ຣາແອລກ່າວວ່າ ເວລານີ້ ທາງບາງສາຍ ທີ່ຢູ່ໃກ້ໆບໍລິເວນ
ຊາຍແດນໄດ້ຖືກປິດສຳລັບການສັນຈອນໄປມາ.

ວິທະຍຸອິສະຣາແອລລາຍງານວ່າ ໄດ້ມີການຂໍຮ້ອງໃຫ້ປະຊາຊົນໃນເຂດ ທ້ອງຖິ່ນ ພາກັນ
ຢູ່ແຕ່ໃນເຮືອນ.

ຄວາມຮຸນແຮງທີ່ວ່ານີ້ໄດ້ມີຂຶ້ນ ຫຼັງຈາກໜ່ວຍກ້າຕາຍຂອງອິສະຣາແອລ ໄດ້ບຸກໂຈມຕີ
ກຳປັ່ນລຳນຶ່ງຂອງເຕີກກີ ທີ່ພວມແລ່ນຢູ່ໃນເຂດທະເລເມດີແຕເຣ ນຽນທີ່ເປັນເຫດໃຫ້ມີ
ຜູ້ເສຍຊີວິດຢ່າງນ້ອຍ 9 ຄົນແລະບາດເຈັບອີກ 10 ກວ່າ ຄົນໃນມື້ວັນຈັນວານນີ້.

XS
SM
MD
LG