ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສຣາແອລ, ປາແລສໄຕນ໌ ສືບຕໍ່ໂຈມຕີກັນ


ຜູ້ບາດເຈັບຈາກການໂຈມຕີທາງອາກາດຂອງອິສຣາແອລໃສ່ພວກຫົວຮຸນແຮງ
ປາແລສໄຕນ໌ໃນເຂດກາຊາ.
ວັນທີ 30 ຕຸລາ 2011.
ຜູ້ບາດເຈັບຈາກການໂຈມຕີທາງອາກາດຂອງອິສຣາແອລໃສ່ພວກຫົວຮຸນແຮງ ປາແລສໄຕນ໌ໃນເຂດກາຊາ. ວັນທີ 30 ຕຸລາ 2011.

ອິສຣາ​ແອ​ລ​ແລະ​ພວກ​ຫົວຮຸນ​ແຮງ​ປາ​ແລ​ສ​ໄຕ​ນ໌​ໃນ​ເຂດ​ກາ​ຊາ​ ສືບ​ຕໍ່ທໍາ​ການໂຈມ​ຕີ​ກັນອີກ​
ໃນ​ວັນ​ອາທິດ​ມື້​ນີ້ ລຸນ​ຫລັງ​ການ​ໂຈມ​ຕີຮ້າຍ​ແຮງ​ເຖິງ​ຕາຍ​ຫລາຍ​ບັ້ນ​ ​ທີ່​ເລີ້ມ​ຂຶ້ນ​ໃນ​ວັນ​ເສົາ​
ວານ​ນີ້​ ຊຶ່ງ​ຝ່າຍ​ອິສຣາ​ແອ​ລ​ໄດ້​ທໍາການ​ໂຈມ​ຕີ​ທາງ​ອາກາດ​ໃສ່​ພວກ​ປາ​ແລ​ສ​ໄຕ​ນ໌ຫົວ​ຮຸນ​ແຮງ​.

ຄວາມ​ພະຍາຍາມ​ຂອງ​ອີ​ຈິບ​ເພື່ອ​ໄກ່ເກ່ຍ​ໃຫ້​ມີ​ການ​ຢຸດ​ຍິງ​ກັນ​ລະຫວ່າງສອງ​ຝ່າຍ ​ມາ​ຮອດ
ປັດຈຸບັນ​ນີ້​ ​ແມ່ນໄດ້​ປະສົບ​ກັບ​ຄວາມ​ລົ້ມ​ແຫລວໃນການຍຸດຕິ​ຄວາມຮຸນ​ແຮງ​ນັ້ນ. ​ຝ່າຍ​ປາ
ແລ​ສ​ໄຕ​ນ໌ໄດ້​ຍິງ​ຈະ​ຫລວດ​ຫລາຍ​ລູກ​ ໃສ່​ພາກ​ໃຕ້ຂອງ​ອິສຣາ​ແອ​ລ​ໃນ​ເຊົ້າ​ວັນ​ອາທິດ​ມື້​ນີ້
ຂະນະ​ທີ່​ເຮືອບິນ​ຂອງ​ອິສຣາ​ແອ​ລ​ແນ​ເປົ້າ​ໝາຍ​ ໃສ່​ທີ່​ໝັ້ນ​ແຫ່ງ​ຕ່າງໆ​ຂອງ​ພວກ​ຫົວ​ຮຸນ​ແຮງ​
ໃນ​ເຂດ​ກາຊາ​ໃນ​ຄືນ​ຜ່ານ​ມາ​.

ພວກ​ປາ​ແລ​ສ​ໄຕ​ນ໌ຫົວ​ຮຸນ​ແຮງ​ກ່າວ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ພວກ​ຕົນ​ຕຽມ​ພ້ອມ​ທີ່​ຈະ​ຮັບ​ເອົາ
ຂໍ້​ຕົກລົງ​ຢຸດ​ຍິງ ຖ້າຫາກ​ອິສຣາ​ແອ​ລຕົກ​ລົງ​ຮັບ​ເອົາ​ຄື​ກັນ.

ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ອິສຣາ​ແອ​ລ​ໃສ່​ເປົ້າ​ໝາຍ​ແຫ່ງ​ຕ່າງໆ​ຂອງກຸ່ມ​ອີສລາມ Jihad
ໃນ​ເຂດ​ກາຊາ​ໃນ​ວັນ​ເສົາ​ວານ​ນີ້ ​ໄດ້​ສັງຫານ​ 9 ຄົນ. ກຸ່ມ Jihad ກ່າວ​ວ່າ ຜູ້​ບັນຊາ​ການ
ຄົນ​ນຶ່ງ​ຂອງ​ພວກ​ຕົນແມ່ນຮວມຢູ່​ໃນ​ພວກ​ທີ່​ເສຍ​ຊີວິດ​ໄປ​ນັ້ນ. ​ແລະການ​ຍິງ​ຈະ​ຫລວດ​ຕອບ
ໂຕ້​ຂອງ​ພວກ​ປາ​ແລ​ສໄຕ​ນ໌ຫົວ​ຮຸນ​ແຮງ​ ໄດ້​ເຮັດ​ໃຫ້​ພົນລະ​ເຮືອນ​ອິສຣາ​ແອ​ລຄົນ​ນຶ່ງ​ເສຍ​ຊີວິດ​
ແລະບາດ​ເຈັບຢ່າງ​ໜ້ອຍ 2 ຄົນ.

ກອງທັບ​ອິສຣາ​ແອ​ລກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ຕົນ​ໃນ​ວັນເສົາ​ວານ​ນີ້ ແມ່ຍິງ​ໃສ່
ພວກ​ຫົວ​ຮຸນ​ແຮງ​ທີ່​ເປັນ​ຜູ້​ຮັບຜິດຊອບ​ ໃນ​ການຍິງຈະ​ຫລວດ​ຫລາຍ​ລູກໃສ່​ອິສຣາ​ແອ​ລ​ໃນ​
ວັນ​ພຸດ​ແລ້ວ​ນີ້ ຊຶ່ງ​ການໂຈມ​ຕີ​ດັ່ງກ່າວ​ບໍ່​ໄດ້​ສົ່ງ​ຜົນ​ໃຫ້​ມີຜູ້​ບາດ​ເຈັບ​ລົ້ມ​ຕາຍ​ໃດ​ໆ.

ອິສຣາ​ແອ​ລ​ໄດ້​ຮຽກຮ້ອງ​ໃຫ້​ນາໆ​ຊາດ​ເຂົ້າ​ແຊກ​ແຊງ​ເພື່ອ​ຢຸດ​ການ​ໂຈມ​ຕີ​ຈາກ​ພວກ​ປາ​ແລ​ສ
​ໄຕ​ນ໌ນັ້ນ. ລັດຖະມົນຕີ​ຕ່າງປະ​ເທດ​ອິສຣາ​ແອ​ລ ທ່ານ Avigdor Lieberman ກ່າວ​ໃນ​ວັນ
​ເສົາ​ວານ​ນີ້ວ່າ ອິສຣາ​ແອ​ລບໍ່​ໄດ້​ຊອກ​ຫາ​ການ​ປະ​ເຊີນ​ໜ້າ​ກັນ​ກັບ​ພວກ​ປາ​ແລ​ສ​ໄຕ​ນ໌ ​ແລະກໍ​
ບໍ່​ຢາກເຮັດສະຖານະ​ການ​ໃນ​ປັດຈຸບັນ​ ຮ້າຍ​ແຮງ​ຂຶ້ນ ​ແຕ່​ຕົນກໍ​ຈະ​ບໍ່​ປ່ອຍ​ໃຫ້ການ​ລະດົມ​ຍິງ
​ຂອງ​ຝ່າຍ​ປາ​ແລ​ສໄຕ​ນ໌​ເກີດ​ຂຶ້ນ​ຊໍ້າ​ແລ້ວ​ຊໍ້າ​ອີກ ໂດຍ​ບໍ່​ມີ​ການ​ຕອບ​ໂຕ້​ນັ້ນ.

ສະຫະ​ປະຊາ​ຊາດ​ໄດ້​ຮຽກຮ້ອງ​ໃຫ້​ໃຊ້​ຄວາມ​ຍັບ​ຍັ້ງ ຊຶ່ງ​ທ່ານ Robert Serry ທູດ​ພິ​ເສດ​ວ່າ​
ດ້ວຍກິດຈະການ​ພາກ​ຕາ​ເວັນອອກ​ກາງຂອງ​ສະຫະປະຊາ​ຊາດ​ກ່າວ​ວ່າ ມັນ​ເປັນ​ສິ່ງ​ສໍາຄັນ
​ທີ່​ຈະ​ຕ້ອງລົດ​ຜ່ອນ​ສະພາບ​ການ​ໃນ​ປັດຈຸບັນ​ນີ້​ລົງ ​ໂດຍ​ບໍ່​ມີ​ການ​ຊັກ​ຊ້າ​ໃດໆ.

XS
SM
MD
LG