ທ່ານ Leon Panetta ລັດຖະມົນຕີປ້ອງກັນປະເທດສະຫະລັດກ່າວເຕືອນວ່າ ອິສຣາແອນ
ກໍາລັງຈະຖືກໂດດດ່ຽວຫລາຍຂຶ້ນນັບມື້ ຢູ່ໃນພາກຕາເວັນອອກກາງທ່າມກາງການລຸກຮືຂຶ້ນ
ຕໍ່ຕ້ານລັດຖະບານ ທີ່ພວມດໍາເນີນໄປໃນທົ່ວຂົງເຂດໃນປີນີ້.
ທ່ານ Panetta ກ່າວເຊ່ນນີ້ໃນຂະນະທີ່ກໍາລັງເດີນທາງໄປຍັງອິສຣາແອນໃນວັນອາທິດວານນີ້ ເພື່ອຢ້ຽມຢາມເປັນເທື່ອທໍາອິດໃນຖານະລັດ ຖະມົນຕີປ້ອງກັນປະເທດສະຫະລັດ ຊຶ່ງທ່ານໄດ້ກ່າວຕໍ່ໄປວ່າ ພວກຜູ້ ນໍາຂອງອິສຣາແອນຈະຕ້ອງຟື້ນການເຈລະຈາຄືນໃໝ່ກັບຝ່າຍປາເເລສໄຕນ໌ ແລະດໍາເນີນງານເພື່ອສ້າງຕັ້ງສາຍພົວພັນຄືນໃໝ່ກັບອີຈິບແລະ ເທີກີນັ້ນ.
ທ່ານ Panetta ມີໝາຍກໍານົດທີ່ຈະທໍາການພົບປະຫາລືກັນກັບທ່ານ Benjamin Netan
yahu ນາຍົກລັດຖະມົນຕີແລະທ່ານ Ehud Barak ລັດຖະມົນຕີປ້ອງກັນປະເທດອິສຣາ
ແອນ ຕະຫຼອດທັງພົບປະ ກັບປະທານາທິບໍດີ Mahmoud Abbas ແລະນາຍົກລັດຖະມົນ
ຕີ Salam Fayyad ຂອງປາເເລສໄຕນ໌ນໍາ. ຫລັງຈາກນັ້ນທ່ານຈະເດີນທາງໄປຮ່ວມກອງ
ປະຊຸມບັນດາລັດຖະມົນຕີປ້ອງກັນປະເທດກຸ່ມເນໂຕ້ທີ່ກຸງ Brussels ປະເທດ Belgium.
ອິສຣາແອນໄດ້ຮັບເອົາແຜນການຂອງນາໆຊາດຢ່າງເປັນທາງການ ສໍາລັບເລີ້ມທໍາການເຈ
ລະຈາກັນຄືນໃໝ່ ແຕ່ການຮື້ຟື້ນການເຈລະຈາກັນຄືນໃໝ່ໃນທັນທີນີ້ ຄົງຈະບໍ່ມີຂຶ້ນຍ້ອນ
ວ່່າສອງຝ່າຍຍັງສືບຕໍ່ມີຄວາມເຫັນແຕກຕ່າງກັນກ່ຽວກັບເງື່ອນໄຂຕ່າງໆຂອງຂໍ້ສະເໜີນັ້ນ.