ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະພາຄວາມໝັ້ນຄົງ ສປຊ ກໍານົດພິຈາລະນາ ການຂໍເຂົ້າເປັນສະມາຊິກ ຂອງປາແລສໄຕນ໌


ທ່ານ Mahmoud Abbas ປະທານາທິບໍດີປາແລສໄຕນ໌ຍົກສານສະບັບນຶ່ງຕໍ່ກອງປະຊຸມ ສະມັດຊາໃຫຍ່ສະຫະ ປະຊາຊາດຫັລງຈາກທ່ານໄດ້ຮຽກຮ້ອງຂໍເປັນປະເທດສະມາຊິກໂດຍເຕັມຂອງສະຫະປະຊາຊາດ.
ວັນທີ 26 ກັນຍາ 2011
ທ່ານ Mahmoud Abbas ປະທານາທິບໍດີປາແລສໄຕນ໌ຍົກສານສະບັບນຶ່ງຕໍ່ກອງປະຊຸມ ສະມັດຊາໃຫຍ່ສະຫະ ປະຊາຊາດຫັລງຈາກທ່ານໄດ້ຮຽກຮ້ອງຂໍເປັນປະເທດສະມາຊິກໂດຍເຕັມຂອງສະຫະປະຊາຊາດ. ວັນທີ 26 ກັນຍາ 2011

ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ກໍາ​ນົດຈະ​ພິຈາລະນາ​ກັນ​ຢ່າງ​ເປັນ​ທາງ​ການ​ຄໍາ​ຮຽກ
ຮ້ອງ​ຂອງ​ປາ​ແລ​ສ​ໄຕ​ນ໌ທີ່​ຂໍ​ເຂົ້າເປັນ​ສະມາຊິກ​ໂດຍ​ເຕັມ​ຂອງ​ສະຫະ​ປະຊາ​ຊາດ​ນັ້ນ.

ການ​ໂອ້​ລົມ​ສົນທະນາ​ກັນ​ໃນ​ວັນ​ພຸດ​ມື້​ນີ້​ ມີ​ຂຶ້ນ​ທ່າມກາງ​ການສືບຕໍ່ຮຽກຮ້ອງໃຫ້ໄຂ​ການ
​ເຈລະຈາ​ສັນຕິພາບ​ກັນ​ຄືນ​ໃໝ່ ​ລະຫວ່າງ​ອິສຣາ​ແອ​ລ​ແລະ​ປາ​ແລ​ສ​ໄຕ​ນ໌ ​ແລະ​ການ​ປະນາມ
​ໂດຍ​ພວກ​ຜູ້​ນໍາ​ຂອງສະຫະລັດ ສະຫະພາບ​ຢູ​ໂຣບ ​ແລະ​ປາ​ແລ​ສ​ໄຕ​ນ໌ ກ່ຽວ​ກັບ​ແຜນການ​
ຂອງ​ອິສຣາ​ແອ​ລ​ ເພື່ອ​ກໍ່ສ້າງ​ບ້ານ​ເຮືອນ​ໃໝ່​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ Jerusalem ນັ້ນ.

ທ່ານ​ Lynn Pascoe ຫົວໜ້າ​ດ້ານ​ການ​ເມືອງ​ຂອງ​ສະຫະ​ປະຊາ​ຊາດ​ກ່າວ​ຕໍ່​ສະພາ​ຄວາມ
​ໝັ້ນຄົງ​ ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ບໍ່​ຄວນ​ມີການຍົກເວັ້ນໃນຄວາມ​ພະຍາຍາມ​ໃດໆ​ກໍຕາມ
ເພື່ອ​ຊຸກຍູ້​ໃຫ້​ທັງ​ສອງ​ຝ່າຍ​ກັບ​ຄືນ​ສູ່​ໂຕະ​ເຈລະ​ຈາ​ກັນ ຊຶ່ງ​ທ່ານ​ກ່າວ​ຕໍ່​ໄປ​ວ່າ ​ເວລາ​ນີ້​ເປັນ
​ເວລາ​ສໍາລັບ​ໝົດ​ທຸກ​ຄົນຄວນ​ໃຫ້​ໂອກາດ​ແກ່ການ​ດໍາ​ເນີນ​ຂັ້ນ​ຕອນທາງ​ການ​ທູດ.

ການ​ພົບ​ປະ​ເຈລະຈາ​ສັນຕິພາບ​ລະຫວ່າງ​ອິສຣາ​ແອ​ລ​ແລະ​ປາ​ແລ​ສ​ໄຕ​ນ໌ໄດ້​ພັງ​ທະລາ​ຍລົງ
​ໃນ​ປີ​ແລ້ວ​ນີ້ ຫລັງ​ຈາກ​ການ​ຫ້າມຂອງອິສຣາ​ແອລ ບໍ່ໃຫ້​ກໍ່ສ້າງ​ບ້ານ​ເຮືອນ​ໃນ​ຝັ່ງ​ຕາ​ເວັນ​ຕົກ​
ຂອງ​ແມ່​ນໍ້າ​ຈໍ​ແດນ​ໝົດ​ອາຍຸ​ໄປ. ການ​ພົບ​ເຈລະຈາ​ທີ່​ຕົກ​ຢູ່​ໃນ​ສະພາບ​ບໍ່​ໄປ​ບໍ່​ມາ​ນີ້ ​ໄດ້​ກະ​ຕຸ້ນ​
ໃຫ້​ປາ​ແລ​ສ​ໄຕ​ນ໌ພະຍາຍາມ​ຊອກ​ຫາ​ຊ່ອງທາງ​ ໃຫ້​ສະຫະ​ປະຊາ​ຊາດ​ຮັບ​ຮູ້​ການ​ເປັນປະ​ເທດ​
ປາ​ແລ​ສ​ໄຕ​ນ໌ຂອງ​ຕົນໃນ​ສັບປະດາ​ຜ່ານ​ມາ​ນີ້.

ທ່ານ​ນາງ​ຮິນ​ລາຣີ ຄລິນ​ຕັນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດເອີ້ນ​ການ​ຕັດສິນ​ໃຈ​ຂອງ​ອິສຣາ​ແອນ​ທີ່​ຈະ​ກໍ່ສ້າງ​ບ້ານ​ເຮືອ​ນ​ໃໝ່​ຕື່ມ​ອີກ1100 ຫລັງ​ນັ້ນ ​ເປັນ​ຜົນ​ສະທ້ອນ​ກັບ​ໃນ​ທາງ​ບໍ່​ດີ​ແກ່​ການ​ຟື້ນ​ຟູ​ການ​ເຈລະ​ຈາ​ກັນ​ຄືນ​ໃໝ່​ນັ້ນ ​ແລະ​ທ່ານ​ນາງ​ກ່າວ​ຕໍ່​ໄປ​ວ່າ ທັງ​ສອງ
ຝ່າຍ​ຄວນ​ຈະ​ຫລີກ​ລ້ຽງ​ພຶດຕິ​ກໍາ​ແບບ​ເກາະ​ຜິດ​ຕ່າງໆ​ທີ່ຈະ​ບ່ອນ​ທໍາລາຍ​ຄວາມໄວ້​ວາງ​ໃຈ
ກັນໂດຍ​ສະ​ເພາະ​ໃນ​ນະຄອນ Jerusalem.

XS
SM
MD
LG