ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອິສຣາແອລຮຽກຮ້ອງໃຫ້ປາເເລສໄຕນ໌ ທໍາການເຈລະຈາສັນຕິພາບກັນຕໍ່ໄປ


ທ່ານ​ເບັນ​ຈະ​ມິນ ​ເນ​ທັນ​ຢາ​ຮູ ນາຍົກລັດຖະມຸນຕີອິສຣາ​ແອລ ຮຽກຮ້ອງ​ໃຫ້​ປະທານາທິບໍດີ ມັກ​ມຸດ ອັບ​ບັສ ​ແຫ່ງ​ປາ​ເ​ເລ​ສ​ໄຕ​ນ໌ ສືບ​ຕໍ່​ການ​ເຈລະຈາ​ສັນຕິພາບ​ກັນ​ຕໍ່​ໄປ​ ​ເຖິງ​ແມ່ນການ​ຫ້າມ​ກໍ່ສ້າງ​ບ້ານເຮືອນໃໝ່​ຂອງ​ຊາວ​ຍິວໃນ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນໍ້າ​ຈໍ​ແດນເປັນ​ເວລາ 10 ​ເດືອນ​ ໝົດ​ອາຍຸ​ລົງແລ້ວ​ກໍ​ຕາມ.

ຜູ້​ນໍາ​ອິສຣາ​ແອລໄດ້​ນໍາຖະ​ແຫລ​ງການ​ສະບັບ​ນຶ່ງອອກ​ເຜີຍ​ແຜ່ໃນຕອນ​ເຊົ້າ​ໆວັນ​ຈັນ​ມື້​ນີ້ ​ບໍ່​ດົນຫລັງ​ຈາກ​ການ​ຫ້າມ​ກໍ່ສ້າງ​ບ້ານ​ເຮືອນ​ໃໝ່​ໝົດ​ອາຍຸ​ລົງ ໃນ​ຕອນ​ເດິກວັນ​ອາທິດ​ວານ​ນີ້. ທ່ານ​ເນ​ທັນ​ຢາ​ຮູ ຮຽກຮ້ອງ​ໃຫ້​ທ່ານອັບ​ບັສ ສືບຕໍ່​ການ​ໂອ້ລົມ​ສົນທະນາ​ກັນ​ ເພື່ອ​ໃຫ້​ບັນລຸ​ຂໍ້​ຕົກລົງ​ ຄັ້ງ​ປະວັດ​ສາດພາຍ​ໃນ​ນຶ່ງ​ປີ​ ​ແລະ​ກ່າວ​ຕື່ມ​ວ່າ ອິສຣາ​ແອລ​ແມ່ນພ້ອມແລ້ວທີ່​ຈະ​ສືບ ຕໍ່​ການພົວພັນ​ກັນ​ຕໍ່​ໄປ​ ໃນ​ຫລາຍ​ມື້​ຂ້າງ​ໜ້າ​ນີ້.

ອົງການ​ຂ່າວສານ​ຝຣັ່ງ ອ້າງ​ຄໍາ​ເວົ້າ​ຂອງ​ໂຄສົກ​ປະ​ຈໍາ​ປະທານາທິບໍດີອັບ​ບັສ ວ່າ ຜູ້​ນໍາ​ປາເເລ​ສ​ໄຕ​ນ໌ ​ໄດ້​ຮຽກຮ້ອງ​ອິສຣາ​ແອລ​ ວາງ​ຂໍ້​ຫ້ານໃໝ່ການ​ກໍ່ສ້າ​ງບ້ານ​ເຮືອນ​ນັ້ນ. ທ່ານ Abu Nabil Rudeina ​ໂຄສົກ​ປະ​ຈໍາ​ທ່ານອັບ​ບັສ ກ່າວ​ວ່າ ມັນ​ເປັນ​ຊ່ອງ​ທາງ​ດຽວ​ເທົ່າ​ນັ້ນທີ່​ການ​ ເຈລະຈາ​ສັນຕິພາບ​ຈະ​ສາມາດ​ບັນລຸ​ຜົນ​ໄດ້.

ທ່ານ Rudeina ກ່າວ​ເຊ່ນ​ນີ້​ຈາກ​ກຸງ​ປາຣີ ບ່ອນ​ທີ່​ທ່ານອັບ​ບັສ ​ໄດ້​ພົບ​ປະກັນ​ກັບ​ພວກ​ສະ ມາຊິກ​ຂອງ​ປະຊາ​ຄົມ​ຊາວ​ຝຣັ່ງ​ເຊື້ອສາຍ​ຢີວ​ໃນ​ວັນ​ອາທິດ​ວານ​ນີ້.

ຝ່າຍ​ປາເເລ​ສ​ໄຕ​ນ໌​ໄດ້​ຂູ່​ທີ່​ຈະ​ຍ່າງ​ອອກ​ຈາກ​ການເຈລະຈາ​ກັນ ​ຖ້າຫາກ​ການ​ກໍ່ສ້າງ​ບ້ານ​ເຮືອນ​ດໍາ​ເນີນ​ຕໍ່​ໄປ​ອີກ ​ແລະໄດ້​ຂໍພົບ​ກັບ​ບັນດາລັດຖະມຸນຕີ​ຕ່າງປະ​ເທດ​ຂອງ​ສັນນິບາດ​ຊາດ​ອາ​ຫລັບ ​ເພື່ອ​ຕັດສິນ​ໃຈ​ວ່າ​ຈະ​ດໍາ​ເນີນການເຈລະຈາ​ສັນຕິພາບ​ກັນແນວ​ໃດ​ຕໍ່​ໄປ ຖ້າ​ຫາກ​ການ​ກໍ່ສ້າງ​ບ້ານ​ເຮືອນໄດ້​ຮັບ​ອະນຸຍາດ​ໃຫ້​ມີ​ຂຶ້ນ​ໄດ້​ອີກ​ນັ້ນ.

ມີ​ລາຍ​ງານ​ວ່າ ທ່ານອັບ​ບັສ​ໄດ້​ເວົ້າ​ວ່າ ການ​ພົບ​ປະ​ກັບພວກ​ລັດຖະມຸນຕີ​ການ​ຕ່າງປະເທດ​ ຂອງ​ສັນນິບາດ​ຊາດ​ອາ​ຫຣັບ ຈະ​ມີ​ຂຶ້ນໃນ​ວັນ​ທີ 4 ຕຸລາ ​ເດືອນ​ໜ້າ​ນີ້.

XS
SM
MD
LG