ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໑ ມີນາ ໒໐໒໕

ອີສຣາແອລ ຈັບພວກຮາມັສ ໃນເຂດ West Bank


2013年3月28日,一架美國空軍B-2隱形轟炸機從韓國首都首爾以南的平澤烏山美國空軍基地附近上空飛過。
2013年3月28日,一架美國空軍B-2隱形轟炸機從韓國首都首爾以南的平澤烏山美國空軍基地附近上空飛過。

ຕໍາຫລວດປາ​ເເລສ​ໄຕ​ນ໌ກ່າວວ່າ ກໍາລັງທະຫານອີສຣາແອລ ໄດ້ຈັບກຸມພວກສະມາຊິກ
ກຸ່ມຮາມັສຈໍານວນຫລາຍສິບຄົນ ​ໃນວັນອາທິດມື້ນີ້ ໃນພາກ​ໃຕ້​ຂອງເຂດ ​ເເວສແບງຄ໌
ພຽງບໍ່ເທົ່າໃດຊົ່ວໂມງ ຫລັງຈາກພວກ​ຮາ​ມັສ​ໃນເຂດກາຊາ ໄດ້ລະດົມຍິງຈະຫລວດໃສ່ ອີສຣາແອລ.

ອີສຣາແອລກ່າວວ່າ ພວກຫົວຮຸນແຮງໃນເຂດກາຊາ ທີ່ປົກຄອງໂດຍກຸ່ມຮາມັສນັ້ນ ໄດ້ຍິງ
ຈະຫລວດຫລາຍກວ່າ 100 ລູກ ໃສ່ເຂດພາກໃຕ້ຂອງອີສຣາແອລ ໃນໄລຍະສອງສາມມື້ ຜ່ານມານີ້.

ໂຄສົກທະຫານອີສຣາແອລ ນາຍພົນຈັດຕະວາ Yoav Mordechai ກ່າວວວ່າ ອີສຣາແອລ
ຈະບໍ່ລັງເລໃຈ​ເລີຍ ທີ່ຈະຂະຫຍາຍການປະຕິບັດການທາງທະຫານຂອງຕົນກວ້າງອອກໄປ
ອີກ ຖ້າຈໍາເປັນ.

ກຸ່ມຮາມັສກ່າວວ່າ ຕົນກໍາລັງຍຸຕິການສະຫງົບເສິກກັບອີສຣາແອລ ​ເພື່ອກເປັນານຕອບໂຕ້
ຕໍ່ການໂຈມຕີທາງອາກາດຫລາຍໆບັ້ນຂອງອີສຣາແອລ ທີ່ແນໃສ່ພວກຫົວຮຸນແຮງໃນເຂດ
ກາຊາ ນັບຕັ້ງແຕ່ວັນພະຫັດຜ່ານມາ ທີ່ໄດ້​ເຮັດ​ໃຫ້ຊາວປາ​ເເລສ​ໄຕ​ນ໌​ເສຍ​ຊີວິດຢ່າງໜ້ອຍ
14 ຄົນ ສ່ວນໃຫຍ່ ແມ່ນພວກຫົວຮຸນແຮງ. ຊາຍອີສຣາແອລຄົນນຶ່ງ​ໄດ້​ເສຍ​ຊີ​ວິດ​ຍ້ອນຈະ
ຫລວດຈາກ​ຝ່າຍ​ຮາ​ມັສ. ຕໍາຫລວດອີຈິບອີກຫ້າຄົນ ກໍຖືກຂ້າຕາຍ ໃນການປະທະກັນຢູ່
ຕາມເຂດຊາຍແດນ ອີສຣາແອລ-ອີຈິບນັ້ນ.

ປະຊາຊົນອີຈິບພາກັນປະທ້ວງອິສຣາແອລ ຢູ່ຕໍ່ໜ້າ ສະຖານທູດອິສຣາແອລ ທີ່ນະຄອນຫລວງໄຄໂຣ, ວັນທີ 20 ສິງຫາ 2011.
ປະຊາຊົນອີຈິບພາກັນປະທ້ວງອິສຣາແອລ ຢູ່ຕໍ່ໜ້າ ສະຖານທູດອິສຣາແອລ ທີ່ນະຄອນຫລວງໄຄໂຣ, ວັນທີ 20 ສິງຫາ 2011.

ທ່ານ Ehud Barak ລັດຖະມົນຕີປ້ອງ
ກັນປະເທດອີສຣາແອລ ໄດ້ຂໍໂທດກ່ຽວ
​ກັບການເສຍຊີວິດຂອງພວກຕໍາຫລວດ
ອີຈິບນັ້ນ ​ແລະກ່າວວ່າ ອີສຣາແອລຈະ
ທໍາການສືບສວນສອບສວນກ່ຽວ​ກັບ
ເຫດການທີ່ເກີດຂຶ້ນນັ້​ນ ຮ່ວມກັນກັບ
ກອງທັບອີຈິບ. ແຕ່ລັດຖະບານອີຈິບ
ກ່າວວ່າ ການຂໍໂທດນັ້ນຍັງບໍ່ພຽງພໍ.

XS
SM
MD
LG