ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍົກອິສຣາແອລ ສັ່ງໃຫ້ປຸກເຮືອນຕື່ມ ໃສ່ເຂດພາກຕາເວັນອອກ Jerusalem


ທ່ານ Benjamin Netanyahu ນາຍົກລັດຖະມົນຕີອິສຣາແອລ.
ທ່ານ Benjamin Netanyahu ນາຍົກລັດຖະມົນຕີອິສຣາແອລ.

ນາຍົກລັດຖະມົນຕີອິສຣາ​ແອ​ລ ສັ່ງ​ໃຫ້​ກໍ່ສ້າງ​ບ້ານ​ເຮືອນ​ໃໝ່​ຕື່ມ​ອີກ 2 ພັນ​ຫລັງ​ໃນ​ພາກ​ຕ​າ​ເວັນ​ອອກ​ຂອງ​ນະຄອນ Jerusalem ​ແລະ​ໃນຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນໍ້າ​ຈໍ​ແດນ ນຶ່ງ​ມື້​ຫລັງ​ຈາກ​ອົງກາ​ນ UNESCO ຮັບ​ຮູ້​ຖານະ​ດ້ານ​ການ​ເມືອງ​ຂອງ​ອໍານາດ​ປົກຄອງ​ປາ​ແລ​ສ​ໄຕ​ນ໌ ​ແລະ​ໃຫ້​ເຂົ້າ​ເປັນ​ສະມາຊິກ​ສົມບູນ​ຂອງ​ອົງການ​ດັ່ງກ່າວ.

ໃນ​ວັນ​ອັງຄານ​ວານ​ນີ້ ນາຍົກລັດຖະມົນຕີ Benjamin Netanyahu ກ່າວ​ວ່າ ການ​ກໍ່ສ້າງ​ບ້ານ​ເຮືອນ​ເພີ່ມ​ຂຶ້ນ​ນີ້ ​ແມ່ນ​ຮວມທັງ​ການ​ຕັ້ງ​ຖິ່ນ​ຖານ​ແຫ່ງ​ຕ່າງໆ​ທີ່​ທ່ານ​ເຊື່ອ​ວ່າ ຈະ​ຍັງ​ເປັນ​ຂອງ​ອິສຣາ​ແອ​ລຢູ່ ຫລັງຈາກ​ມີ​ການບັນລຸຂໍ້​ຕົກລົງ​ສັນຕິ​ພາບໃດໆ​ກໍຕາມໃນ​ອtນາຄົດ​ນັ້ນ.

ເຈົ້າ​ໜ້າ​ທີ່​ຂັ້ນ​ອາວຸ​ໂສ​ທ່ານ​ນຶ່ງ​ຂອງ​ອິສຣາ​ແອ​ລຍັງ​ກ່າວວ່າ ຄະນະ​ລັດຖະບານ​ອິສຣາ​ແອ​ລຍັງ​ໄດ້​ຕັດສິນ​ໃຈ​ຢຸດໂອນ​ເງິນ​ເປັນ​ການ​ຊົ່ວຄາວ​ໃຫ້​ອໍານາດ​ປົກຄອງ​ປາ​ແລ​ສ​ໄຕ​ນ໌​ເຊ່ນ​ກັນ ຊຶ່ງ​ເຈົ້າ​ໜ້າ​ທີ່​ທ່ານ​ນີ້​ຍອມຮັບ​ຮູ້​ວ່າ ການ​ເຄື່ອນ​ໄຫວ​ຕ່າງໆ​ເຫລົ່າ​ນີ້​ເປັນ​ການ​ຕອບ​ໂຕ​ແບບລົງ​ໂທດ​ຕໍ່​ອັນ​ທີ່​ທ່ານ​ເອີ້ນ​ວ່າ ການ​ເຄື່ອນ​ໄຫວ​ແຕ່​ຝ່າຍ​ດຽວ​ຫວ່າງ​ໄວ ຜ່ານ​ມານີ້ໂດຍ​ພວກ​ປາ​ແລ​ສ​ໄຕ​ນ໌ນັ້ນ.

ອົງການ​ຂ່າວ Reuters ອ້າງ​ຄໍາ​ເວົ້າ​ຂອງ​ໂຄສົກ​ປະ​ຈໍາ​ທໍານຽບປະທານາ​ທິບໍດີ​ປາ​ແລ​ສ​ໄຕ​ນ໌ ວ່າ ການ​ກໍ່ສ້າງ​ບ້ານ​ເຮືອນ​ທີ່​ວາງ​ແຜນ​ໄວ້​ນີ້ ​ແມ່ນ​ເພື່ອ​ເລັ່ງລັດການ​ທໍາລາຍ​ຂັ້ນ​ຕອນ​ສັນຕິພາບ ​ແລະ​ທ່ານ​ບັນ​ລະ ຍາຍ​ຕື່ມ​ວ່າ ການ​ຕັດສິນ​ໃຈ​ຂອງ​ອິສຣາ​ແອ​ລ​ເພື່ອ​ງົດ​ການ​ໂອນ​ເງິນ​ໃຫ້ອໍານາ​ດປົກຄອງປາ​ແລ​ສ​ໄຕ​ນ໌ໄວ້​ຊົ່ວຄາວ​ນີ້​ແມ່ນ​ໄຮ້​ມະນຸດສະ​ທໍາ.

ໃນ​ເຊົ້າ​ວັນ​ອັງຄານ​ວານ​ນີ້ ບັນດາ​ເຈົ້າ​ໜ້າ​ທີ່​ປາ​ແລ​ສ​ໄຕ​ນ໌ ກ່າວ​ວ່າ ພວກ​ເຂົາເຈົ້າຈະ
ດຳເນີນການເພີ່ມຕື່ມຫຼັງຈາກໄດ້ຮັບໄຊຊະນະໃນ​ການຖືກ​ຮັບ​ຮູ້​ໂດຍ​ອົງການ​ວັດທະ
ນະ​ທໍາ​ຂອງ​ສະຫະ​ປະຊາ​ຊາດ​ໂດຍ​ການ​ຂໍ​ເຂົ້າເປັນ​ສະມາຊິກຕື່ມອີກ​ໃນ 16 ອົງການ
ຂອງ​ສະຫະ​ປະຊາ​ຊາດ​ນັ້ນ.

XS
SM
MD
LG