ທ້າວ Gilad Shalit ທະຫານອິສຣາແອລແລະຊາວປາແລສໄຕນ໌ຫຼາຍຮ້ອຍຄົນໄດ້ຖືກ
ປ່ອຍໃຫ້ເປັນອິດສະຫຼະ ໃນວັນອັງຄານມື້ນີ້ ໃນການແລກປ່ຽນຊະເລີຍເສິກຄັ້ງປະວັດ
ສາດທີ່ພາໃຫ້ມີການສະເຫຼີມສະຫຼອງຢູ່ທັງໃນອິສຣາແອລແລະດິນແດນຂອງປາແລສ
ໄຕນ໌.
ທ້າວ Gilad Shalit ທະຫານອິສຣາແອລ ທີ່ຈ່ອຍຜອມແລະມີທ່າທາງ ອິດເມື່ອຍນັ້ນ
ໄດ້ເດີນທາງກັບຄືນໄປຍັງອິສຣາແອລໂດຍຜ່ານປະເທດອີຈິບ ຊຶ່ງເປັນຜູ້ໄກ່ເກ່ຍໃນການ
ແລກປ່ຽນຊະເລີຍຄັ້ງນີ້. ເກືອບໃນເວລາດຽວກັນນັ້ນ ທາງການອິສຣາແອລກໍໄດ້ປ່ອຍ
ຊາວປາແລສໄຕນ໌ຈຳນວນຫຼາຍຮ້ອຍຄົນ ຊຶ່ງຈຳນວນນຶ່ງໄດ້ພາກັນຂ້າມດ່ານຊາຍແດນ
ເມືອງ Rafah ເຂົ້າໄປໃນເຂດກາຊາ ບ່ອນທີ່ຄອບຄົວແລະເພື່ອນຝູງຂອງພວກເຂົາເຈົ້າ
ໄດ້ພາກັນແລ່ນຫຸ້ມເຂົ້າກອດພວກເຂົາເຈົ້າ.
ກອງທັບອິສຣາແອລກ່າວວ່າ ທ້າວ Shalit ຊຶ່ງຖືກກຸ່ມຮາມັສຈັບໂຕໄວ້ແຕ່ປີ 2006
ໄດ້ໄປກວດສຸຂະພາບແລະໂອ້ລົມກັບຄອບຄົວຂອງລາວ ກ່ອນທີ່ຈະຖືກນຳໂຕໂດຍ
ເຮຣີຄອບເຕີ້ໄປພໍ້ພວກເຂົາເຈົ້າ ທີ່ຄ້າຍທະຫານແຫ່ງນຶ່ງໃນເຂດພາກກາງຂອງອິສ
ຣາແອລ.
ໃນການໃຫ້ສໍາພາດກັບຕາໜ່າງໂທລະພາບອີຈິບ ຫລັງຈາກລາວຖືກປ່ອຍໂຕແລ້ວ
ທ້າວ Shalit ທີ່ມີຕົນໂຕຈ່ອຍຜອມກ່າວວ່າ ລາວມີສຸຂະພາບດີແລະສະແດງຄວາມ
ຫວັງວ່າການແລກປ່ຽນນັກໂທດກັນນີ້ຈະນຳໄປສູ່ການມີສັນຕິພາບລະຫວ່າງພວກ
ອິສຣາແອລແລະປາແລສໄຕນ໌.
ພວກຝູງຊົນທີ່ຕື່ນເຕັ້ນພາກັນສະເຫລີມສະຫລອງການກັບຄືນຂອງພວກນັກໂທດປາ
ແລສໄຕນ໌ໃນເຂດກາຊາ ຕະຫຼອດທັງໃນເຂດຝັ່ງຕາເວັນຕົກຂອງແມ່ນໍ້າຈໍແດນ ບ່ອນ
ທີ່ປະທານາທິບໍດີ Mahmoud Abbas ຂອງປາແລສໄຕນ໌ ກ່າວປາໄສຕໍ່ປະຊາຊົນ
ຫລາຍພັນຄົນນັ້ນ.
ການແລກປ່ຽນໃນຄັ້ງນີ້ ຮຽກຮ້ອງໃຫ້ມີການປ່ອຍໂຕພວກນັກໂທດປາແລສໄຕນ໌ 477
ຄົນໃນວັນອັງຄານມື້ນີ້ ແລະສ່ວນທີ່ຍັງເຫລືອ 550 ຄົນຈະຖືກປ່ອຍໂຕໃນຊ່ວງເວລາ
2 ເດືອນຕໍ່ໜ້ານີ້.
ພວກນັກໂທດປາແລສໄຕນ໌ ຈໍານວນປະມານ 100 ຄົນກໍາລັງຖືກສົ່ງ ໄປຍັງເຂດຝັ່ງຕາ
ເວັນຕົກຂອງແມ່ນໍ້າຈໍແດນ ຫລື West Bank ແລະປະມານອີກ 40 ຄົນຈະຖືກສົ່ງໄປ
ຍັງປະເທດຈໍແດນ ເຕີກີ ກາຕາແລະ ຊີເຣຍ. ພວກທີ່ຍັງເຫລືອນັ້ນ ກໍາລັງຖືກປ່ອຍໂຕ
ໄປຍັງເຂດກາຊາ.
ທ້າວ Shalit ຊຶ່ງເວລານີ້ມີອາຍຸ 25 ປີ ໄດ້ຖືກພວກຫົວຮຸນແຮງຈັດ ປາແລສໄຕນ໌ຈັບ
ໂຕໄປໃນປີ 2006 ໃນການບຸກໂຈມຕີຂ້າມຊາຍແດນ ຈາກເຂດກາຊາເຂົ້າໄປໃນພາກ
ໃຕ້ຂອງອິສຣາແອລນັ້ນ.