ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະຫານອີສຣາແອນປະທະ ກັບພວກປະທ້ວງ ເລາະຕາມຊາຍແດນ


ທະຫານອີສຣາແອນຕັ້ງທີ່ໝັ້ນເລາະຕາມຊາຍແດນລະຫວ່າງອີສຣາແອນແລະຊີເຣຍ ໃນເຂດພູ Golan Heights ວັນທີ 15, 2011.
ທະຫານອີສຣາແອນຕັ້ງທີ່ໝັ້ນເລາະຕາມຊາຍແດນລະຫວ່າງອີສຣາແອນແລະຊີເຣຍ ໃນເຂດພູ Golan Heights ວັນທີ 15, 2011.

ທະຫານ​ອີສຣາ​ແອນ​ໄດ້​ຍິງ​ໃສ່​ພວກ​ປະ​ທ້ວງ​ປາ​ແລ​ສ​ໄຕ​ນ໌
ເລາະ​ຕາມຊາຍ​ແດນ​ຊີ​ເຣຍ ​ເລ​ບາ​ນອນແລະ​ເຂດ​ກາຊາ
ໃນ​ວັນ​ອາທິດ​ວານ​ນີ້ເຮັດ​ໃຫ້​ມີ​ຜູ້ເສຍ​ຊີວິດ ຢ່າງ​ໜ້ອຍ
15 ຄົນ​ ​ໃນ​ຂະນະ​ທີ່​ຝຸງ​ຊົນ​ພາກັນ​ປະ​ທ້ວງເພື່ອ​ເປັນ​ຂີດ
ໝາຍວັນ​ຄົບຮອບ​ປີ​ແຫ່ງ​ການ​ກໍ່​ຕັ້ງ​ປະ​ເທດ​ອີສຣາ​ແອນ
ຂຶ້ນ​ມາ​ນັ້ນ.

ພວກ​ທີ່​ເຫັນ​ເຫດການ​ແລະ​ພວກ​ເຈົ້າ​ໜ້າ​ທີ່​ເລ​ບາ​ນອນ
ກ່າວ​ວ່າ ທະຫານ​ອີສຣາ​ແອນ​ໄດ້​ສັງຫານຊາວ​ປາ​ແລ​ສ​
ໄຕ​ນ໌ 10 ຄົນແລະເຮັດ​ໃຫ້ບາດ​ເຈັບ​ຫລາຍ​ກວ່າ 50ຄົນ
ເວລາເຂົາ​ເຈົ້າຍິງ​ໃສ່​ພວກ​ປະ​ທ້ວງ​ເພື່ອປ້ອງ​ກັນ​ບໍ່​ໃຫ້
ພວກ​ປະ​ທ້ວງ​ຂ້າມ​ຊາຍ​ແດນ​ເຂົ້າ​ໄປ​ຍັງອີສຣາ​ແອນ​ຈາກ
ເລ​ບານອນ​ນັ້ນ.

ພວກ​ປະ​ທ້ວງ​ໃນ​ຊີ​ເຣຍ ​ກໍໄດ້​ພະຍາຍ​າມ​ເຊ່ນ​ກັນ​ເພື່ອ
ບຸກລຸກ​ຂ້າມ​ຮົ້ວ​ຂັ້ນຊາຍ​ແດນ​ເຂົ້າ​ໄປ​ຍັງ​ເຂດ​ພູ Golan
Heights ຊຶ່ງ​ຢູ່​ພາຍ​ໃຕ້​ຄວາມ​ຄຸ້ມຄອງ​ຂອງ​ອີສຣາ​ແອນ.
ເຈົ້າ​ໜ້າ​ທີ່​ຊີ​ເຣຍທ່ານ​ນຶ່ງ​ແລະ​ພວກ​ເຫັນ​ເຫດການ​ກ່າວ​ວ່າ ພວກ​ທະຫານ​ອີສຣາ​ແອນ​ໄດ້​ເປີດ​
ສາກ​ຍິງ​ປືນ​ໃສ່ພວກ​ປະ​ທ້ວງ ​ເຮັດ​ໃຫ້​ 4 ຄົນ​ເສຍ​ຊີວິດແລະ​ໄດ້​ຮັບ​ບາດ​ເຈັບ​ຢ່າງ​ນ້ອຍ 45 ຄົນ.

ຊາຍປາແລສໄຕນຄົນນງຖືກລູກປືນຂອງທະຫານອິສຣາແອນ ໃນການປະທະກັນ ຢູດານ Erez ຂາມຊາຍແດນລະຫວາງ Israel ກັບພາກເໜືອເຂດ Gaza, ວັນທີ15 ພຶດສະພາ 2011
ຊາຍປາແລສໄຕນຄົນນງຖືກລູກປືນຂອງທະຫານອິສຣາແອນ ໃນການປະທະກັນ ຢູດານ Erez ຂາມຊາຍແດນລະຫວາງ Israel ກັບພາກເໜືອເຂດ Gaza, ວັນທີ15 ພຶດສະພາ 2011

ໃນ​ແຫ່ງ​ອື່ນໆ​ອີກ ພວກ​ໝໍ​ແລະພະ​ຍາ​ບານ
ທະຫານ​ແລະ​ເຈົ້າ​ໜ້າ​ທີ່​ປາ​ແລ​ສ​ໄຕ​ນ໌ກ່າວ​ວ່າ ​
ໄດ້ມີ​ການ​ປະ​ທະ​ກັນ​ກັບ​ພວກ​ປະ​ທ້ວງ​ເລາະ​
ຕາມ​ຊາຍ​ແດນເຂດ​ກາຊາ​ທີ່ຢູ່​ພາຍ​ໃຕ້​ການ​ປົກ
ຄອງ​ຂອງ​ກຸ່ມ​ຮາ​ມາສ ​ເຮັດ​ໃຫ້ຄົນ​ນຶ່ງ​ເສຍ​ຊີວິດ ​ແລະ​ບາດ​ເຈັບ​ຢ່າງ​ນ້ອຍ 60 ຄົນ.

ໃນ​ຂະນະ​ດຽວ​ກັນ​ຢູ່​ນອກ​ນະຄອນ Jeru-
salem ​ແຫ​ລ່ງຂ່າວ​ດ້ານ​ການ​ແພດ​ກ່າວ​ວ່າ
ຫລາຍ​ກວ່າ 100 ຄົນ​ໄດ້​ຮັບ​ບາດ​ເຈັບ​ເວລາ​
ພວກທະຫານຍິງ​ແກ​ສນໍ້າ​ຕາ​ແລະ​ລູກປືນ​ຢາງ​
ເພື່ອ​ຂັບ​ໄລ່ໃຫ້​ແຕກ​ໜີ​ໄປ ພວກ​ປະທ້ວງກຸ່ມ​ ນຶ່ງ​ທີ່​ແກວ່ງ​ກ້ອນ​ຫິນ​ໃສ່ທະຫານນັ້ນ.

ທີ່​ປະ​ເທດອີຈິບ​ນັ້ນ ພວກ​ທະຫານ​ໄດ້​ຍິງ​ແກ​ສນໍ້າຕາ​ໃສ່​ພວກ​ປະ​ທ້ວງນິຍົມ​ປາ​ແລ​ສ​ໄຕ​ນ໌
ຫລາຍ​ຮ້ອຍ​ຄົນ​ຢູ້ຂ້າງ​ນອກ​ສະຖານທູດ​ອີສຣາ​ແອນ​ທີ່​ນະຄອນຫລວງ​ໄຄ​ໂຣ.

ພວກ​ປະ​ທ້ວງປາ​ແລ​ສ​ໄຕ​ນ໌ພາກັນ​ປະ​ທ້ວງ​ເພື່ອ​ເປັນ​ຂີດ​ໝາຍ​ອັນ​ທ່ີ​ພວກ​ເຂົາ​ເຈົ້າ​ເອີ້ນ​ວ່າ
“Naqba” ຫລື​ຄວາມ​ຫາ​ຍະ​ນະນັ້ນ ຊຶ່ງ​ບັນ​ລະ​ຍາຍ​ເຖິງການ​ຖອນ​ຮາກພວກ​ຄອບຄົວ​
ຊາວ​ປາ​ແລ​ສ​ໄຕ​ນ໌ ທີ່​ຖືກ​ບັງຄັບ​ໃຫ້​ຍົກຍ້າຍ​ໜີ​ຈາກ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ເຂົາ​ເຈົ້າ
ເພື່ອ​ເອົາ​ດິນ​ໃຫ້​ອິສຣາ​ແອ​ລ ​ໃນ​ເວລາ​ທີ່ອີສຣາ​ແອນກໍ່​ຕັ້ງ​ເປັນ​ປະ​ເທດ​ຂຶ້ນ​ມາໃນ​ປີ
1948 ນັ້ນ.

ທ່ານ Benjamin Netanyahu ນາຍົກລັດຖະມົນຕີອີສຣາ​ແອນ​ກ່າວ​ໃນ​ຄໍາ​ປາ​ໄສ​ທີ່
ຖ່າຍ​ທອດ​ທາງ​ໂທລະພາບ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ອີສຣາ​ແອນແມ່​ມີ​ຄວາມ​ຕັ້ງ​ໃຈ​ຢ່າງ​
ແນວ​ແນ່ ທີ່ຈະປົກ​ປ້ອງ​ຊາຍ​ແດນ​ຂອງ​ຕົນ.

XS
SM
MD
LG