ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອິສຣາແອລກໍາລັງຮ່າງ ແຜນສັນຕິພາບຊົ່ວຄາວ


ທ່ານ Avigdor Lieberman ລັດຖະມົນຕີກະຊວງການຕ່າງປະເທດ
ອິສຣາແອລ.
ທ່ານ Avigdor Lieberman ລັດຖະມົນຕີກະຊວງການຕ່າງປະເທດ ອິສຣາແອລ.

ພວກ​ເຈົ້າໜ້າທີ່​ອິສຣາ​ແອ​ລ​ເວົ້າວ່າ ລັດຖະມົນ​ຕີ​ກະຊວງ​ການ​ຕ່າງປະ​ເທດທ່ານ Avigdor Lieberman ກຳລັງຮ່າງ​ແຜນ​ສັນ​ຕິ​ພາບ​ຊົ່ວຄາວ ທີ່​ໄດ້​ວາດ​ພາບວ່າ​ໃຫ້ມີ​ປະ​ເທດປາ​ແລ​ສ​ໄຕນ໌ ທີ່ມີ​ຊາຍ​ແດນ​ຊົ່ວຄາວ​ກັບອິສຣາ​ແອ​ລ.

ຊາວປາ​ແລ​ສ​ໄຕນ໌​ໄດ້​ປະຕິ​ເສດຕໍ່​ແນວ​ຄວາມ​ຄິດ​ຂອງ​ການມີ​ປະ​ເທດ​ນຶ່ງເປັນ​ການຊົ່ວຄາວນັ້ນ
ແລະ​ເວົ້າວ່າ​ພວກ​ເຂົາ​ເຈົ້າຢາກ​ເຮັດວຽກຮ່ວມກັບອິດສຣາແອ​ລ ​ເພື່ອ​ກ້າວ​ໄປ​ສູ່​ການ​ເຈລະຈາ
ສ້າງ​ສັນຕິ​ພາບຄັ້ງສຸດ​ທ້າຍ​ຫລາຍ​ກວ່າ.

ຕາມ​ທີ່​ມີ​ຢູ່​ໃນ​ລາຍ​ງານ​ນັ້ນ, ແຜນ​ການຂອງລັດຖະມົນ​ຕີການ​ຕ່າງປະ​ເທດ Lieberman ຈະ​ເອົາ​ດິນໃນ​ເຂດຝັ່ງ​ຕາ​ເວັນ​ຕົກຂອງ​ແມ່ນ​ນ້ຳຈໍ​ແດນ ຫລື West Bank ປະມານ 40 ຫາ 50% ​ໃຫ້​ແກ່​ຊາວ​ປາ​ແສ​ລ​ໄຕນ໌ ​ແລະອາດສາມາດມີ​ການ​ມອບໂອນດິນ​ຕື່ມ​ອີກ​ໃຫ້​ໄປຢູ່​ໃນ​ການ​ຄຸ້ມຄອງ​ຂອງ​ຊາວ​ປາ​ແສ​ລ​ໄຕນ໌​ໄດ້ ​ໂດຍ​ຜ່ານ​ການ​ເຈລະຈາ​ຕ່າງໆ ​ໃນ​ອານາ​ຄົດ​ຂ້າງ
ໜ້າ.

ການ​ເຈລະຈາ​ລະຫວ່າງອິສຣາ​ແອ​ລ ​ແລະ​ປາ​ແສ​ລ​ໄຕນ໌ ກ່ຽວກັບຄວາມ​ເປັນ​ໄປໄດ້​ໃນ​ການ
ສ້າງ​ຕັ້ງ​ເປັນ​ປະ​ເທດ ​ແລະ​ການ​ປັກ​ປັນ​ຊາຍ​ແດນກັນ​ໃນ​ປີ​ກາຍ​ນີ້ໄດ້​ແຕກ​ຫັກ​ລົງ ລຸນ​ຫລັງ
ການ​ຢຸດ​ເຊົາສ້າງບ້ານ​ເຮືອນຊົ່ວຄາວຂອງອິສຣາ​ແອ​ລ​ໄດ້ໝົດ​ກຳນົດລົງໃນ​ເດືອນກັນຍາ​
ແລ້ວນີ້. ຝ່າຍປາ​ແສ​ລ​ໄຕນ໌​ຄັດຄ້ານ​ຕໍ່ການ​ກໍ່ສ້າງບ້ານ​ເຮືອນຂອງອິສຣາ​ແອ​ລ ຢູ່​ເທິງ​ດິນ
ແດນ​ທີ່​ພວກ​ເຂົາ​ເຈົ້າຢາກ​ໃຫ້​ເປັນ​ພາກສ່ວນ​ນຶ່ງ​ຂອງ​ປະ​ເທດ​ເຂົາ​ເຈົ້າ​ ໃນ​ອານາ​ຄົດນັ້ນ.

XS
SM
MD
LG