ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດຈະຊຸກຍູ້ ການເຈລະຈາສັນຕິພາບ ໃນພາກຕາເວັນອອກກາງ ຕໍ່ໄປ


ທ່ານ George Mitchellທູດພິເສດສະຫະລັດວ່າດ້ວຍພາກຕາເວັນອອກກາງ.
ທ່ານ George Mitchellທູດພິເສດສະຫະລັດວ່າດ້ວຍພາກຕາເວັນອອກກາງ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ​ຮິນ​ລາຣີ
ຄລິນ​ຕັນ ກ່າວວ່າ​ ສະຫະລັດ​ຈະ​ບໍ່​ເປັນ​ຜູ້​ປະ​ກອບ​ສ່ວນ​ທີ່​
ເຊື້ອ​ຟັງອີກ​ແລ້ວ​ໃນ​ການເຈລະຈາ​ສັນຕິ​ພາບ​ໃນ​ພາກ​ຕາ​ເວັນ
ກາງ​ນັ້ນ ​ແຕ່​ຈະ​ທໍາ​ການ​ຊຸກຍູ້​ໃຫ້​ທັງ​ສອງ​ຝ່າຍຕໍ່​ລອງກັນໃນ
ເລື່ອງ​ທີ່​ສໍາຄັນໆ ​ໂດຍ​ບໍ່​ໃຫ້​ມີ​ການ​ຊັກ​ຊ້າ.

ທ່ານ​ນາງຄລິນ​ຕັນ​ໄດ້​ພົບ​ປະ​ກັບ​ທ່ານ Saeb Erakat ຫົວ
ໜ້າ​ເຈລະຈາ​ຝ່າຍປາ​ເລ​ສ​ໄຕ​ນ໌ ​ແລະ​ທ່ານ Ehud Barak
ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອິສຣາ​ແອນ​ໃນ​ວັນ​ສຸກ​ວານ​ນີ້.

ທ່ານ​ນາງຄລິນ​ຕັນ ກ່າວ​ວ່າທູດ​ພິ​ເສດ​ຂອງ​ສະຫະລັດ ທ່ານ
George Mitchell ຈະ​ກັບ​ຄືນ​ໄປ​ຍັງ​ຂົງ​ເຂດ​ໃນ​ສັບປະດາ​ໜ້າ ​ແລະ​ກ່າວ​ຕື່ມ​ວ່າ ການ​ເຈລະຈາ​ກັນຈະ​ເພ່ງ​ເລັງ​ໃສ່​ເລື່ອງ​ຕ່າງໆ ​ເຊ່ນ ​ເລື່ອງ​ຊາຍ​ແດນ​ແລະ​ຄວາມປອດ​ໄພການຈັດ​ຕັ້ງ​ຖິ່ນ​ຖານ ນໍ້າ ອົບ​ພະຍົບ​ແລະ​ເລື່ອງ​ນະຄອນ Jelusalem ດັ່ງ​ນີ້​ເປັນ​ຕົ້ນຊຶ່ງ​ທາງອິສຣາ​ແອນ ​ກ່າວ​ວ່າ​ເປັນ​ນະຄອນຫລວງ​ຂອງ​ຕົນ ແຕ່​ເປັນ​ບ່ອນ​ທີ່​ຝ່າຍປາ​ເລ​ສ​ໄຕ​ນ໌ຫວັງ​ວ່າ​
ຈະ​ໃຊ້​ເປັນ​ນະຄອນຫລວງ​ປະເທດ​ໃໝ່ຂອງ​ຕົນ.

ທ່ານ​ນາງຄລິ​ນຕັນ ກ່າວ​ຖ້ອຍ​ຖະ​ແຫລ​ງ​ເຫລົ່າ​ນີ້​ໃນ​ການ​ກ່າວ​ປາ​ໄສ​ເລື່ອງ​ນະໂຍບາຍ​ໃນ
ພາກ​ຕາ​ເວັນ​ອອກ​ກາງ​ຄັ້ງ​ທໍາ​ອິດ​ຂອງ​ທ່ານ​ນາງ ນັບ​ແຕ່​ສະຫະລັດ​ໄດ້​ປະ​ຖິ້ມຄວາມ​ພະ
ຍາຍາມເພື່ອ​ຊັກ​ຊວນ​ໃຫ້​ອິສຣາ​ແອນ​ ຢຸດ​ທໍາການ​ກໍ່ສ້າງບ້ານ​ເຮືອນໃໝ່​ຕໍ່​ໄປ​ນັ້ນ.

XS
SM
MD
LG