ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທູດພິເສດສະຫະລັດເດີນທາງ ໄປພາກຕາເວັນອອກກາງ


ການກໍ່ສ້າງຕັ້ງບ້ານໃໝ່ໃນອິສຣາແອລ
ການກໍ່ສ້າງຕັ້ງບ້ານໃໝ່ໃນອິສຣາແອລ

ທູດພິເສດຂອງສະຫະລັດຮັບຜິດຊອບກ່ຽວກັບພາກຕາເວັນ
ອອກກາງ ທ່ານ George Mitchell ກຳລັງອອກເດີນທາງ
ໄປຍັງພາກຕາເວັນອອກກາງໃນວັນອັງຄານມື້ນີ້ ໃນຄວາມ
ພະຍາຍາມເພື່ອກົດດັນໃຫ້ພວກຜູ້ນຳຂອງອິສຣາແອລ ແລະ
ປາແລສໄຕນ໌ ສືບຕໍ່ການເຈລະຈາສັນຕິພາບ.

ການເດີນທາງຂອງທ່ານ Mitchell ມີຂຶ້ນຂະນະທີ່ອິສຣາ
ແອລເລີ້ມການກໍ່ສ້າງຕັ້ງບ້ານໃໝ່ຄືນອີກ ໃນເຂດຝັ່ງຕາເວັນ
ຕົກຂອງແມ່ນໍ້າຈໍແດັນ ຊຶ່ງພາໃຫ້ປະທານາທິບໍດີປາແລສ
ໄຕນ໌ທ່ານ Mahmoud Abbas ຂູ່ວ່າຈະຍ່າງອອກຈາກ
ການເຈລະຈາ.

ທ່ານ Abbas ເວົ້າວ່າ ທ່ານຈະຕັດສິນໃຈກ່ຽວກັບວ່າຈະຖອນໂຕອອກຈາກການເຈລະຈາ
ຫຼືບໍ່ ຫຼັງຈາກການປຶກສາຫາລືກັບພວກເຈົ້າໜ້າທີ່ອະວຸໂສຂອງອາ ຣັບໃນອາທິດໜ້າ. ພວກເຈົ້າໜ້າທີ່ປາແລສໄຕນ໌ຮຽກຮ້ອງໃຫ້ອິສຣາແອລ ປະຕິບັດຕື່ມອີກ 3 ຫາ 4 ເດືອນ ຂໍ້ຫ້າມບໍ່ໃຫ້ມີການກໍ່ສ້າງຕັ້ງບ້ານໃໝ່ ນເຂດຝັ່ງຕາເວັນຕົກຂອງແມ່ນໍ້າຈໍແດັນ ທີ່ໄດ້ໝົດອາຍຸ
ລົງໃນຄືນວັນອາທິດຜ່ານມານັ້ນ.

ໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານ P.J Crowley ກ່າວໃນມື້ ວັນຈັນວານນີ້
ວ່າສະຫະລັດຮູ້ສຶກຜິດ​ຫວັງທີ່ອິສຣາແອລບໍ່ໄດ້ຕໍ່ອາຍຸ ຂໍ້ຫ້າມ​ເປັນບາງສ່ວນໃນການກໍ່ສ້າງຕັ້ງ
ບ້ານໃໝ່ ເປັນເວລາ 10 ເດືອນນັ້ນ.

XS
SM
MD
LG