ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອົງການຢູເນສໂກ ຮັບເອົາປາແລສໄຕນ໌ ເປັນສະມາຊິກສົມບູນ (ເບິ່ງວີດີໂອ)


ພວກສະມາຊິກອົງການຢູແນສໂກພາກັນເຊຍ ຫລັງຈາກຮັບຜ່ານເອົາປາແລສໄຕນ໌ ເຂົ້າເປັນສະມາຊິກສົມບູນ ໃນວັນຈັນວານນີ້, ທີ 31 ຕຸລາ 2011.
ພວກສະມາຊິກອົງການຢູແນສໂກພາກັນເຊຍ ຫລັງຈາກຮັບຜ່ານເອົາປາແລສໄຕນ໌ ເຂົ້າເປັນສະມາຊິກສົມບູນ ໃນວັນຈັນວານນີ້, ທີ 31 ຕຸລາ 2011.

ອົງການ​ວັດທະນະ​ທໍາຂອງ​ສະຫະ​ປະຊາ​ຊາດ​ໄດ້​ອະນຸມັດ​ໃຫ້​ປາ​ແລ​ສ​ໄຕ​ນ໌ ເຂົ້າ​ເປັນ
ສະມາຊິກໂດຍ​ເຕັມ​ຂອງ​ຕົນ​ໃນ​ວັນ​ຈັນວານ​ນີ້ ໃນ​ການ​ເຄື່ອນ​ໄຫວທີ່​ຈະ​ເຮັດ​ໃຫ້​ອົງ
ການ​ດັ່ງກ່າວ​ເສຍ​ເງິນ​ທຶນຂອງ​ຕົນ​ໄປເກືອບ 1 ສ່ວນ 4 ​ແລະ​ໄດ້​ຮັບ​ການ​ຕໍາ​ໜິຕິ
ຕຽນ​ຈາກ​ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ແລະ​ອິສຣາ​ແອ​ລ ທີ່​ກ່າວ​ວ່າ ການ​ລົງມະຕິດັ່ງ
ກ່າ​ວຈະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ໂອກາດສໍາລັບ​ສັນຕິພາບ​ໃນ​ພາກຕາ​ເວັນ​ອອກ
ກາງ.

ກະຊວງ​ການ​ຕ່າງປະ​ເທດ​ສະ​ຫະລັດ​ກ່າວ​ວ່າ ກຸງ​ວໍ​ຊິງ​ຕັນ​ຈະ​ບໍ່​ຈ່າຍ​ເງິນ​ຈໍານວນ 60
ລ້ານ​ໂດ​ລາ​ສໍາລັບ​ເດືອນ​ພະຈິກ​ນີ້​ ໃຫ້​ອົງການ UNESCO ຍ້ອນ​ກົດໝາຍ​ຂອງ​ສະ
ຫະລັດ​ທີ່​ມີ​ມາ​ແຕ່​ດົນ​ນານ​ ທີ່​ຫ້າມ​ການ​ສະໜັບສະ​ໜຸນ​ຂອງ​ອາ​ເມຣິກາ ຕໍ່​ອົງການ
ໃດໆ​ຂອງ​ສະຫະ​ປະຊາ​ຊາດ​ທີ່​ຮັບ​ເອົາກຸ່ມປາ​ແລ​ສ​ໄຕ​ນ໌ ເຂົ້າ​ເປັນ​ສະມາຊິກ​ນັ້ນ.

ທ່ານ​ນາງ Irina Bokova ຜູ້​ອໍານວຍ​ການ​ທົ່ວ​ໄປ​ຂອງ​ອົງການ UNESCO ກ່າວ
ຫລັງ​ຈາກ​ການ​ລົງມະຕິ​ກັນ​ວ່າ ທ່ານ​ນາງ​ມີ​ຄວາມເປັນ​ຫ່ວງ​ກ່ຽວ​ກັບ​ສະຖຽນ​ລະ
ພາບ​ດ້ານ​ການ​ເງິນ​ຂອງ​ອົງການ​ດັ່ງກ່າວ.

ລັດຖະບານ​ກຸງ​ວໍ​ຊິ​ຕັນ​ເປັນ​ແຫ​ລ່ງທີ່​ມາ​ຂອງ​ເງິນທຶນ​ກ້ອນໃຫຍ່​ທີ່​ສຸດ​ຂອງ
UNESCO ໂດຍໃຫ້ເງິນທຶນໃນ​ຈໍານວນ 22 ສ່ວນ​ຮ້ອຍ​ຂອງ​ງົບປະມານ​ຂອງ​ອົງ
ການ​ດັ່ງກ່າວ. ສະຫະລັດເຄີຍ​ຖອນ​ໂຕ​ອອກ​ຈາກ​ UNESCO ​ມາ​ກ່ອນໃນ​ຊຸມ​ປີ
1980 ພາຍ​ໃຕ້​ລັດຖະບານ​ມື້​ລາງ​ປະທາ​ນາທາ​ທິບໍດີ Ronald Reagan ​ແລະ
ໄດ້​ກັບ​ຄືນເຂົ້າ​ເປັນ​ສະມາຊິກ​ອີກ ໃນ​ປີ 2003.

ທໍານຽບຂາວ​ເອີ້ນ​ການ​ຕັດສິນ​ໃຈ​ຂອງ​ອົງການ UNESCO ວ່າ​ເປັນ​ການ​ເຄື່ອນ​
ໄຫວ​ກ່ອນ​ເ​ວລາ​ອັນ​ຄວນ ​ໂດຍ​ກ່າວ​ວ່າ ມັນ​ບ່ອນ​ທໍາລາຍ​ເປົ້າ​ໝາຍ​ຂອງ​ປະຊາ
ຄົມ​ໂລກ​ທີ່​ຢາກ​ໃຫ້​ມີ​ແຜນການ​ສັນຕິພາບ​ຮອບດ້ານ ສໍາ​ລັບພາກຕາ​ເວັນ​ອອກ
ກາງ​ນັ້ນ. ທ່ານ Jay Carney ​ໂຄສົກ​ປະ​ຈໍາ​ທໍານຽບຂາວກ່າວວ່າ ການ​ລົງມະຕິ​
ດັ່ງກ່າວເປັນ​ການ​ຫັນເຫຄວາມ​ສົນ​ໃຈໄປຈາກ​ຄວາມພະຍາຍາມເພື່ອ​ລິ​ເລີ້ມ​ການ
ເຈລະຈາ​ກັນໂດຍ​ກົງ​ຄືນ​ ລະ ຫວ່າງ​ອິສຣາ​ແອ​ລ​ແລະ​ປາ​ແລ​ສ​ໄຕ​ນ໌ ຊຶ່ງ​ລັດຖະ
ບານ​ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ​ເປັນ​ຫົນທາງ​ດຽວ​ເທົ່າ​ນັ້ນ​ທີ່​ຈະ​ພາ​ໃຫ້​ບັນລຸ​ສັນຕິພາບ​.

ກະຊວງ​ການ​ຕ່າງປະ​ເທດ​ອິສຣາ​ແອ​ລ​ເອີ້ນ​ການ​ເຄື່ອນ​ໄຫວ​ດັ່ງກ່າວວ່າ ເປັນ​ຍຸດທະ
ວິທີແຕ່​ຝ່າຍ​ດຽວ​ຂອງ​ປາ​ແລ​ສ​ໄຕ​ນ໌ ຊຶ່ງ​ຈະ​ເປັນ​ໄພ​ກີດ​ກັນ​ຕໍ່​ການ​ດໍາ​ເນີນຄວາ​ມ
ພະຍາຍາມ​ໃນ​ອະນາຄົດເພື່ອໃຫ້ບັນລຸຂໍ້​ຕົກລົງສັນຕິພາບ​ນັ້ນ.

ເບິ່ງວີດີໂອ ລາຍງານກ່ຽວກັບປາແລສໄຕນ໌:

XS
SM
MD
LG