ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີສຣາແອລ ແລະກຸ່ມຮາມາສ ພວມຫາທາງຢຸດຍິງ


ຊາວປາເລສຕາຍ ກວດເບິ່ງຄວາມເສຍຫາຍ ຈາກການໂຈມຕີທາງອາກາດ
ຂອງອີສຣາແອລ ທີ່ເຂດກາຊາ ເມື່ອວັນທີ່ 9 ເດືອນນີ້
ຊາວປາເລສຕາຍ ກວດເບິ່ງຄວາມເສຍຫາຍ ຈາກການໂຈມຕີທາງອາກາດ ຂອງອີສຣາແອລ ທີ່ເຂດກາຊາ ເມື່ອວັນທີ່ 9 ເດືອນນີ້

ພວກຜູ້ນໍາອີສຣາແອລ ແລະກຸ່ມຮາມາສ ກ່າວວ່າ ພວກເຂົາເຈົ້າກໍາລັງຫາ ຊ່ອງທາງເພື່ອຍຸຕິການກໍ່ຄວາມຮຸນແຮງຢູ່ໃນເຂດກາຊາ ທີ່ຍັງຜົນໃຫ້
ມີຊາວປາເລສຕາຍເສຍຊີວິດຢ່າງໜ້ອຍ 19 ຄົນນັ້ນ.

ທ່ານ Ehud Barak ລັດຖະມົນຕີກະຊວງປ້ອງກັນປະເທດຂອງອີສຣາ
ແອລ ກ່າວວ່າ ອີສຣາແອລແມ່ນມີຄວາມເຕັມໃຈທີ່ຈະຢຸດຍິງ ຖ້າຫາກວ່າ
ກຸ່ມຮາມາສຈະປະຕິບັດເຊັ່ນດຽວກັນໄດ້. ໂຄສົກຄົນນຶ່ງຂອງກຸ່ມຮາມາສ
ກ່າວວ່າ ນັ້ນມັນຂຶ້ນຢູ່ກັບອີສຣາແອລທີ່ຈະຢຸດການໂຈມຕີ ພ້ອມກັບກ່າວ
ເນັ້ນຍໍ້າອີກວ່າ ຄວາມສະຫງົບນັ້ນແມ່ນຈະຕ້ອງມາຈາກຄວາມສະຫງົບ.

ອີສຣາແອລເລີ່ມເປີດສາກໂຈມຕີເປົ້າໝາຍຕ່າງໆໃນດິນແດນຂອງປາເລສ
ຕາຍເມື່ອວັນພະຫັດຜ່ານມາ ຫລັງຈາກຈະຫລວດລູກນຶ່ງຖືກຍິງມາຈາກ ເຂດກາຊາທີ່ຕົກລົງໃສ່ລົດບັສໂຮງຮຽນຄັນນຶ່ງໃນອີສຣາແອລທີ່ຍັງຜົນໃຫ້
ເດັກຊາຍອາຍຸ 16 ປີ ຄົນນຶ່ງ ແລະຄົນຂັບລົດບັສບາດເຈັບ.

ກອງທັບອີສຣາແອລກ່າວວ່າ ກຸ່ມພວກຫົວຮຸນແຮງກາຊາ ໄດ້ລະດົມຍິງ
ຈະຫລວດ ແລະປືນຄົກຈໍານວນ 120 ລູກໃສ່ອີສຣາແອລນັບຕັ້ງແຕ່ມື້ເກີດ ເຫດນັ້ນມາ.

ເມື່ອວັນເສົາວານນີ້ ທ່ານ Mahmood Abbas ປະທານາທິບໍດີປາເລສຕາຍໄດ້ຮຽກຮ້ອງໃຫ້ມີການປະຊຸມດ່ວນ ຂອງສັນນິບາດຊາດອາຫລັບ ໃນຄວາມພະຍາຍາມເພື່ອຊອກຫາທາງແກ້ໄຂບັນຫາກັນທາງການທູດຕໍ່ຄວາມ ເຄັ່ງຕຶງຕ່າງໆຢູ່ໃນຂົງເຂດ.

XS
SM
MD
LG