ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ຕຳໜິ ແຜນການປຸກເຮືອນ ຂອງອິສຣາແອລ ຢູ່ເຈຣູຊາແລັມ


ໂຄງການ E1 ຢູ່ໃນເຂດ Maaleh Adumim ທີ່ເປັນບ່ອນທີ່ຊາວຢີວໄປຕັ້ງຖິ່ນຖານໃໝ່ຢູ່ໃນເຂດຢຶດຄອງທາງຝັ່ງຕາເວັນຕົກຂອງແມ່ນໍ້າຈໍແດັນ ໃກ້ກັບກໍ້າຕາເວັນອອກ ຂອງໃນນະຄອນເຈຣູຊາແລັມ
ໂຄງການ E1 ຢູ່ໃນເຂດ Maaleh Adumim ທີ່ເປັນບ່ອນທີ່ຊາວຢີວໄປຕັ້ງຖິ່ນຖານໃໝ່ຢູ່ໃນເຂດຢຶດຄອງທາງຝັ່ງຕາເວັນຕົກຂອງແມ່ນໍ້າຈໍແດັນ ໃກ້ກັບກໍ້າຕາເວັນອອກ ຂອງໃນນະຄອນເຈຣູຊາແລັມ
ເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານ Ban Ki-moon ໄດ້
ຕຳໜິຕິຕຽນຢ່າງໜັກຕໍ່ແຜນການຂອງອິສຣາແອລ ທີ່ວ່າຈະສ້າງ ເຮືອນຊານຢູ່ໃນເຂດທີ່ມີຂໍ້ຂັດແຍ່ງກັນ ໃກ້ກັບເຂດກໍ້າຕາເວັນ
ອອກຂອງນະຄອນເຈຣູຊາແລັມ ຊຶ່ງທ່ານຮ້ອງແຜນການດັ່ງ
ກ່າວວ່າ “ຄ້າຍກັບວ່າ ເປັນການພັດເປົ່າ” ໃຫ້ໂອກາດທີ່ຈະບັນ
ລຸການຕົກລົງດ້ານສັນຕິພາບກັບ ປາແລສໄຕ ທີ່ອ້າງຕົນເອງວ່າ ເປັນປະເທດທີ່ມີເອກະລາດນັ້ນ ໃຫ້ຫັບຫາຍໄປ.

ຢູ່ໃນຖະແຫລງການທີ່ເຜີຍແຜ່ອອກໃນວັນອາທິດວານນີ້ ທ່ານ ພັນເວົ້າວ່າ ຄວາມເປັນໄປ ໄດ້ໃນການສ້າງເຮືອນຫລາຍພັນຫຼັງ ໃຫ້ແກ່ຊາວຢີວຢູ່ໃນເຂດທີ່ແຫ້ງແລ້ງ ທີ່ອິສຣາແອລ ເອີ້ນວ່າ E1 ນັ້ນ “ແມ່ນເປັນການສ່ຽງທັງສິ້ນຕໍ່ການຕັດ” ເອົາເຂດຕາເວັນອອກຂອງນະ ຄອນເຈຣູຊາແລັມ “ອອກຈາກ” ແຜ່ນດິນທີ່ ຍັງເຫລືອຢູ່ໃນເຂດຝັ່ງຕາເວັນຕົກຂອງແມ່ນໍ້າ ຈໍແດັນ.

ອິສຣາແອລໄດ້ອານຸຍາດໃຫ້ເລີ້ມປະຕິບັດແຜນການ E1 ໃນວັນສຸກທີ່ຜ່ານມານີ້ ເພື່ອເປັນ
ການແກ້ແຄ້ນຕໍ່ການທີ່ ປະທານາທິບໍດີປາແລສໄຕ ທ່ານ Mahmoud Abbas ປະສົບ ກັບຄວາມສຳເລັດໃນການຍົກສະຖານະພາບອໍານາດການປົກຄອງຂອງປາແລສໄຕຂອງ ທ່ານ ຢູ່ໃນອົງການສະຫະປະຊາຊາດ ຂຶ້ນເປັນລັດສັງເກດການທີ່ບໍ່ແມ່ນສະມາຊິກ. ກອງ ປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຮັບຮອງເອົາການຍົກສະຖານະພາບດັ່ງກ່າວ ຂອງ
ປາແລສໄຕ ໃນວັນພະຫັດອາທິດແລ້ວນີ້ ດ້ວຍຄະແນນສຽງ 138 ເຫັນດີ ຕໍ່ 9 ຄັດຄ້ານ ແລະອີກ 41 ປະທດບໍ່ອອກສຽງ. ສະຫະລັດ ພ້ອມກັນກັບອິສຣາແອລ ໄດ້ຄັດຄ້ານຕໍ່ການ ໃຫ້ສະຖານະພາບນັ້ນ.

ຢູ່ໃນກອງປະຊຸມຂອງຄະນະລັດຖະບານ, ທ່ານ Netanyahu ບໍ່ຍອມຮັບຮູ້ຕໍ່ການຍົກສະ ຖານະພາບດັ່ງກ່າວຂອງປາແລສໄຕ ໂດຍເປັນການເຄື່ອນໄຫວແຕ່ຝ່າຍດຽວ ທີ່ລະເມີດຕໍ່ ຂໍ້ຕົກລົງຂອງປາແລສໄຕ ໃນການເຈລະຈາກັບອິສຣາແອລ ກ່ຽວກັບການສ້າງຕັ້ງລັດ ທີ່ເປັນເອກະລາດຂຶ້ນ. ທ່ານຍັງໄດ້ໃຫ້ສັນຍາອີກດ້ວຍວ່າ ຈະສືບຕໍ່ການປຸກສ້າງເຮືອນ ຢູ່ໃນເຂດທີ່ອິສຣາແອລຢຶດຄອງໃນນະຄອນເຈຣູຊາແລັມ ແລະຢູ່ໃນ “ໝົດທຸກບ່ອນທີ່ ປະກົດຢູ່ໃນແຜນທີ່ທາງຜົນປະໂຫຍດ ທີ່ມີລັກສະນະຍຸດທະສາດຂອງ ອິສຣາແອລ”. ລັດ ຖະບານຂອງທ່ານ ໄດ້ອະນຸຍາດໃຫ້ສ້າງເຮືອນ 3,000 ຫຼັງ ຢູ່ໃນເຂດທີ່ມີຂໍ້ຂັດແຍ້ງກັນ ດັ່ງກ່າວນັ້ນ.
XS
SM
MD
LG