ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ສະຫະລັດ ພົບປະ ນຍ. ອິສຣາແອລ


ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ຈະພົບປະກັບ ນາຍົກລັດຖະມົນຕີ ອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ ທີ່ທຳນຽບຂາວ ເພື່ອປຶກສາຫາລື ກ່ຽວກັບ ການດຳເນີນ ຄວາມພະຍາຍາມ ໃນການສ້າງ ສັນຕິພາບ ລະຫວ່າງ ອິສຣາແອລ ກັບປາແລັສໄຕນ໌ ແລະບັນຫາ ດ້ານຄວາມໝັ້ນຄົງອື່ນໆ ຢູ່ໃນຂົງເຂດ.

ທ່ານເນຕັນຢາຮູ ກ່າວວ່າ ເປົ້າໝາຍສຳຄັນ ໃນການຢ້ຽມຢາມຄັ້ງນີ້ ກໍແມ່ນເພື່ອ ຢາກໃຫ້ສະຫະລັດ ໃຫ້ການສະໜັບສະໜຸນ ຕໍ່ການເປີດ ການເຈລະຈາ ໂດຍກົງ ກັບຝ່າຍປາແລັສໄຕນ໌. ຜູ້ນຳອິສຣາແອລ ​ໄດ້ເດີນທາງ ມາຢ້ຽມຢາມ ກຸງວໍຊິງຕັນ ເທື່ອສຸດທ້າຍ ໃນເດືອນມີນາຜ່ານມາ ບໍ່ດົນຫຼັງຈາກ ອິສຣາແອລ ໄດ້ປະກາດ ກ່ຽວກັບແຜນການ ປຸກເຮືອນໃໝ່ 1,600 ຫ້ອງ ໃສ່ກໍ້າຕາເວັນອອກ ຂອງນະຄອນ ເຈຣູຊາແລັມ ທີ່ມີຊາວອາຣັບ ອາໄສຢູ່ ເປັນສ່ວນໃຫຍ່ນັ້ນ.

ເຈົ້າໜ້າທີ່ ສະຫະລັດ ໄດ້ຕຳໜິຕິຕຽນ ອິສຣາແອລ ກ່ຽວກັບ ການປະກາດ ດັ່ງກ່າວ ຊຶ່ງມີຂຶ້ນ ໃນຂະນະທີ່ ຮອງປະທານາທິບໍດີ ສະຫະລັດ ທ່ານໂຈ ໄບເດັນ ພວມຢູ່ໃນລະຫວ່າງ ການຢ້ຽມຢາມ ອິສຣາແອລ.

ການພົບປະ ລະຫວ່າງ ທ່ານໂອບາມາ ແລະທ່ານເນຕັນຢາຮູ ໃນເດືອນມີນາຜ່ານມາ ແມ່ນບໍ່ໄດ້ມີ ການຖ່າຍຮູບ ຮ່ວມກັນ ແຕ່ໃນເທື່ອນີ້ ຈະມີການ ອະນຸຍາດໃຫ້ ໂທລະພາບ ແລະສື່ມວນຊົນ ເຂົ້າໄປໃນ ທຳນຽບຂາວ ແລະພວກຜູ້ນຳ ທັງສອງ ຈະທຳການ ຖະແຫຼງຂ່າວ.

XS
SM
MD
LG