ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສຣາແອລ ສັ່ງໃຫ້ອົບພະຍົບປະຊາຊົນ ​ອອກ​ຈາກເມືອງ ທີ່ໃຫຍ່ອັນດັບສອງ ຂອງເຂດກາຊາ


ຊາວ​ປາ​ແລັ​ສ​ໄຕ​ນ໌ ໄວ້​ອາ​ໄສ​ພີ່​ນ້ອງ​ຂອງ​ເຂົາ​ເຈົ້າ​ທີ່​ໄດ້​ເສຍ​ຊີ​ວິດ​ໃນ​ການ​ລະ​ດົມ​ຍິງ​ຂອງ ອິ​ສ​ຣາ​ແອ​ລ ໃນ​ເຂດ ກາ​ຊາ, ຢູ່​ໂຮງ​ໝໍໃນ​ເມືອງຄານ ຢູ​ນິສ, 3 ທັນ​ວາ 2023.
ຊາວ​ປາ​ແລັ​ສ​ໄຕ​ນ໌ ໄວ້​ອາ​ໄສ​ພີ່​ນ້ອງ​ຂອງ​ເຂົາ​ເຈົ້າ​ທີ່​ໄດ້​ເສຍ​ຊີ​ວິດ​ໃນ​ການ​ລະ​ດົມ​ຍິງ​ຂອງ ອິ​ສ​ຣາ​ແອ​ລ ໃນ​ເຂດ ກາ​ຊາ, ຢູ່​ໂຮງ​ໝໍໃນ​ເມືອງຄານ ຢູ​ນິສ, 3 ທັນ​ວາ 2023.

ອິສຣາແອລ ໄດ້ຮຽກຮ້ອງໃຫ້ປະຊາຊົນທີ່ອາໄສຢູ່ໃນສ່ວນນຶ່ງຂອງເມືອງທີ່ໃຫຍ່ອັນດັບສອງຂອງເຂດກາຊາ ໃຫ້ຍົກຍ້າຍອອກໄປໃນວັນຈັນມື້ນີ້ ຂະນະທີ່ກອງ ທັບອິສຣາແອລ ໄດ້ເປີດການໂຈມຕີທາງອາກາດຄັ້ງໃໝ່ ແລະເພີ່ມການໂຈມຕີທາງບົກ ໂດຍແນເປົ້າໃສ່ພວກຫົວຮຸນແຮງຮາມາສ.

ກອງທັບ​ອິສຣາ​ແອ​ລ ​ໄດ້​ບອກ​ໃຫ້​ປະຊາຊົນທີ່​ຢູ່​ໃນບັນດາບ້ານໃກ້ຄຽງທາງ​ທິດຕາ​ເວັນ​ອອກ​ສຽງ​ເໜືອ​ຂອງເມືອງຄານ ຢູນິສ ​ໃຫ້​ໜີອອກໄປ​ເພື່ອ​ຄວາມ​ປອດ​ໄພ​ຂອງ​ພວກ​ເຂົາ​ເຈົ້າ, ​ໂດຍ​ຊີ້ນຳໃຫ້​ພວກ​ເຂົາ​ເຈົ້າ​ໄປເຂດ​ທີ່ຢູ່ທາງພາກ​ໃຕ້​ຕື່ມ. ຮູບ​ພາບ​ສະ​ແດງ​ໃຫ້​ເຫັນ​ຄວັນ​ໄຟ​ພຸ່ງ​ຂຶ້ນ​ມາ​ຈາກ​ອາ​ຄານຕ່າງໆ ​ໃນ​ເມືອງ​ທີ່​ຖືກ​ໂຈມ​ຕີ​ໂດຍ​ອິ​ສ​ຣາ​ແອ​ລ ໂດຍ​ມີປະຊາຊົນຫາມ​ເອົາ​ສົບ ທີ່​ຫໍ່ດ້ວຍ​ຜ້າ​ຫົ່ມ ​ອອກ​ຈາກ​ການ​ທຳລາຍລ້າງ.

ກອງທັບ​ອິສຣາ​ແອ​ລ ກ່າວ​ວ່າ ຕົນ​ໄດ້​ໂຈມ​ຕີ​ສະຖານທີ່ໃນເຂດກາຊາ ຫຼາຍ​ຮ້ອຍ​ບ່ອນ​ ​ໃນ​ຕະຫຼອດ​ວັນ​ຈັນ​ວານນີ້ ​ໂດຍ​ໄດ້​ຂະຫຍາຍ​ການ​ປະຕິບັດ​ການ​ທາງ​ພາກ​ພື້ນດິນ ​ໄປ​ຍັງ​ທຸກ​ພາກສ່ວນ​ຂອງ​ເຂດ​ວົງລ້ອມແຄບໆ ​ຕາມ​ແຄມ​ທະ​ເລ ເມດີເຕີ​ເຣນຽນ. ໂຄສົກລັດຖະບານ ກ່າວຕໍ່ບັນດານັກຂ່າວວ່າ "ພວກເຮົາໃກ້ຈະສຳເລັດພາລະກິດດັ່ງກ່າວ ຢູ່ທາງພາກເໜືອຂອງເຂດ ກາຊາ ແລ້ວ."

ໃນຂະນະທີ່ຢ້ຽມຢາມ ເຂດກາຊາ, ທ່ານ​ນາງ​ເມີ​ຢາ​ນາ ສະ​ໂປ​ຈາ​ຣິກ ປ​ະ​ທານ​ຄະ​ນະ​ກຳ​ມະ​ການສະ​ພາກາ ​ແດງ​ສາ​ກົນ , ໄດ້ສະເຫນີການປະເມີນສະຖານະການທີ່ໂຫດຮ້າຍ ຂອງຊາວປາແລັສໄຕນ໌ ໃນດິນແດນດັ່ງກ່າວ.

"ລະດັບຄວາມທຸກທໍລະມານຂອງມະນຸດແມ່ນເກີນທີ່ຈະສາມາດຍອມຮັບໄດ້," "ມັນເປັນເລື້ອງທີ່ບໍ່ສາມາດຍອມຮັບໄດ້ ທີ່ພົນລະເຮືອນບໍ່ມີສະຖານທີ່ທີ່ບ່ອນປອດໄພ ໃນເຂດ ກາຊາ, ແລະດ້ວຍການປິດລ້ອມຂອງທະຫານ, ມັນຍັງບໍ່ມີການຕອບສະຫນອງດ້ານມະນຸດສະທໍາທີ່ພຽງພໍ ໃນປັດຈຸບັນນີ້." ທ່ານນາງກ່າວໃນຖະແຫຼງການສະບັບນຶ່ງ.

ເມືອງຄານ ຢູນິສ ແມ່ນຢູ່​ທາງ​ພາກ​ໃຕ້​ຂອງ​ເຂດ ກາຊາ ເຊິ່ງ​ມີ​ພົນລະ​ເຮືອນ​ຈຳນວນຫຼາຍ ໄດ້​ພາກັນ​ຫລົບ​ໜີ​ໄປ ​ໃນ​ຂະນະ​ທີ່​ອິສຣາ​ແອ​ລ ເລີ້ມການ​ເຄື່ອນ​ໄຫວ​ຕໍ່ຕ້ານ​ກຸ່ມ ຮາມາສ ຢູ່​ໃນ​ພາກ​ເໜືອ​ຂອງເຂດ​ດັ່ງກ່າວ. ກອງທັບອິສຣາແອລ ໄດ້ຮຽກຮ້ອງໃນວັນອາທິດ ໃຫ້ອົບພະຍົບອອກຈາກພື້ນທີ່ຕ່າງໆ ຂອງ ເມືອງຄານ ຢູນິສ, ຄືກັນກັບທີ່ໄດ້ດຳເນີນການໃນທົ່ວພາກເໜືອຂອງເຂດກາຊາ ໃນຊ່ວງທ້າຍເດືອນຕຸລາ ທີ່ຜ່ານມາ ໃນຂະນະທີ່ໄດ້ກຽມພ້ອມດຳເນີນການບຸກໂຈມຕີທາງບົກ, ແລະ ເຜີຍແຜ່ແຜນທີ່ບັນດາບ້ານທີ່ຄວນໄດ້ຮັບການຍົກຍ້າຍ.

ອິສຣາແອລ ໄດ້ບອກໃຫ້ຊາວປາແລສໄຕນ໌ ທີ່ຢູ່ໃກ້ເມືອງ ຄານ ຢູນິສ ໃຫ້ຍ້າຍໄປທີ່ເຂດທາງຕາເວັນອອກສຽງໃຕ້ຂອງເມືອງ ແລະໄປທີ່ເມືອງຣາຟາ ເຊິ່ງຢູ່ບໍລິເວນຊາຍແດນຕິດ​ກັບອີຈິບ. ແຕ່ຫ້ອງການມະນຸດສະທໍາຂອງອົງການສະຫະປະຊາຊາດ ກ່າວວ່າ ພື້ນທີ່ດັ່ງກ່າວ "ມີປະຊາຊົນຢູ່ຢ່າງແອອັດຢູ່ແລ້ວ."

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG