ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິ​ສ​ຣາ​ແອ​ລ ສັ່ງ​ການ​ອົບ​ພະ​ຍົບ​ ໃນ​ເມືອງ​ທີ່​ໃຫຍ່​ທີ່​ສຸດ​ເປັນ​ອັນ​ດັບ​ສອງ ​ຂອງ ກາ​ຊາ


ຊາວ​ປາ​ແລັ​ສ​ໄຕ​ນ໌ ໄວ້​ອາ​ໄສ​ພີ່​ນ້ອງ​ຂອງ​ເຂົາ​ເຈົ້າ​ທີ່​ໄດ້​ເສຍ​ຊີ​ວິດ​ໃນ​ການ​ລະ​ດົມ​ຍິງ​ຂອງ ອິ​ສ​ຣາ​ແອ​ລ ໃນ​ເຂດ ກາ​ຊາ, ຢູ່​ໂຮງ​ໝໍໃນ​ເມືອງ ຄານ ຢູ​ນິ​ສ, 3 ທັນ​ວາ 2023
ຊາວ​ປາ​ແລັ​ສ​ໄຕ​ນ໌ ໄວ້​ອາ​ໄສ​ພີ່​ນ້ອງ​ຂອງ​ເຂົາ​ເຈົ້າ​ທີ່​ໄດ້​ເສຍ​ຊີ​ວິດ​ໃນ​ການ​ລະ​ດົມ​ຍິງ​ຂອງ ອິ​ສ​ຣາ​ແອ​ລ ໃນ​ເຂດ ກາ​ຊາ, ຢູ່​ໂຮງ​ໝໍໃນ​ເມືອງ ຄານ ຢູ​ນິ​ສ, 3 ທັນ​ວາ 2023

ອິ​ສ​ຣາ​ແອ​ລ ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ທີ່​ອາ​ໄສ​ຢູ່ໃນ​ເມືອງ​ໃຫຍ່​ທີ່​ສຸດ​ເປັນ​ອັນ​ດັບ​ສອງ​ຂອງ​ເຂດ​ກາ​ຊາອົບ​ພະ​ຍົບ​ອອກ​ຈາກ​ພື້ນ​ທີ່​ໃນ​ວັນ​ຈັນ​ມື້ນີ້, ໃນ​ຂະ​ນະ​ທີ່ກອງ​ທະ​ຫານ ອິ​ສ​ຣາ​ແອ​ລ ໄດ້​ດຳ​ເນີນ​ການ​ຕໍ່​ສູ້​ຢູ່​ພາກ​ພື້ນ​ດິນ ແລະ ການ​ໂຈມ​ຕີ​ທາງ​ອາ​ກາດ​ແນ​ເປົ້າ​ໃສ່​ພວກ​ຫົວ​ຮຸນ​ແຮງ ຮາ​ມາ​ສ.

ກອງ​ທັບ ອິ​ສ​ຣາ​ແອ​ລ ໄດ້​ບອກ​ໃຫ້​ປະ​ຊາ​ຊົນ​ໃນ​ໝູ່​ບ້ານ​ຕ່າງ​ໆ​ໃນ​ເມືອງ ຄານ ຢູ​ນິ​ສ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ ໃຫ້​ໜີ​ອອກ​ໄປ​ເພື່ອ​ຄວາມ​ປອດ​ໄພ​ຂອງ​ເຂົາ​ເຈົ້າ, ໂດຍ​ຊີ້​ນຳ​ໃຫ້​ເຂົາ​ເຈົ້າ​ໄປ​ເຂດເລິກ​ລົງ​ໄປ​ທາງ​ພາກ​ໃຕ້.

ເມືອງ ຄານ ຢູ​ນິ​ສ ແມ່ນ​ຢູ່​ໃນ​ພາ​ກ​ໃຕ້​ຂອງ ກາ​ຊາ, ບ່ອນ​ທີ່​ພົນ​ລະ​ເຮືອນຫຼາຍ​ຄົນ​ໄດ້ຫຼົບ​ໜີ​ໄປ​ໃນ​ຂະ​ນະ​ທີ່ ອິ​ສ​ຣາ​ແອ​ລ ໄດ້​ເລີ່ມ​ການ​ຕໍ່​ສູ້​ຂອງ​ເຂົາ​ເຈົ້າ​ກັບ​ກຸ່ມ ຮາ​ມາ​ສ ໃນ​ພາກ​ເໜືອ​ຂອງ​ດິນ​ແດນ ​ທີ່​ຖືກ​ປິດ​ລ້ອ​ມ​ນັ້ນ.

ໃນ​ຂະ​ນະ​ທີ່ ອິ​ສ​ຣາ​ແອ​ລ ໄດ້​ປະ​ກາດ​ການ​ເຕືອນຫຼາຍ​ຄັ້ງໃຫ້​ປະ​ຊາ​ຊົນຫຼົບ​ໜີ​ໄປ​ເຂດ​ຕ່າງໆ​ທີ່​ຕໍ່​ມາ​ຢູ​ພາຍ​ໃຕ້​ການ​ໂຈມ​ຕີ​ນັ້ນ, ເຂົາ​ເຈົ້າ​ຍັງ​ໄດ້​ປະ​ເຊີນ​ກັບ​ການ​ຕຳ​ໜິ​ວິ​ຈານ​ຈາ​ກ​ບັນ​ດາ​ເຈົ້າ​ໜ້າ​ທີ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຜູ້​ທີ່​ເວົ້າ​ວ່າ​ ສະ​ຖາ​ນະ​ການ​ໃນ ກາ​ຊາ ດ້ວຍ​ໄຟ​ຟ້າ​ ແລະ ການ​ເຂົ້າ​ຫາ​ອິ​ນເຕີ​ເນັດ​ແມ່ນບໍ່​ສາ​ມາດ​ໄວ້​ເນື້ອ​ເຊື່ອ​ໃຈ​ໄດ້​ນັ້ນ ​ໄດ້​ເຮັດ​ໃຫ້​ມັນ​ຍາກ​ສຳ​ລັບ​ປະ​ຊາ​ຊົນ​ທີ່​ຈະ​ເຂົ້າ​ຫາ​ຂໍ້​ມູນ.

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຍັງ​ໄດ້​ເຕືອນ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ດ້ານ​ມະ​ນຸດ​ສະ​ທຳ​ໃນ ກາ​ຊາ ດ້ວຍ​ປະ​ຊາ​ກອນ​ປະ​ມານ 80 ເປີ​ເຊັນ​ໄດ້​ພັດ​ພາກ​ຈາກ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ ແລະ ຫຼາຍ​ຄົນ​ໄດ້​ພັກ​ຢູ່​ໃນ​ສະ​ຖານ​ທີ່​ລີ້​ໄພ​ທີ່​ແອ​ອັດ.

ນອກ​ຈາ​ກອງ​ກຳ​ລັງ​ ອິ​ສ​ຣາ​ແອ​ລ ຂະ​ຫຍາຍ​ການ​ປະ​ຕິ​ບັດ​ການ​ຂອງ​ເຂົາ​ເຈົ້າ​ໃນ​ພາກ​ພື້ນ​ຕ່າງ​ໆ​ທີ່​ພົນ​ລະ​ເຮືອນ​ໄດ້​ຊອກ​ຫາ​ບ່ອນ​ລີ້​ໄພ​ນັ້ນ, ມັນ​ຍັງ​ໄດ້​ມີ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ ຜົນ​ກະ​ທົບ​ທີ່​ການ​ຕໍ່​ສູ້​ທີ່​ດຸ​ເດືອດ​ໃນ​ພາກ​ໃຕ້​ຂອງ ກາ​ຊາ ຈະ​ມີ​ຕໍ່​ການ​ຊ່ວ​ຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ, ເຊິ່ງ​ໄດ້​ເຂົ້າ​ມາ​ທາງ​ເຂດ​ຊາຍ​ແດນ​ພາກ​ໃຕ້​ຕິດ​ກັບປະ​ເທດ ອີ​ຈິບ.

ກອງ​ທັບ ອິ​ສ​ຣາ​ແອ​ລ ໄດ້​ກ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ​ເຂົາ​ເຈົ້າ​ໄດ້​ໂຈມ​ຕີ​ເປົ້າ​ໝາຍ​ກຸ່ມ​ຮາ​ມາ​ສ 200 ແຫ່ງ​ເມື່ອ​ຂ້າມ​ຄືນ​ທີ່​ຜ່ານ​ມາ, ລວ​ມ​ທັງ​ໄດ້​ທຳ​ລາຍ​ສະ​ຖານ​ທີ່​ການ​ປະ​ຕິ​ບັດ​ການ​ຂອງ​ພວກ​ຫົວ​ຮຸນ​ແຮງ​ທີ່​ຕັ້ງ​ຢູ່ນອກ​ໂຮງ​ຮຽນ​ຕ່າງໆ​ໃນ​ພາ​ກ​ເໜືອ​ຂອງ​ກາ​ຊາ. ອິ​ສ​ຣາ​ແອ​ລ ໄດ້ກ່າວ​ຫາ​ກຸ່ມ ຮາ​ມາ​ສ ກ່ຽວ​ກັບ ກາ​ນ​ເຂົ້າ​ໄປ​ປົ​ນ​ຢູ່​ໃນ ແລະ ກ້ອງ​ໂຮງ​ໝໍ​ຕ່າງໆ ແລະ ເຂດ​ພົນ​ລະ​ເຮືອ​ນ​ອື່ນໆ ແລະ ໄດ້​ສະ​ໜັບ​ສະ​ໜູນ​ໃຫ້​ພົນ​ລະ​ເຮືອນບໍ່​ສົນ​ໃຈ​ຕໍ່​ຄຳ​ເຕືອນ​ຂອງ ອິ​ສ​ຣາ​ແອ​ລ ໃຫ້​ອົບ​ພະ​ຍົບ​ອອກ​ກ່ອນ​ການ​ໂຈມ​ຕີ​ທາງ​ອາ​ກາດ, ໂດຍ​ໃຊ້​ເຂົາ​ເຈົ້າ​ເປັນ​ເຄື່ອງ​ກຳ​ບັງ​ມະ​ນຸດ, ເຊິ່ງ​ເປັນ​ການ​ກ່າວ​ຫາ ​ທີ່​ກຸ່ມ​ຮາມ​າ​ສ​ໄດ້​ປະ​ຕິ​ເສດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG