ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ພັກ​ການ​ເມືອງ​ປະ​ສົມຂອງອິສຣາແອລຍັງ​ຄົງ​ຢູ່​ຮວມ​ກັນຄືເກົ່າ ຫຼັງ​ຈາກ​ທີ່​ ຣມຕ ຄົນສຳຄັນ​ຂູ່ວ່າ ​​ຈະ​ຖອນ​ຕົວ​ອອກ


ນາ​ຍົກ​ລັດ​ຖະ​ມົນ​ຕີ​ ອິ​ສ​ຣາ​ແອ​ລ ທ່ານ​ເບັນ​ຈາ​ມິນ ເນຕັນ​ຢາ​ຮູ ກ່າວ​ໃນ​ກອງ​ປະ​ຊຸມ ນະ​ວັດ​ຕະ​ກຳ​ໃໝ່ ໃນ​ນະ​ຄອນ Tel Aviv
ນາ​ຍົກ​ລັດ​ຖະ​ມົນ​ຕີ​ ອິ​ສ​ຣາ​ແອ​ລ ທ່ານ​ເບັນ​ຈາ​ມິນ ເນຕັນ​ຢາ​ຮູ ກ່າວ​ໃນ​ກອງ​ປະ​ຊຸມ ນະ​ວັດ​ຕະ​ກຳ​ໃໝ່ ໃນ​ນະ​ຄອນ Tel Aviv

​ພັກ​ການ​ເມືອງ​ປະ​ສົມ ທີ່​ປົກ​ຄອງ​ປະ​ເທດ​ຢູ່​ໃນ​ຂະ​ນະ​ນີ້​ຂອງ​ອິ​ສ​ຣາ​ເອ​ລ ຍັງ​ຄົງ​ຢູ່​
ຮວມ​ກັນຄືເກົ່າ ໃນ​ວັນ​ຈັນ​ມື້​ນີ້ ຫຼັງ​ຈາກ​ທີ່​ລັດ​ຖະ​ມົນ​ຕີ​ຄົນ​ສຳ​ຄັນ ວ່າຈະຖອນ​ພັກ
ຂອງ​ທ່ານ​ ອອກຈາກລັດ​ຖະ​ບານ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ອິ​ສ​ຣາ​ແອ​ລ
ທ່ານ​ເບັນ​ຈາ​ມິນ ນິ​ຕັນ​ຢາ​ຮູ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ສຶກ​ສາ ທ່ານ ນັ​ຟ​ຕາ​ລີ ເບັນ​ເນັ​ຕ ໄດ້​ກົດ​ດັນ​ໃຫ້​ທ່ານ
ເນຕັນ​ຢາ​ຮູ ​ຕັ້ງ​ເພິ່ນ​ໃຫ້​ເປັນ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ແຕ່ແລ້ວກໍເວົ້າ​ວ່າ​ພັກ
​ການ​ເມືອງ Jewish Home ​ຂອງ​ທ່ານ ຈະ​ຍົກ​ເລີກ​ຄວາມ​ຮຽກ​ຮ້ອງ​ທັງ​ໝົດ
ແລະ​ໃຫ້​ໂອ​ກາດ​ແກ່ ນາ​ຍົກ​ລັດ​ຖະ​ມົນ​ຕີ​ “ໄດ້ຮັບໄຊ​ຊະ​ນະຄືນອີກ​.”

ຕຳ​ແໜ່ງຜູ້​ບັນ​ຊາ​ການ​ປ້ອງ​ກັນ​ປະ​ເທດ ແມ່ນເປົ່າ​ວ່າງ ໃນ​ສັບ​ປະ​ດາ​ແລ້ວນີ້
ດ້ວຍ​ການ​ລາ​ອອກ​ຂອງ​ທ່ານ ອາ​ສິກ​ດໍ​ຣ໌ ລີ​ເບີ​ເມັນ ຜູ້​ຊຶ່ງ​ບໍ່​ພໍ​ໃຈ ທີ່​ວ່າ ອິ​ສ​ຣາ​ແອ​ລ
ບໍ່ໂຕ້​ຕອບ​ແບບ​ໃຊ້​ກຳ​ລັງ​ພຽງ​ພໍ ໃນ​ການ​ເກີດ​ຄວາມ​ເຄັ່ງ​ຕຶງ ທາງ​ທະ​ຫານ
ໃນ​ເຂດ​ກາ​ຊາ​ນັ້ນ.

ທ່ານ​ເນ​ຕັນ​ຢາ​ຮູ ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານ​ນີ້​ວ່າ ທ່ານ​ຈະ​ເອົາ​ບາດ​ກ້າວ​ໃນ​ພາ​ລະ
​ໜ້າ​ທີ່​ໃນທາງ​ປ້ອງ​ກັນ. ຕໍ່​ມາ ທ່ານໄດ້​ລະ​ວັງຕື່ມຂຶ້ນ ຍ້ອນ​ສະ​ຖາ​ນະ​ການ​ເລື້ອງ​
ຄວາມ​ປອດ​ໄພ ທີ່​ມັນຈະກາຍ​ເປັນ “ການ​ບໍ່ມີຄວາມ​ຮັບ​ຜິດ​ຊອບ” ໃນ​ເວ​ລາ​ນີ້
ທີ່​ຈະ​ສົ່ງ​ລັດ​ຖະ​ບານຂອງ​ທ່ານ ເຂົ້າໄປຫາຄົນກຸ່ມນ້ອຍ ແລະ​ຈະ​ຈັດການ​ເລືອກ​
ກ່ອນ​ກຳ​ນົດ.

ດ້ວຍ​ການ​ທີ່​ພັກ​ຂອງ​ທ່ານ​ເບັນ​ເນັ​ຕ ຍັງ​ຄົງ​ຢູ່, ແນວ​ໂຮມທີ່ວ່ານັ້ນ​ຈຶ່ງ​ຄົງ​ມີສຽງ​ສ່ວນ​ຫຼາຍແຕ່ພຽງລັກນ້ອຍ ດ້ວຍ 61 ​ສຽງໃນ 120 ບ່ອນ​ນັ່ງ ໃນ​ລັດ​ຖ​ສະ​ພາ.

​ການ​ເລືອກ​ຕັ້ງ​ແບບ​ປົກ​ກະ​ຕິ ໃນ​ຄັ້ງ​ຕໍ່​ໄປ ​ຈະ​ມີ​ຂຶ້ນ​ໃນ​ເດືອນ​ພະ​ຈິກ ປີ 2019.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG