ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ນາຍົກ ອິສຣາແອລ ທີ່ໂມໂຫ ຮ້ອງໂຕ ທູດ ສຫລ ເຂົ້າພົບ ຍ້ອນການບໍ່ອອກສຽງ ຢູ່ໃນ UN


ນາຍົກລັດຖະມົນຕີ ອິສຣາແອລ ທ່ານ Benjamin Netanyahu ເຂົ້າຮ່ວມກອງປະຊຸມ ຄະນະລັດຖະບານ ປະຈຳສັບປະດາ ຢູ່ທີ່ສຳນັກງານ ຂອງທ່ານ ໃນນະຄອນ Jerusalem, ວັນທີ 25 ທັນວາ 2016.
ນາຍົກລັດຖະມົນຕີ ອິສຣາແອລ ທ່ານ Benjamin Netanyahu ເຂົ້າຮ່ວມກອງປະຊຸມ ຄະນະລັດຖະບານ ປະຈຳສັບປະດາ ຢູ່ທີ່ສຳນັກງານ ຂອງທ່ານ ໃນນະຄອນ Jerusalem, ວັນທີ 25 ທັນວາ 2016.

ໃນວັນອາທິດວານນີ້ ນາຍົກລັດຖະມົນຕີ ອິສຣາແອລ ທ່ານ Benjamin Netanyahu ທີ່ໃຈຮ້າຍ ໄດ້ອອກໝາຍຮຽກໂຕ ເອກອັກຄະລັດຖະທູດ ສະຫະລັດ ທ່ານ Daniel Shapiro ເຂົ້າຫາ ເພື່ອໂອ້ລົມ ກ່ຽວກັບການທີ່ສະຫະລັດ ບໍ່ອອກສຽງ ໃນສະພາ ຄວາມໝັ້ນຄົງ ອົງການສະຫະປະຊາຊາດ ຕໍ່ຍັດຕິທີ່ຄັດຄ້ານ ການຕັ້ງບ້ານໃໝ່ ສຳລັບຊາວຍິວ ຢູ່ໃນດິນ​ແດນ ຂອງປາແລັສໄຕນ໌ນັ້ນ.

ທັງ ກະຊວງການຕ່າງປະເທດ ແລະ ສຳນັກງານ ຂອງທ່ານ Netanyahu ຕ່າງກໍ ບໍ່ໄດ້ໃຫ້ຄຳເຫັນໃດໆ ກ່ຽວກັບການພົບປະກັນ ໃນວັນອາທິດວານນີ້. ກະຊວງ ການຕ່າງປະເທດ ໄດ້ອອກໝາຍຮຽກໂຕ ບັນດາເອກອັກຄະລັດຖະທູດ ຈາກ 14
ປະເທດ ທີ່ລົງຄະແນນສຽງ ຕໍ່ຍັດຕິດັ່ງກ່າວ ໃນວັນສຸກທີ່ຜ່ານມາ ແຕ່ລາຍງານກ່າວ
ວ່າ ບັນດານັກການທູດບາງສ່ວນ ບໍ່ໄດ້ຕອບຄຳຮ້ອງໂຕທີ່ວ່ານັ້ນ.

ພາບທິວທັດທຳມະດາ ຂອງສະຖານທີ່ກໍ່ສ້າງຕັ້ງຖິ່ນຖານໃໝ່ ຂອງຊາວຍິວ ໃນເມືອງ Modiin Illit ຢູ່ຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນ, ວັນທີ 14 ມີນາ 2011.
ພາບທິວທັດທຳມະດາ ຂອງສະຖານທີ່ກໍ່ສ້າງຕັ້ງຖິ່ນຖານໃໝ່ ຂອງຊາວຍິວ ໃນເມືອງ Modiin Illit ຢູ່ຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນ, ວັນທີ 14 ມີນາ 2011.


ທ່ານ Netanyahu ໄດ້ກ່າວຕໍ່ຄະນະລັດຖະບານຂອງອິສຣາແອລ ໃນວັນອາທິດ
ວານນີ້ ວ່າ ຍັດຕິດັ່ງກ່າວ “ປາສະຈາກຄວາມລະມັດລະວັງ ແລະ ທັງຈະເປັນ ອັນຕະລາຍ.” ທ່ານໄດ້ຊີ້ໃຫ້ເຫັນ ວ່າ ສະຫະລັດ ກັບ ອິສຣາແອລ ໄດ້ເຫັນດີ ເຫັນພ້ອມນຳກັນ ສະເໝີມາ ວ່າ ສະພາຄວາມໝັ້ນຄົງ ບໍ່ແມ່ນບ່ອນ ແກ້ໄຂບັນຫາ ການຕັ້ງຖິ່ນຖານ.

ທ່ານເອີ້ນ ການບໍ່ອອກສຽງ ຂອງສະຫະລັດວ່າ “ໜ້າລະອາຍໃຈ.”

ແຜນທີ່ການຕັ້ງຖິ່ນຖານ ຂອງຊາວອິສຣາແອລ ໃນຝັ່ງຕາເວັນຕົກ ຂອງແມ່ນ້ຳຈໍແດັນ.
ແຜນທີ່ການຕັ້ງຖິ່ນຖານ ຂອງຊາວອິສຣາແອລ ໃນຝັ່ງຕາເວັນຕົກ ຂອງແມ່ນ້ຳຈໍແດັນ.


ກ່ອນພິທີໄຕ້ທຽນ ວັນ Hanukkah ຢູ່ດ້ານໜ້າ ຂອງ ກຳແພງດ້ານຕາເວັນຕົກ ໃນ ນະຄອນ Jerusalem ທິດຕາເວັນອອກ ໃນວັນອາທິດວານນີ້ ທ່ານ Netanyahu ກ່າວວ່າ ພວກປະເທດທີ່ໄດ້ລົງຄະແນນສຽງ ໃຫ້ແກ່ຍັດຕິດັ່ງກ່າວ ແລ້ວ ສົ່ງຄຳອ່ວຍ
ພອນ ໃຫ້ອິສຣາແອລ ແມ່ນບໍ່ເຂົ້າໃຈຄວາມໝາຍຂອງງານ ສະຫຼອງບຸນຂອງຊາວຍິວ.

ທ່ານ Netanyahu ໄດ້ຂຽນລົງທາງເຟສບຸກ ວ່າ “ປະຊາຊົນຊາວຍິວ ສະຫລອງວັນ
ພັກຂອງ Hanukkah ເພື່ອຈົດຈຳ ໄຊຊະນະ ຂອງຣາຊະວົງ Hasmonean ທີ່ໄດ້ ປະຕິວັດ ຕ້ານຊາວກຣິສ ຊຶ່ງໄດ້ບັນລຸເຖິງຈຸດສູງສຸດ ດ້ວຍປະຕິຫານ ຂອງນ້ຳມັນ
ແລະ ການອຸທິດ ຄືນໃໝ່ອີກ ຂອງວັດແຫ່ງນີ້. ມັນຈະເປັນໄປໄດ້ຈັ່ງໃດ ທີ່ຈະມອບ
ຄຳອ່ວຍພອນ ອັນປະເສີດສຸດ ໃຫ້ແກ່ວັນບຸນສະຫລອງ Hanukkah ແລະ ໃນ
ເວລາດຽວກັນ ກໍປະຕິເສດ ການເຊື່ອມໂຍງ ທີ່ເລິກເຊິ່ງ ກັບ ກຳແພງດ້ານຕາເວັນ
ຕົກ ໃນນະຄອນ Jerusalem ຂອງພວກເຮົາ ກັບ ແຫ່ງອື່ນໆ ຢູ່ໃນດິນແດນ ຂອງ
ພວກເຮົາ?”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG