ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ເນັດຕັນຢາຮູ ກ່າວວ່າ ອິສຣາແອລ ຈະຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ໃນເຫດອັກຄີໄພ


ນັກດັບເພີງ ອິສຣາແອລ ສີດນ້ຳດັບໄຟທີ່ໄດ້ລຸກໄໝ້ເຮືອນ
ຫຼັງໜຶ່ງໃນເມືອງ Haifa, ອິສຣາແອລ. 24 ພະຈິກ, 2016.
ນັກດັບເພີງ ອິສຣາແອລ ສີດນ້ຳດັບໄຟທີ່ໄດ້ລຸກໄໝ້ເຮືອນ ຫຼັງໜຶ່ງໃນເມືອງ Haifa, ອິສຣາແອລ. 24 ພະຈິກ, 2016.

ນາຍົກລັດຖະມົນຕີ ອິສຣາແອລ ທ່ານ Benjamin Nethanyahu ກ່າວວ່າ ລັດຖະບານ ຂອງທ່ານມີພັນທະທີ່ຈະຊ່ວຍເຫຼືອທຸກໆຄົນສ້າງຄືນ ບ້ານເຮືອນ ແລະ ຊີວິດຂອງພວກເຂົາ ເຈົ້າໃໝ່, ຜູ້ທີ່ຊັບສິນຂອງພວກເຂົາເຈົ້າຖືກທຳລາຍໂດຍອັກຄີໄພໃນສັບປະດາທີ່ຜ່ານມາ.

ທ່ານໄດ້ໃຫ້ຄຳສັນຍາຕໍ່ບັນດາຂ້າລັດຖະການທີ່ “ຂາດແຄນຢ່າງແຮງ” ໃນລະຫວ່າງ ກອງປະຊຸມພິເສດຄະນະລັດຖະມົນຕີໃນເມືອງ Haifa ໃນວັນອາທິດວານນີ້ ແລະ ໄດ້ສະ ເໜີການຊ່ວຍເຫຼືອຢ່າງວ່ອງໄວ.

ກ່ອນກອງປະຊຸມນັ້ນ, ທ່ານໄດ້ພົບປະກັບສາມີພັນລະຍາຄູ່ໜຶ່ງ ເຊິ່ງຮ້ານອາຫານທີ່ມີອາ ຍຸເຖິງ 20 ປີຂອງພວກເຂົາເຈົ້າທີ່ຕັ້ງຢູ່ເທິງພູ ນອກນະຄອນຫຼວງ Jerusalem ນັ້ນຕອນນີ້ ແມ່ນໄດ້ກາຍເປັນກອງຂີ້ເຖົ່າແລ້ວ.

ທ່ານໄດ້ກ່າວວ່າ “ໄຟໄໝ້ຢູ່ຫັ້ນ ແລະ ຊັບສິນແຫ່ງອື່ນໆທີ່ຖືກໄໝ້ນັ້ນ, ມັນໄດ້ເຜົາໄໝ້ ວັດຖຸທີ່ເຕັມໄປດ້ວຍຄວາມຊົງຈຳ. ໃນບາງບ່ອນ ແມ່ນກະທັ້ງສັດກໍຍັງຖືກໄໝ້. ແຕ່ກັບ ຄວາມສຸກຂອງພວກເຮົາ, ເວລານີ້ພວກເຮົາໄດ້ກຽມພ້ອມດີ ແລະ ມັນບໍ່ໄດ້ເຜົາໄໝ້ຊີ ວິດຂອງຄົນເຮົາ.”

ຕຳຫຼວດ ແລະ ນັກດັບເພີງກ່າວວ່າ ໄຟທີ່ໄດ້ເຜົາໄໝ້ເກືອບທຸກບ່ອນໃນທົ່ວຫຼາຍພາກສ່ວນ ຂອງ ອິສຣາແອລ ແມ່ນໄດ້ຖືກມອດແລ້ວ. ເຖິງແມ່ນຈະບໍ່ມີການສູນເສຍຊີວິດກໍຕາມ, ໄຟ ດັ່ງກ່າວກໍໄດ້ເຮັດໃຫ້ປະຊາຊົນຫຼາຍກວ່າ 100 ຄົນຖືກສົ່ງໄປໂຮງໝໍ, ສ່ວນໃຫຍ່ແມ່ນ ພວກທີ່ໄດ້ສືບດົມເອົາຄວັນ.

ທ່ານ Nethanyahu ໄດ້ຍົກຍ້ອງ “ຄວາມກ້າຫານ” ຂອງບັນດານັກດັບເພີງ ແລະ ກໍຍັງ ໄດ້ກ່າວຂອບໃຈອຳນາດການປົກຄອງ ປາແລັສໄຕນ ທີ່ໄດ້ສົ່ງຄວາມຊ່ວຍເຫຼືອໄປໃຫ້. ນອກ ນັ້ນທ່ານຍັງໄດ້ກ່າວ “ຍົກຍ້ອງ” ໝົດທຸກຄົນ, ທັງຊາວ ຢິວ ແລະ ອາຣັບ, ຜູ້ທີ່ໄດ້ ເປີດປະຕູບ້ານຂອງພວກເຂົາເຈົ້າຕ້ອນຮັບເອົາຜູ້ຖືກເຄາະຮ້າຍຈາກອັກຄີໄພ.

ບັນດາເຈົ້າໜ້າທີ່ໄດ້ຕັ້ງຂໍ້ສົງໄສວ່າ ຈຸດເກີດໄຟໄໝ້ຫຼາຍເຖິງ 40 ແຫ່ງແມ່ນຖືກຈູດຂຶ້ນ ໂດຍຄວາມຕັ້ງໃຈ. ປະຊາຊົນຫຼາຍຄົນໄດ້ຖືກຈັບກຸມ, ແຕ່ບໍ່ມີຂໍ້ມູນອື່ນໆ ກ່ຽວກັບ ຮູບປະ ພັນ ຫຼື ແຮງບັນດານໃຈຂອງພວກເຂົາເຈົ້າຖືກເປີດເຜີຍຢ່າງເປັນທາງການ.

ນາຍົກລັດຖະມົນຕີ Nethanyahu ກ່າວວ່າ ການກໍ່ອາຊະຍາກຳດັ່ງກ່າວຈະຖືກໃຫ້ອະ ໄພບໍ່ໄດ້.

ທ່ານກ່າວວ່າ “ຜູ້ໃດກໍຕາມທີ່ເລີ່ມຈູດໄຟ, ດ້ວຍຄວາມເຈຕະນາ ຫຼື ຄວາມປະໝາດ, ຜູ້ ໃດກໍຕາມທີ່ປຸກລະດົມການລອບວາງເພີງນັ້ນ, ພວກເຮົາຈະດຳເນີນຄະດີຕໍ່ພວກເຂົາ ເຈົ້າຢ່າງເຕັມທີ່.”


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Israel Fires
please wait
Embed

No media source currently available

0:00 0:01:29 0:00

XS
SM
MD
LG