ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ​ອິ​ສ​ຣາ​ແອ​ລ ​ຂໍໃຫ້ ​ນາ​ຍົກ ເນ​ຕັນ​ຢາ​ຮູ ຫາ​ທາງ​ສ້ງຕັ້ງ ລັດ​ຖະ​ບານ​ຂຶ້ນ


ປະ​ທາ​ນາ​ທິ​ບໍ​ດີ​ ເຣີ​ເວນ ຣິບ​ລິນ (Reuven Rivlin) (ຂວາ) ຈັບ​ມື​ກັບ ນາ​ຍົກ​ລັດ​ຖະ​ມົນ​ຕີ ເບັນ​ຈາ​ມິນ ​ເນ​ຕັນ​ຢາ​ຮູ ຫລັງກອງ​ປະ​ຊຸມ​ໃນ​ວັນ​ທີ 25 ກັນ​ຍາ 2109.
ປະ​ທາ​ນາ​ທິ​ບໍ​ດີ​ ເຣີ​ເວນ ຣິບ​ລິນ (Reuven Rivlin) (ຂວາ) ຈັບ​ມື​ກັບ ນາ​ຍົກ​ລັດ​ຖະ​ມົນ​ຕີ ເບັນ​ຈາ​ມິນ ​ເນ​ຕັນ​ຢາ​ຮູ ຫລັງກອງ​ປະ​ຊຸມ​ໃນ​ວັນ​ທີ 25 ກັນ​ຍາ 2109.

ປະ​ທາ​ນາ​ທິ​ບໍ​ດີ​ອິ​ສ​ຣາ​ແອ​ລ ​ຂໍໃຫ້​ນາ​ຍົກ​ລັດ​ຖະ​ມົນ​ຕີ ເບັນ​ຈາ​ມິນ ​ເນ​ຕັນ​ຢາ​ຮູ ​ຫາ​ທາງ​ສ້າງ​ຕັ້ງ​ລັດ​ຖະ​ບານ​ໃໝ່ຂຶ້ນ ພາຍ​ຫລັງ​ທີ່​ມີການ​ເລືອກ​ຕັ້ງ ທີ່​ບໍ່​ໄປ​ບໍ່​ມາ​ໃນ​ອາ​ທິດ​ແລ້ວນີ້ ທີ່​ເຮັດ​ໃຫ້​ປະ​ເທດເປັນ​ອຳ​ມະ​ພາດຢູ່ນັ້ນ.

ປະ​ທາ​ນາ​ທິ​ບໍ​ດີ​ ເຣີ​ເວນ ຣິບ​ລິນ (Reuven Rivlin) ໄດ້​ປະ​ກາດ​ຄຳ​ເວົ້າ​ດັ່ງ​ກ່າວ​ຫລັງ​ຈາກກອງ​ປະ​ຊຸມໃນ​ວັນ​ພຸດ​ວານນີ້ ກັບ​ທ່ານເນ​ຕັນ​ຢາ​ຮູ ແລະທ່ານ ເບນ​ນີ ແກ​ນ​ຊ໌ (Benny Gantz) ​ຄູ່​ແຂ່ງ​ຕົ້ນ​ຕໍ​ຂອງ​ທ່ານນັ້ນ.

ຜົນການ​ເລືອກ​ຕັ້ງ​ສຸດ​ທ້າຍໄດ້​ປະ​ກາດ​ຂຶ້ນ​ໃນ​ວັນ​ພຸດ ສະ​ແດງໃຫ້​ເຫັນ​ວ່າ ພັກ​ລີ​ຄູດ​ ຂອງ​ທ່ານເນ​ຕັນ​ຢາ​ຮູຊະ​ນະ 32 ບ່ອນ​ນັ່ງ ໃນ​ສະ​ພາ​ທີ່​ມີ 120 ບ່ອນ​ນັ່ງ​ນັ້ນ ຊຶ່ງເປັນ​ຈຳ​ນວນທີ່​ໜ້ອຍກວ່າບ່ອນ​ນັ່ງ​ຂອງ​ພັກ​ສີ​ຟ້າ ແລະ​ສີ​ຂາວ​ຂອງ​ທ່ານ ແກນ​ຊ໌ ນຶ່ງ​ບ່ອນ. ເຖິງ​ແມ່ນ​ວ່າ​ຈະ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ຈາກ​ພັນ​ທະ​ມິດ​ອື່ນໆ​ກໍ​ຕາມ, ທັງ​ສອງ​ພັກ​ກໍ​ຍັງ​ບໍ່​ມີ​ບ່ອນ​ນັ່ງ​ພຽງ​ພໍ​ທີ່​ຈະ​ໄດ້​ຮັບ​ສຽງ​ສ່ວນ​ຫລາຍ ກໍ​ຄື 61 ບ່ອນ ຕາມກຳ​ນົດ​ໄວ້ນັ້ນ.

"ຂອບ​ໃຈ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ. ຂ້າ​ພະ​ເຈົ້າ​ຮັບ​ເອົາ​ພາ​ລະ​ໜ້າ​ທີ່ ທີ່​ທ່ານມອບ​ໝາຍ​ໃຫ້​ແກ່​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ປະ​ຕິ​ບັດ​ມັນ​ບໍ່​ແມ່ນ​ຍ້ອນ​ຮູ້​ວ່າ​ຕົນ​ເອງ​ມີ​ໂອ​ກາດ​ດີກວ່າ​ໃນ​ການ​ຈັດ​ຕັ້ງ​ລັດ​ຖະ​ບານ​ຂຶ້ນ ແຕ່​ແມ່ນ​ຍ້ອນ​ຮູ້​ວ່າ ຄວາມບໍ່​ສາ​ມາດ​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ​ໜ້ອຍກວ່າຂອງ​ສະ​ມາ​ຊິກ​ສ​ະ​ພາ ຄ​ແນ​ສ​ເຊດ ​ແກນ​ສ໌ (Gantz ເພາະ​ວ່າ​ພວກ​ເຮົາ​ທັງ​ສອງບໍ່​ສາ​ມາດ​ຈັດ​ຕັ້ງ​ລັດ​ຖະ​ບານ​ຂຶ້ນ ເວັ້ນ​ເສຍ​ແຕ່​ວ່າ ພວກ​ເຮົາ​ເຕົ້າ​ໂຮມ​ເຂົ້າກັນ. ຄຳ​ສັ່ງ​ໃນ​ຂະ​ນະ​ນີ້​ກໍ​ຄື​ລັດ​ຖະ​ບານ​ທີ່​ມີ​ຄວາມ​ສາ​ມັກ​ຄີ​ກັນ, ລັດ​ຖະ​ບານ​ທີ່​ເຕົ້າ​ໂຮມ​ຄວາມ​ສາ​ມັກ​ຄີ​ຂອງ​ທີ່ກວ້າງ​ຂວາງ ທີ່​ໄດ້​ຮັບ​ການ​ຈັດ​ຕັ້ງ​ຂຶ້ນ​ຢ່າງວ່ອງ​ໄວ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານເນ​ຕັນ​ຢາ​ຮູ.

ທ່ານ ຣິບ​ວິ​ລ ເປັນ​ຜູ້​ໄກ້​ແກ່ຍຢູ່​ໃນ​ກອງ​ປະ​ຊຸມ​ສອງຄັ້ງ​ຜ່ານ​ມາ​ໃນ​ອາ​ທິດນີ້ ລະ​ຫວ່າງ​ບັນ​ດາ​ນັກ​ການ​ເມືອງໂດຍ​ຫວັງ​ວ່າ​ ຈະ​ບັນ​ລຸ​ຂໍ້​ຕົກ​ລົງ​ກັນ​ໄດ້ ລະຫວ່າງ​ທ່ານເນ​ຕັນ​ຢາ​ຮູ ແລະ​ທ່ານ​ແກນ​ສ໌ ໃນ​ການຈັດ​ຕັ້ງ​ລັດ​ຖະ​ບານ​ຂຶ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG