ທາງການອິສຣາແອລກ່າວວ່າ ສົບຂອງອະດີດນາຍົກລັດຖະມົນ
ຕີ Ariel Sharon ຈະຖືກນໍາໄປດອຍໄວ້ ເປັນເວລາຫລາຍຊົ່ວ
ໂມງໃນວັນອາທິດມື້ນີ້ ຢູ່ຕຶກ Knesset ກໍຄືສະພາແຫ່ງຊາດ
ໃນນະຄອນເຈຣູຊາແລມ ເພື່ອໃຫ້ບັນດາຜູ້ໄວ້ອາໄລໄດ້ເຂົ້າໄປ
ເຄົາລົບສົບ.
ທ່ານ Sharon ເຖິງແກ່ອະສັນຍະກໍາໄປ ໃນວັນເສົາວານນີ້
ລວມອາຍຸໄດ້ 85 ປີ ຍ້ອນອາການແຊກຊ້ອນຈາກການເປັນ
ລົມສາລະບາດຂັ້ນຮ້າຍແຮງເມື່ອ 8 ປີກ່ອນ ຊຶ່ງເຮັດໃຫ້ທ່ານ
ຕົກຢູ່ໃນສະພາບໂຄ່ມາ ບໍ່ຮູ້ສຶກໂຕນັບຕັ້ງແຕ່ນັ້ນມາ.
ຜູ້ອໍານວຍການທ່ານນຶ່ງ ທີ່ສູນກາງການແພດ Sheba ໃກ້ນະຄອນ ຫລວງ Tel Aviv ທ່ານ
Shlomo Noy ເວົ້າວ່າທ່ານ Sharon ສິ້ນຊີວິດໄປ "ດ້ວຍຄວາມສະຫງົບ" ໂດຍມີຄອບຄົວ
ຂອງທ່ານ ຢູ່ຄຽງ ຂ້າງ. ທ່ານ Noy ກ່າວວ່າ ທ່ານ Sharon ບໍ່ເຄີຍຮູ້ສຶກໂຕຢ່າງເຕັມທີ່ເລີຍ
ນັບຕັ້ງແຕ່ທ່ານໄດ້ຕົກຢູ່ໃນສະພາບເປັນໂຄມ່າ ໃນປີ 2006 ເປັນຕົ້ນມາແລະວ່າອະໄວຍະ
ວະທີ່ສໍາຄັນໆ ຂອງທ່ານໄດ້ເລີ້ມລົ້ມແຫລວລົງ ເມື່ອນຶ່ງອາທິດຜ່ານມາ.
ນາຍົກລັດຖະມົນຕີຄົນປັດຈຸບັນຂອງອິສຣາແອລ ທ່ານ Benjamin Netanyahu ກ່າວວ່າ "ມີຄວາມຮູ້ສຶກເສົ້າເສຍໃຈຢ່າງເລິກລໍ້າ" ຢູ່ໃນປະເທດຂອງຊາວຍິວ ກໍຄືອິສຣາແອລ ກ່ຽວກັບ
ການຈາກໄປຂອງທ່ານ Sharon ນັ້ນ. ທ່ານ Netanyahu ກ່າວຕໍ່ໄປວ່າ ອະດີດຜູ້ນໍາທ່ານນີ້ ຈະຢູ່ໃນຫົວໃຈຂອງປະເທດຊາດຕະຫລອດໄປ.