ນັບເປັນເທື່ອທຳອິດໃນອາທິດນີ້ ທີ່ອິສຣາແອລໄດ້ຍົກເລີກການ
ຈຳກັດ ກ່ຽວກັບເລື້ອງອາຍຸ ສຳລັບຊາວມຸສລິມ ທີ່ພາກັນໄປສູດ
ມົນພາວະນາ ຢູ່ສະຖານທີ່ອັນ ສັກສິດ ທາງພາກຕາເວັນອອກ
ຂອງນະຄອນເຈຣູຊາແລັມ ໃນການເຄື່ອນໄຫວ ທີ່ອາດແນໃສ່
ເພື່ອຫລຸດຜ່ອນຄວາມເຄັ່ງຕືງທີ່ໄດ້ເປັນຜົນສະທ້ອນໃຫ້ເກີດຄື້ນ
ຟອງຂອງຄວາມຮຸນແຮງບໍ່ສະຫງົບ.
ການຈຳກັດດັ່ງກ່າວ ທີ່ໄດ້ເລີ້ມມີຜົນບັງຄັບໃຊ້ສຳລັບວັນສຸກນັບ
ແຕ່ໄດ້ເກີດການ ປະທະກັນ ໃນກາງເດືອນກັນຍາຜ່ານມາ ທີ່ໄດ້
ຫ້າມບໍ່ໃຫ້ບັນດາຊາວໜຸ່ມມຸສລິມ ເຂົ້າໄປໃນເຂດວັດ Al-Aqsa
ທີ່ຮູ້ກັນໂດຍຊາວມຸສລິມວ່າ ເປັນສະຖານທີ່ສັກ ສິດນັ້ນ.
ສະຖານທີ່ດັ່ງກ່າວຍັງເປັນທີ່ເຄົາລົບນັບຖືໂດຍຊາວຢິວທີ່ຮ້ອງວັດນີ້ວ່າ Temple Mount.
ມັນໄດ້ເປັນເປົ້າໝາຍການປະທ້ວງຊາວປາແລສໄຕນ໌ ມາໄດ້ຫລາຍອາທິດແລ້ວ ໂດຍ
ຢ້ານວ່າ ອິສຣາແອລຕ້ອງການຈະປ່ຽນແປງກົດລະບຽບທີ່ຕັ້ງຂຶ້ນ ໂດຍນາໆຊາດ ເພື່ອ
ຄຸ້ມຄອງສະຖານທີ່ດັ່ງກ່າວ.
ພາຍໃຕ້ກົດລະບຽບທີ່ໄດ້ມີການສ້າງຕັ້ງມາດົນນານແລ້ວນັ້ນ ອິສຣາແອລເປັນຜູ້ ຮັບຜິດ
ຊອບດ້ານຄວາມປອດໄພ ຢູ່ສະຖານທີ່ດັ່ງກ່າວ ແລະຄຸ້ມຄອງການເຂົ້າອອກຂອງສະຖານ
ທີ່ ໃນຂະນະທີ່ກຸ່ມສັງຄົມອິສລາມທີ່ບໍລິຫານງານໂດຍຈໍແດນ ເປັນຜູ້ຄວຄຸມສະຖານທີ່
ສັກສິດແຫ່ງນີ້.
ອິສຣາແອລໄດ້ປະຕິເສດວ່າ ຕົນບໍ່ຕ້ອງການ ທີ່ຈະປ່ຽນແປງສະພາບການຢູ່ທີ່ ວັດດັ່ງ
ກ່າວ. ໃນວັນສຸກມື້ນີ້ ໂຄສົກຕຳຫລວດອິສຣາແອລຄົນນຶ່ງກ່າວວ່າ ການຕັດສິນໃຈ
ຍົກເລີກການຈຳກັດກ່ຽວກັບອາຍຸ ຫລັງຈາກໄດ້ຊັ່ງຊາໃນເລື້ອງຄວາມປອດໄພແລ້ວ.
ການເຄື່ອນໄຫວນີ້ ມີຂື້ນຫລັງຈາກລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John
Kerry ໃນວັນພະຫັດວານນີ້ ໄດ້ສະແດງຄວາມຫວັງ ໄປໃນແງ່ດີວ່າການແກ້ໄຂສາ
ມາດມີຂຶ້ນໄດ້ ເພື່ອຫລຸດຜ່ອນຄວາມຮຸນແຮງ ລະຫວ່າງອິສຣາແອລ ແລະປາແລສໄຕນ໌.