ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິ​ສ​ຣາ​ແອ​ລ ພົບ​ເຫັນ​ອຸ​ມົງ ຂອງພວກ​ກໍ່​ການ​ຮ້າຍທີ່ສ້າງຂຶ້ນ ຢ່າງ​ຍາວ​ຢຽດ​ຈາກ​ເລ​ບາອນ


ທະ​ຫານ​ອິ​ສ​ຣາ​ແອລ ຂຸດດິນ​ຢູ່​ໃກ້ໆ​ກັບຊາຍ​ແດນເລ​ບາ​ນອນ ທາງ​ພາກ​ເໜືອ​ເມືອງ​ເມີ​ຕູ​ລາ ອິ​ສ​ຣາ​ແອ​ລ ວັນ​ທີ 4 ທັນ​ວາ 2018.
ທະ​ຫານ​ອິ​ສ​ຣາ​ແອລ ຂຸດດິນ​ຢູ່​ໃກ້ໆ​ກັບຊາຍ​ແດນເລ​ບາ​ນອນ ທາງ​ພາກ​ເໜືອ​ເມືອງ​ເມີ​ຕູ​ລາ ອິ​ສ​ຣາ​ແອ​ລ ວັນ​ທີ 4 ທັນ​ວາ 2018.

ອິ​ສ​ຣາ​ແອ​ລ​ໄດ້​ເລີ້ມ​ການ​ປະ​ຕິ​ບັດ​ງານ​ທາງ​ທະ​ຫານ ເພື່ອ​ທຳ​ລາຍ​ລະ​ບົບ​ອຸ​ມົງ​ຂອງ​
ພວກ​ກໍ່​ການ​ຮ້າຍເຮີ​ສ​ໂບ​ລ​ລາ ທີ່ສ້າງ​ຂື້ນ​ເພື່ອ​ລັກ​ລອບເອົາ​ພວກ​ກໍ່​ການ​ຮ້າຍ​ເຂົ້າ​ໄປ
ໃນອິ​ສ​ຣາ​ແອ​ລ ຈາກ​ເລ​ບາ​ນອນ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ​ທ່ານ​ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ເອີ້ນ​ບັນ​ດາ​ອຸ​ມົງ​ເຫລົ່າ​ນີ້​ວ່າ​ເປັນ​ການລະເມີດຢ່າງຮ້າຍ​ແຮງ​ຕໍ່​ອະ​ທິ​ປະ​ໄຕຂອງ​ອິ​ສ​ຣາ​ແອ​ລ.

“​ອຸ​ມົງຂ້າມ​ຊາຍ​ແດນ​ເຫລົ່ານີ້ ຖືກ​ສ້າງ​ຂຶ້ນໂດຍ​ພວກ​ກໍ່​ກາ​ນ​ຮ້າຍ​ ເຮິສ​ໂບ​ລ​ລາ​ ໂດຍ​
ການສະ​ໜັບ​ສະ​ໜູນໂດຍກົງ ແລະ​ໃຫ້​ທຶນ​ໂດຍ​ອີ​ຣ່ານ. ມັນໄດ້ຖືກ​ສ້າງ​ຂື້ນ​ເພື່ອ​ຈຸດ​
ປະ​ສົງ​ດຽວ​ໃນ​ສະ​ໝອງ​ຄື ການ​ໂຈມ​ຕີ ແລະ​ສັງ​ຫານ​ພວກ​ຜູ້​ຊາຍ ແມ່​ຍິງ ແລະ​
ເດັກ​ນ້ອຍ ​ອິ​ສ​ຣາ​ແອ​ລ​ທີ່​ໄຮ້​ດຽງ​ສາ.”

ພວກ​ທະ​ຫານ​ອິ​ສ​ຣາ​ແອ​ລ ບໍ່​ເຄີຍ​ໄດ້​ຂ້າມຊາຍແດນເຂົ້າ​ໄປ​ສູ່​ເ​ລ​ບາ​ນອນ ແລະ​ພວກ
​ເຈົ້າ​ໜ້າ​ທີ່​ເລ​ບາ​ນອນ ກໍລາຍ​ງານ​ວ່າ​ມີ​ຄວາມ​ສະ​ຫງົບດີ ທັງ​ໝົດ​ ຢູ່​ຕາມ​ຊາຍ​ແດນ
​ກັບ​ອິ​ສ​ຣາ​ແອ​ລ.

ແຕ່​ວ່າ​ທະ​ຫານ​ອິ​ສ​ຣາ​ແອ​ລ​ໄດ້​ສົ່ງ​ຂໍ້​ຄວາມ​ທາງ​ທວິດ​ເຕີ ເປັນ​ພາ​ສາ​ອາ​ຣັບ ໄປ​ຫາ
​ບັນ​ດາ​ທະ​ຫານເລ​ບາ​ນອນ ແລະ​ພວກ​ກໍ່​ການ​ຮ້າຍ​ເຮີ​ສ​ເບີ​ລ​ລາ ໃຫ້​ພາ​ກັນ​ຢຸດ​ຢູ່
ຫ່າງ​ໄກ.

ສານ​ຢູ່​ໃນທວິດ​ເຕີກ່າວ​ວ່າ “ຊີ​ວິດ​ຂອງ​ພວກ​ເຈົ້າຕົກ​ຢູ່​ໃນ​ອັນ​ຕະ​ລາຍ. ພວກ​ເຈົ້າ​
ໄດ້ຮັບຄຳ​ເຕືອນລ້ວ.”

ທະ​ຫານ​ກ່າວ​ວ່າ ຕົນ​ໄດ້​ຕິດ​ຕາມເ​ບິ່ງອຸ​ມົງມາ​ເກືອບ​ສີ່​ປີແລ້ວ ຫຼັງ​ຈາກ​ຊາວ​ບ້ານ​
ເມືອງ​ເມີ​ຕູ​ລາ ຊາຍ​ແດນ​ຂອງ​ອິ​ສ​ຣາ​ແອ​ລ ໄດ້​ບອກ​ເຂົາ​ເຈົ້າ​ວ່າ ເຂົາ​ເຈົ້າ​ໄດ້​ຍິນ​ສຽງ​ຂຸດດສຽງກົ່ນຢູ່ເປັນປະຈຳ.

ທະ​ຫານ​ກ່າວ​ວ່າ ​ນຶ່ງ​ໃນ​ຈຳ​ນວນ​ອຸ​ມົງ​ໄດ້ເນັ່ງ​ຈາກ​ເຮືອນ​ຫຼັງ​ນຶ່ງ ພຽງ​ແຕ່​ຂ້າມຊາຍ
​ແດນ​ເລ​ບາ​ນອນ ໄປ​ຫາ​ທົ່ງ​ນາ​ທາງ​ພາກ​ໃຕ້​ຂອງ​ເມີ​ຕູ​ລາ.

ລາຍ​ງານ​ກ່າວ​ວ່າ​ອຸ​ມົງ​ດັ່ງກ່າວ​ປະ​ກ​ອບ​ດ້ວຍ​ໄຟ​ຟ້າ ສາຍເຄເບິລ​ສື່​ສານ ແລະ​ຖໍ່
​ອາ​ກາດ ແຕ່​ກໍຍັງ​ບໍ່​ທັນ​ຕຽມ​ພ້ອມ​ໃຊ້ໄດ້ເທື່ອ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ອັງ​ກິດ

XS
SM
MD
LG