ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອິສຣາແອລ ໄດ້ລະບຸຕົວ ຜູ້ຕ້ອງສົງໄສ ໃນການຍິງກັນ ທີ່ນະຄອນ Tel Aviv


ຕຳຫຼວດ ອິສຣາແອລ ທີ່ຈຸດເກີດເຫດຂອງເຫດການຍິງກັນ ໃນນະຄອນ Tel Aviv, 1 ມັງກອນ, 2016.
ຕຳຫຼວດ ອິສຣາແອລ ທີ່ຈຸດເກີດເຫດຂອງເຫດການຍິງກັນ ໃນນະຄອນ Tel Aviv, 1 ມັງກອນ, 2016.

ເຈົ້າໜ້າທີ່ຕຳຫຼວດ ອິສຣາແອລ ໄດ້ລະບຸຕົວຜູ້ຕ້ອງສົງໄສທີ່ໄດ້ຍິງ ສັງຫານ 2 ຄົນ ແລະ ເຮັດໃຫ້ຢ່າງໜ້ອຍ 7 ຄົນໄດ້ຮັບບາດເຈັບໃນ ວັນເສົາວານນີ້.

ມີລາຍງານວ່າ ຍາດຕິພີ່ນ້ອງຂອງທ້າວ Nashat Milhem ຜູ້ເປັນ ປະຊາຊົນ ອິສຣາແອລ ເຊື້ອສາອາຣັບ ຈາກຄຸ້ມ Arara ຢູ່ທາງ ພາກເໜືອຂອງ ອິສຣາແອລ ຈື່ຈຳຜູ້ກ່ຽວໄດ້ ເມື່ອເຫັນພາບຈາກ ກ້ອງຮັກສາຄວາມປອດໄພ ຢູ່ທີ່ຈຸດເກີດເຫດ ບ່ອນໂຈມຕີໃນວັນ ສຸກທີ່ຜ່ານມາ ແລະ ໄດ້ແຈ້ງໃຫ້ທາງການຊາບ.

ອິງຕາມອົງການຂ່າວ Associated Press ສະມາຊິກຄອບຄົວຂອງທ້າວ Milhem ໄດ້ຮັບ ຄວາມເຈັບຊ້ຳໃຈ ຫຼັງຈາກຕຳຫຼວດໄດ້ເຂັ່ນຂ້າ ພີ່ນ້ອງຄົນໜຶ່ງ ຂອງລາວ ໃນປີ 2006 ແລະ ຜູ້ກ່ຽວໄດ້ຖືກຈຳຄຸກເພື່ອຮັບໃຊ້ໂທດ ຫຼັງຈາກຜູ້ກ່ຽວ ພະຍາຍາມດຶງເອົາປືນຂອງເຈົ້າໜ້າທີ່ ຕຳຫຼວດຄົນໜຶ່ງ.

ປາຊາຊົນ ປາເລສໄຕນ ຫາມສົບຂອງທ້າວ Saad al-Atrash ໄປໂຮງໝໍໃນເມືອງ Hebron ທີ່ເຂດ West Bank ວັນທີ 1 ມັງກອນ. ທະຫານ ອິສຣາແອລ ໄດ້ນຳສົ່ງສົບຂອງຊາວ ປາເລສໄຕນ 23 ຄົນ ທີ່ພວກເຂົາເຈົ້າກ່າວວ່າ ມີສ່ວນຮ່ວມໃນຄວາມຕໍ່ຄວາມຄົວຂອງພວກເຂົາເຈົ້າໃນເຂດ West Bank.
ປາຊາຊົນ ປາເລສໄຕນ ຫາມສົບຂອງທ້າວ Saad al-Atrash ໄປໂຮງໝໍໃນເມືອງ Hebron ທີ່ເຂດ West Bank ວັນທີ 1 ມັງກອນ. ທະຫານ ອິສຣາແອລ ໄດ້ນຳສົ່ງສົບຂອງຊາວ ປາເລສໄຕນ 23 ຄົນ ທີ່ພວກເຂົາເຈົ້າກ່າວວ່າ ມີສ່ວນຮ່ວມໃນຄວາມຕໍ່ຄວາມຄົວຂອງພວກເຂົາເຈົ້າໃນເຂດ West Bank.

ພໍ່ຂອງທ້າວ Milhem ກ່າວວ່າ ທ່ານມີຄວາມເສຍໃຈ ສຳລັບການກະທຳຂອງ ລູກຊາຍ ແລະ ຫວັງວ່າບັນດາຜູ້ເຄາະຮ້າຍ ຈະຟື້ນຕົວຄືນໂດຍວ່ອງໄວ.

ທ່ານກ່າວ ໃນຖະແຫລງການສະບັບໜຶ່ງຕໍ່ສື່ຂ່າວ ວ່າ “ຂ້າພະເຈົ້າເປັນພົນລະ ເມືອງຂອງ ອິສຣາແອລ ຜູ້ທີ່ເຂົາລົບນັບຖືກົດໝາຍ. ຂ້າພະເຈົ້າໄດ້ຍິນວ່າ ລູກ ຊາຍຂອງຂ້າພະເຈົ້າ ໄດ້ກະທຳສິ່ງທີ່ລາວເຮັດໄປນັ້ນ ແຕ່ອັນນັ້ນ ບໍ່ແມ່ນວິທີ ທີ່ຂ້າພະເຈົ້າລ້ຽງດູລາວໃຫ້ເປັນໄປ ຂ້າພະເຈົ້າຂໍໂທດ.”

ຄອບຄົວຂອງທ້າວ Milhem ຍັງໄດ້ຮຽກຮ້ອງໃຫ້ລາວ ມອບຕົວໃນຂະນະທີ່ເຈົ້າ ໜ້າທີ່ຕຳ ຫຼວດ ອິສຣາແອລ ສືບຕໍ່ຕາມລ່າຫາຜູ້ກ່ຽວ ຢ່າງຂະໜາດໃຫຍ່.

ການຍິງໂຈມຕີ ເກີດຂຶ້ນ ໃນວັນປີໃໝ່ ທ່າມກາງຄື້ນຟອງການໂຈມຕີຊາວ ອິສຣາແອລ ໂດຍ ຊາວ ປາແລັສໄຕນ໌ ແລະ ຫຼາຍມື້ຜ່ານມາຫຼັງຈາກຜູ້ນຳ ລັດອິສລາມ ໄດ້ຂົ່ມຂູ່ ອິສຣາແອລ ດ້ວຍຄວາມຮຸນແຮງ.

Israel Palestianians
please wait
Embed

No media source currently available

0:00 0:01:02 0:00

XS
SM
MD
LG