ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສຣາແອລ ຕາມລ່າຫາມືປືນ ທີ່ຍິງສັງຫານ ຢູ່ Tel Aviv


ຕຳຫຼວດອິສຣາແອລ​ ຢູ່ທີ່ບ່ອນເກີດເຫດ ຍິງສັງຫານ ໃນນະຄອນ Tel Aviv. (ວັນທີ​​ 1​ ມັງກອນ 20168
ຕຳຫຼວດອິສຣາແອລ​ ຢູ່ທີ່ບ່ອນເກີດເຫດ ຍິງສັງຫານ ໃນນະຄອນ Tel Aviv. (ວັນທີ​​ 1​ ມັງກອນ 20168

ຕຳຫຼວດອິສຣາ​ແອ​ລພວມ​ຊອກ​ຄົ້ນຫາ​ຜູ້​ຊາຍ​ທີ່​ໄດ້​ຍິງ​ປືນ​ເຂົ້າ
​ໃສ່​ຜູ້​ຄົນ​ຢູ່​ນອກ​ບາແຫ່ງ​ນຶ່ງ​ໃນ​ນະຄອນ Tel Aviv ຊຶ່ງ​ເຮັດ​ໃຫ້
​ມີ​ຜູ້​ເສຍ​ຊີວິດ 2 ຄົນ ​ແລະ​ໄດ້​ຮັບບາດ​ເຈັບ​ອີກ 3 ຄົນ.

ກ້ອງ​ວົງ​ຈອນ​ປິດ​ຂອງ​ຮ້ານ​ທີ່ຢູ່​ໃກ້​ຄຽງ​ໄດ້​ບັນທຶກ​ຮູບ​ພາບ​ຂອງ​
ມື​ປືນໜຸ່ມ​ນ້ອຍ​ທີ່​ໃສ່​ແວ່ນຕາຄົນ​ນີ້​ ຊຶ່ງຜູ້ກ່ຽວ​ມີຖົງ​ແບັກ​ແພັກ​ຢູ່​
ທາງ​ຫຼັງໄດ້​ທຳທ່າ​ຢຸດແບບ​ໃຈ​ເຢັນ.

ນອກ​ນັ້ນ​ແລ້ວ ຮູບ​ພາບ​ຍັງສະ​ແດງ​ໃຫ້​ເຫັນ​ວ່າ ມື​ປືນ​ໄດ້​ຍ່າງ​
ໄປ​ທາງ​ເຂົ້າຮ້ານໂດຍໄດ້​ນຳ​ເອົາ​ແບັກ​ແພັກ​ຂອງ​ລາວ​ໄປ​ວາງ​
ໃສ່​ລໍ້ແລ້ວ​ຫລັງ​ຈາກ​ນັ້ນກໍ​ດຶງ​ເອົາ​ປືນອອກ​ມາແລະ​ແລ່ນ​ອອກ​
ໄປ​ກາງ​ທາງບ່ອນ​ທີ່​ລາວ​ເລີ້ມຍິງ​ປືນ​ເຂົ້າ​ໃສ່​ຜູ້​ຄົນ. ຫຼັງຈາກ​ນັ້ນ
ມື​ປືນ​ກໍ​ແລ່ນ​ໜີ​ໄປ.

ອົງການ​ຂ່າວ​ເອພີລາ​ຍງານ​ວ່າ ຜູ້​ເປັນ​ພໍ່​ຂອງ​ມື​ປືນ​ຈື່​ລູກ​ຊາຍ​ຂອງ​ລາວ​ໄດ້​ຈາກ​ຮູບ​ວີ​ດີ​ໂອ
ຂອງ​ກ້ອງ​ວົງ​ຈອນ​ປິດ​ ທີ່ອອກ​ອາກາດທາງ​ຊ່ອງ 10 ຂອງ​ອິສຣາ​ແອ​ລ​ ​ແລະ​ແຈ້ງ​ໃຫ້​ເຈົ້າ​
ໜ້າ​ທີ່​ຊາບ.

ການ​ໂຈມ​ຕີ​ດັ່ງກ່າວ​ນີ້ມີ​ຂຶ້ນ​ໃນຂະນະ​ທີ່​ສົບ​ຂອງ​ຊາວ​ປາ​ແລ​ສ​ໄຕ​ນ໌ ​23 ຄົນທີ່​ຖືກຂ້າ​ຕາຍ
ໃນ​ລະຫວ່າງ​ການ​ໂຈມ​ຕີ​ຊາວ​ອິສຣາ​ແອ​ລ ເມື່ອ​ບໍ່​ດົນ​ມານີ້ ໄດ້​ຖືກ​ມອບ​ໃຫ້ຊາວ​ປາ​ແລ​ສ
​ໄຕ​ນ໌​ໃນ​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍ​ແດັນໃນ​ອັນ​ທີ່​ປາກົດ​ວ່າເປັນຄວາມ​ພະຍາຍາມ
​ເພື່ອ​ຫາ​ທາງ​ລົດຜ່ອນ​ຄວາມ​ເຄັ່ງ​ຕຶງ​ລົງ.

​ໂຄສົກ​ຄົນ​ນຶ່ງ​ຂອງ​ກອງທັບ​ອິສຣາ​ແອ​ລ​ແລະ​ແຫ​ຼ່ງຂ່າວ​ທາງ​ການ​ແພດ​ຂອງ​ປາ​ແລ​ສ​ໄຕ​ນ໌
ໃຫ້ການ​ຢືນຢັນ​ໃນ​ວັນ​ສຸກ​ວານ​ນີ້ວ່າ ການ​ມອບ​ສົບ​ດັ່ງກ່າວ​ນີ້​ໄດ້​ເສັດສິ້ນ​ໄປແລ້ວ.

ອິສຣາ​ແອ​ລບໍ່​ໄດ້ມອບ​ສົບ​ຜູ້​ໂຈມ​ຕີ​ທີ່​ເສຍ​ຊີວິດ​ຄືນ​ໃຫ້ ​ໃນ​ທັນທີ​ສະ​ເໝີ​ໄປ.

Israel Palestinians
please wait
Embed

No media source currently available

0:00 0:01:01 0:00

XS
SM
MD
LG