ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ອິສຣາແອລ ເລີ້ມໂຈມຕີທາງ​ອາ​ກາດ ໃສ່ເຂດກາຊາ ແລະປະເທດເລບານອນ


ທະການຂອງກອງທັບເລບານອນຜູ້ນຶ່ງ ໂດດລົງຈາກລົດທະການ ໃນເມືອງ ອາລ ກູເລລະ (Al Qulaylah), ລຸນຫຼັງການໂຈມຕີທາງອາກາດຂອງອິສຣາແອລ, ໃນພາກໃຕ້ຂອງເລບານອນ, ວັນທີ 7 ເມສາ 2023.
ທະການຂອງກອງທັບເລບານອນຜູ້ນຶ່ງ ໂດດລົງຈາກລົດທະການ ໃນເມືອງ ອາລ ກູເລລະ (Al Qulaylah), ລຸນຫຼັງການໂຈມຕີທາງອາກາດຂອງອິສຣາແອລ, ໃນພາກໃຕ້ຂອງເລບານອນ, ວັນທີ 7 ເມສາ 2023.

ອິສຣາແອລ ໄດ້ເປີດ​ສາກໂຈມຕີທາງອາກາດຕໍ່ເຂດກາຊາ ແລະປະເທດເລບານອນ ໃນຕອນເຊົ້າຂອງວັນສຸກມື້ນີ້ ເພື່ອຕອບໂຕ້ຕໍ່ການ​ຍິງຈະຫຼວດໃສ່ອິສຣາແອລ, ເຊິ່ງລັດຖະບານ ໄດ້ຖິ້ມໂທດໃສ່ກຸ່ມອິສລາມຫົວຮຸນແຮງຮາມາສ.

ສຽງລະເບີດ ໄດ້ດັງກ້ອງໄປ​ເຖິງບາງສ່ວນຂອງເຂດກາຊາ ໃນຂະນະທີ່ເຮືອບິນລົບຂອງອິສຣາແອລ ໄດ້ໂຈມຕີໃສ່ໃນອັນທີ່​ທາງກອງທັບກ່າວວ່າ ເປັນອຸໂມງ ແລະໂຮງງານຜະລິດອາວຸດຂອງກຸ່ມຮາມາສ.

ກອງທັບຂອງອິສຣາແອລກ່າວວ່າ ພວກເຂົາຍັງ​ໄດ້​ແນເປົ້າໝາຍໃສ່ຄ້າຍ ຂອງກຸ່ມຮາມາສ ໃນ​ພາກໃຕ້ຂອງປະເທດເລບານອນ ເຊິ່ງການໂຈມ​ຕີໄດ້ເລີ້ມຂຶ້ນໃນວັນສຸກມື້ນີ້. ສະຖານີໂທລະພາບຂອງເລບານອນກ່າວວ່າ ມີການລະເບີດຂຶ້ນຢູ່ໃນເມືອງທາຍເອີ (Tyre) ເຊິ່ງເປັນເມືອງທ່າທີ່ຕັ້ງຢູ່ທາງທິດໃຕ້ຂອງປະເທດ.

ປັດຈຸບັນ, ຄວາມເຄັ່ງຕຶງໄດ້ເພີ້ມທະວີຂຶ້ນຢູ່ໃນພູມິພາກດັ່ງກ່າວນີ້ ລຸນຫຼັງການປະທະກັນລະຫວ່າງເຈົ້າໜ້າທີ່ຕໍາຫຼວດຂອງອິສຣາແອລແລະຊາວປາແລັສໄຕນ໌ ຢູ່ໃນວັດອິສລາມ ອາລ ອັກ-ສາ ໃນນະຄອນເຈຣູຊາແລັມ ເຊິ່ງເປັນສະຖານທີ່ສັກສິດແຫ່ງທີສາມ ຂອງສາສະໜາອິສລາມ.

ໃນວັນພະຫັດວານນີ້, ລັດຖະບານອິສຣາແອລກ່າວວ່າ ມີການໂຈມຕີດ້ວຍລູກຈະຫຼວດຫຼາຍສິບລູກ ຈາກດິນແດນຂອງເລບານອນ ເຂົ້າໄປໃສ່ປະເທດອິສຣາແອລ.

ນາຍົກລັດຖະມົນຕີຂອງອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ ກ່າວໃນວັນສຸກນີ້ວ່າ “ເປັນການຕອບໂຕ້ຂອງອິສຣາແອລ, ໃນຄໍ່າຄືນນີ້ ແລະໃນອະນາຄົດຂ້າງໜ້າ ຈະຕ້ອງໄດ້ຮັບການ​ຕອບ​ໂຕ້ຢ່າງໜັກ​ຄື​ກັນ​ນີ້.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG