ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ISRAEL ຈະສືບສວນເອງ ກ່ຽວກັບການບຸກກຳປັ່ນ


ISRAEL ກ່າວວ່າ ຕົນຈະທຳ ການສືບສວນພາຍໃນ ກ່ຽວກັບການບຸກ ຂອງໜ່ວຍກ້າຕາຍ ຂຶ້ນໄປເທິງກຳປັ່ນ ທີ່ຂົນການຊ່ອຍເຫຼືອ ໄປຍັງເຂດກາຊາ ໃນສັບປະດາແລ້ວ.

ລັດຖະມົນຕີ ປ້ອງກັນປະເທດ ISRAEL ທ່ານ EHUD BARAK ກ່າວຕໍ່ ສະພາແຫ່ງຊາດວ່າ ການສືບສວນ ທີ່ວ່ານີ້ ແມ່ນເພື່ອກຳໜົດວ່າ ການບຸກຂອງ ISRAEL ຂຶ້ນໄປເທິງກຳປັ່ນ MAVI MARMARA ແລະການປິດລ້ອມ ຕໍ່ເຂດກາຊາ ຂອງຕົນນັ້ນ ແມ່ນສອດຄ່ອງ ກັບກົດໝາຍນາໆຊາດຫຼືບໍ່. ທ່ານເວົ້າວ່າ ເຈົ້າໜ້າທີ່ ISRAEL ຈະເປັນຜູ້ສະຫລຸບ ກ່ຽວກັບເລື່ອງ ທີ່ພົວພັນກັບ ການເມືອງ ແລະ ຄວາມໝັ້ນຄົງ.

ໃນມື້ວັນອາທິດ ຜ່ານມານີ້ ISRAEL ໄດ້ປະຕິເສດ ຕໍ່ຂໍ້ສະເໜີ ຂອງເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານ BAN KI MOON ທີ່ຈະສ້າງຕັ້ງ ຄະນະກຳມາທິການ ນາໆຊາດຂຶ້ນ ເພື່ອສືບສວນ ກ່ຽວກັບເລື່ອງນີ້. ນາຍົກລັດຖະມົນຕີ ISRAEL ທ່ານ BENJAMIN NETANYAHU ກ່າວວ່າ ການສືບສວນ ຄົ້ນຫາຄວາມຈິງ ໃດໆກໍຕາມ ແມ່ນຈຳເປັນຕ້ອງ ໄດ້ດຳເນີນ​ໄປ ແບບມີຄວາມຮັບຜິດຊອບ ແລະບໍ່ເຂົ້າຂ້າງອອກຂາ.

XS
SM
MD
LG