ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ອິສະຣາແອລ ຢຶດກຳປັ່ນ ອີກລຳນຶ່ງ


ກຳປັ່ນທະຫານ ລຳນຶ່ງ ຂອງອິສະຣາແອລ ໄປເຖິງ ທ່າກຳປັ່ນ Ashdod ຂອງກອງທັບເຮືອ ໃນພາກໃຕ້ ອິສະຣາແອລ (5 ມິຖຸນາ 2010)
ກຳປັ່ນທະຫານ ລຳນຶ່ງ ຂອງອິສະຣາແອລ ໄປເຖິງ ທ່າກຳປັ່ນ Ashdod ຂອງກອງທັບເຮືອ ໃນພາກໃຕ້ ອິສະຣາແອລ (5 ມິຖຸນາ 2010)

ກຳລັງ ອິສະຣາແອລ ໄດ້ຂຶ້ນໄປ ເທິງກຳປັ່ນລຳນຶ່ງ ທີ່ພວມລຳລຽງ ການຊ່ອຍເຫຼືອ ໄປຍັງເຂດກາຊາ ຫຼັງຈາກ ກຳປັ່ນລຳດັ່ງກ່າວ ບໍ່ໄດ້ເອົາຫົວຊາ ຕໍ່ຄຳເຕືອນ ໃຫ້ປ່ຽນທິດທາງ ຂອງອິສະຣາແອລ.

ກອງທັບ ອິສະຣາແອລ ກ່າວວ່າ ພວກນັກເຄື່ອນໄຫວ ນິຍົມປາແລສໄຕນ໌ ຢູ່ເທິງກຳປັ່ນ RACHEL CORRIE ຂອງໄອແລນ ບໍ່ໄດ້ທຳການຂັດຂືນ ແຕ່ປະການໃດ ເວລາທະຫານ ອິສະຣາແອລ ເຂົ້າຢຶດເອົາ ກຳປັ່ນ ໃນວັນເສົາມື້ນີ້.

ກຳປັ່ນລຳນີ້ ບັນທຸກ ການຊ່ອຍເຫຼືອ ໜັກ 20 ໂຕນ ແລະ ພວກນັກເຄື່ອນໄຫວ ທີ່ຢູ່ເທິງກຳປັ່ນ ແມ່ນຮວມທັງ ຜູ້ທີ່ເຄີຍ ໄດ້ຮັບລາງວັນໂນແບລ ຂະແໜງສັນຕິພາບ ຄົນນຶ່ງ. ນາຍົກລັດຖະມົນຕີ ອິສະຣາແອລ ທ່ານເບັນຈາມິນ ເນຕັນຢາຮູ ໄດ້ມີຄຳສັ່ງ ໃຫ້ກຳລັງ ອິສະຣາແອລ ບໍ່ໃຫ້ທຳຮ້າຍ ພວກນັກເຄື່ອນໄຫວ.

ອິສະຣາແອລ ໄດ້ສັ່ງໃຫ້ ກຳປັ່ນລຳນີ້ ໄປຈອດທີ່ ເມືອງທ່າ ASHDOD ໃນພາກໃຕ້ ອິສະຣາແອລ ບ່ອນທີ່ ການຊ່ອຍເຫຼືອຕ່າງໆ ສາມາດໄດ້ຮັບ ການກວດກາ ຈາກເຈົ້າໜ້າທີ່ ສະຫະປະຊາຊາດ ແລະເຈົ້າໜ້າທີ່ ໄອແລນ ຫລັງຈາກນັ້ນ ກໍສົ່ງຕໍ່ ໄປຍັງເຂດກາຊາ.

ນີ້ແມ່ນ ການພະຍາຍາມ ເທື່ອທີ 2 ພາຍໃນນຶ່ງອາທິດ ທີ່ຂະບວນການ ກາຊາອິສະລະ ໄດ້ຈັດສົ່ງ ການຊ່ອຍເຫລືອ ໄປຍັງເຂດກາຊາ. ໃນມື້ວັນຈັນ ຜ່ານມາ ຊາວເຕີກກີ 8 ຄົນ ແລະຊາວອະເມຣິກັນ ເຊື້ອສາຍເຕີກກີຄົນນຶ່ງ ໄດ້ເສຍຊີວິດ ຫຼັງຈາກ ໜ່ວຍກ້າຕາຍ ອິສະຣາແອລ ບຸກຂຶ້ນໄປ ເທິງກຳປ່ັນ ລຳລຽງການຊ່ອຍເຫຼືອ.

XS
SM
MD
LG