ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ພວກນັກເຄື່ອນໄຫວເດີນທາງ ໄປເຖິງເຕີກກີແລ້ວ


ພວກນັກເຄື່ອນໄຫວ ນິຍົມປາແລສໄຕນ໌ ຈຳນວນຫຼາຍຮ້ອຍ ຄົນທີ່ຖືກຈັບໃນລະຫວ່າງການ ບຸກເຂົ້າໄປກວດຄົ້ນ ແບບນອງເລືອດ ຝູງກຳປັ່ນ ທີ່ຂົນການຊ່ອຍເຫຼືອ ໄປຍັງເຂດກາຊານັ້ນ ໄດ້ເດີນທາງ ກັບຄືນປະເທດເຕີກກີ ແລະຖືກຕ້ອນຮັບ ແບບວິລະຊົນ ຫຼັງຈາກອິສະຣາແອລ ໄດ້ເນລະເທດ ພວກເຂົາເຈົ້າ.

ຮອງນາຍົກ ລັດຖະມົນຕີເຕີກກີ ທ່ານ BULENT ARINC ແລະສະມາຊິກ ສະພາແຫ່ງ ຊາດຂອງເຕີກກີ ຈຳນວນນຶ່ງ ໄດ້ໄປຮ່ວມ ກັບພວກ ສະໜັບສະໜຸນ ໃຫ້ການຕ້ອນຮັບ ພວກນັກເຄື່ອນໄຫວ ຂະນະທີ່ພວກເຂົາເຈົ້າ ເດີນທາງໄປຮອດ ນະຄອນອິສຕັນບູລ ໃນ ຕອນເຊົ້າ ຂອງວັນພະຫັດມື້ນີ້.

ກຳລັງຂອງ ອິສະຣາແອລ ໄດ້ສັງຫານ ພວກນັກເຄື່ອນໄຫວ ຢ່າງນ້ອຍ 9 ຄົນ ໃນຕອນ ເຊົ້າ ຂອງມື້ວັນຈັນແລ້ວ ຫຼັງຈາກ ໄດ້ຂຶ້ນໄປເທິງກຳປັ່ນ ຂອງເຕີກກີ ທີ່ນຳພາ ຂະບວນເຮືອ ຂົນການຊ່ອຍເຫຼືອ ໄປຍັງເຂດກາຊາ. ສື່ມວນຊົນ ຂອງເຕີກກີ ລາຍງານວ່າ ບຸກຄົນທັງ 9 ຊຶ່ງ 8 ຄົນ ໃນຈຳນວນດັ່ງກ່າວ ເປັນຊາວເຕີກກີ ແລະອີກຄົນນຶ່ງ ເປັນຄົນສັນຊາດ ອະເມ ຣິກັນ ເຊື້ອສາຍເຕີກກີນັ້ນ ໄດ້ເສຍຊີວິດ ຍ້ອນຖືກຍິງ.

ອິສະຣາແອລ ກ່າວວ່າ ໜ່ວຍກ້າຕາຍ ຂອງຕົນ ໄດ້ເລີ້ມຍິງ ຫຼັງຈາກ ຖືກໂຈມຕີ. ພວກນັກເຄື່ອນໄຫວ ທີ່ເດີນທາງ ກັບຄືນໄປເຕີກກີ ຍອມຮັບວ່າ ໄດ້ສູ້ລົບ ກັບທະຫານ ອິສະຣາແອລແທ້ ແຕ່ຢືນຢັດວ່າ ຕົນເປັນຝ່າຍ ປ້ອງກັນໂຕ.

ຂະບວນເຮືອ ຂອງນາໆຊາດ ໄດ້ພະຍາຍາມ ທີ່ຈະນຳເອົາ ການຊ່ອຍເຫຼືອຕ່າງໆ 10 ພັນໂຕນ ໄປຍັງເຂດກາຊາ ຊຶ່ງເປັນການຝ່າຝືນ ຕໍ່ການປິດລ້ອມ ເປັນເວລາ 3 ປີ ຕໍ່ເຂດດັ່ງກ່າວ ຂອງອິສະຣາແອລ.

XS
SM
MD
LG