ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສຣາ​ແອ​ລ ພະຍາຍາມ ຟື້ນຟູ ​ມິດຕະພາບ ​ກັບ​ປະຊາຊົນ​ອີຣ່ານ ແຕ່ຕ້ອງຕິ ຜູ້ນໍາປະເທດ


ທ່ານ​ນາຍົກລັດຖະມົນຕີເບັນ​ຈາ​ມິນ ​ເນ​ຕັນ​ຢາ​ຮູຂອງ​ອິສຣາ​ແອ​ລ (ກາງ) ໄປເຖິງຫ້ອງປະຊຸມພະນັກຢູ່ຫ້ອງການປະຊຸມສໍານັກງານນາຍົກ ກັບທ່ານຕາຊິ ແບຣບເວີແມັນ (Tzachi Braverman) (ຊ້າຍ) ຢູ່ນະຄອນຫລວງເຈຣູຊາແລມ ໃນວັນທີ 29 ເມສາ 2018.
ທ່ານ​ນາຍົກລັດຖະມົນຕີເບັນ​ຈາ​ມິນ ​ເນ​ຕັນ​ຢາ​ຮູຂອງ​ອິສຣາ​ແອ​ລ (ກາງ) ໄປເຖິງຫ້ອງປະຊຸມພະນັກຢູ່ຫ້ອງການປະຊຸມສໍານັກງານນາຍົກ ກັບທ່ານຕາຊິ ແບຣບເວີແມັນ (Tzachi Braverman) (ຊ້າຍ) ຢູ່ນະຄອນຫລວງເຈຣູຊາແລມ ໃນວັນທີ 29 ເມສາ 2018.

ທ່ານ​ນາຍົກລັດຖະມົນຕີເບັນ​ຈາ​ມິນ ​ເນ​ຕັນ​ຢາ​ຮູ (Benjamin Netanyahu) ຂອງອິສ
ຣາແອ​ລ ​ໄດ້​ເອົາ​ວີ​ດິ​ໂອ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ​ທ່ານ​ໄດ້​ສັນລະ​ເສີນ​ຊາວອີຣ່ານລົງໃສ່​ໃນ
ທວີ​ດ​ເຕີ​ໃນຄວາມ​ພະຍາຍາມ​ຄັ້ງຫລ້າ​ສຸດຂອງ​ທ່ານ ​ເພື່ອ​ຈະ​ຟື້ນຟູ​ມິດຕະພາບທີ່​ເປັນປະ
ຫວັດ​ການ ​ກັບ​ປະຊາຊົນ​ອີຣ່ານ ​ໃນຂະ​ນະທີ່​ທ່ານ​ໄດ້​ທ້າ​ທາຍ ​ແລະ​ຕໍາໜິຕິຕຽນພວກ​
ກໍາ​ອໍານາດປົກຄອງທີ່​ນັບຖື​ສາດສະໜາອິສລາມ ຂອງ​ພວກ​ເຂົາ​ເຈົ້າຢູ່​ນັ້ນ.

ວີ​ດິ​ໂອ​ສາກ​ນຶ່ງ​ທີ່​ມີ​ຄວາມ​ຍາວ 80 ວິນາທີ ທີ່​ໄດ້​ນຳອອກເຜີຍແຜ່ໂດຍຕາໜ່າງສື່ສັງຄົມ
ຂອງສໍານັກງານ​ນາຍົກລັດຖະມົນຕີ​ອິສຣາ​ແອ​ລ ​ໃນ​ວັນ​ພະຫັດ​ວານ​ນີ້ນັ້ນສະ​ແດງໃຫ້
​ເຫັນ​ວ່າ ທ່ານ​ເນ​ຕັນ​ຢາ​ຮູ​ເວົ້າວ່າຊາວ​ອີຣ່ານ​ແມ່ນປະຊາຊົນຈຸ​ນຶ່ງທີ່ "ມີ​ພອນ​ສະຫວັນ ​
ແລະ​ມີ​ຜົນ​ສໍາ​ເລັດ​ຫລາຍ​ທີ່​ສຸດ" ຢູ່​ໃນ​ໂລກ (ເບິ່ງວິດີໂອຢູ່: https://twitter.com/israelipm_farsi/status/1002207255465521152 )

Israel Prime Minister's Video-Iranians
please wait

No media source currently available

0:00 0:00:45 0:00

ທ່ານ​ກ່າວ​ຕໍ່​ໄປ​ ໂດຍ​ໄດ້​ເລົ່າ​ເຖິງ​ບໍລິສັດ​ໃຫຍ່ໆ ຂອງ​ສະຫະລັດທີ່ຖືກ​ສ້າງຕັ້ງຂຶ້ນ​ແລະ​ນໍາ
ພາ​ໂດຍ​ນັກ​ປະກອບ​ການ​ທີ່​ມີ​ເຊື້ອສາຍ​ອີຣ່ານ ຊຶ່ງ​ໃນ​ນັ້ນ​ລວມມີ Uber, eBay ​ແລະ Dropbox,
​ແລະ​ທ່ານກໍ​ຖາມ​ວ່າ ​ເປັນ​ຫຍັງ​ອີຣ່ານຈຶ່ງ​ມາ "ທຸກ​ຈົນ" ​ແທ້ ໃນ​ເມື່ອປະຊາຊົນ​ໃນ​ປະເທດ
ມີພອນ​ສະຫວັນຫຼາຍປານ​ນັ້ນ.

ທ່ານ​ເວົ້າວ່າ "ຄໍາ​ຕອບແມ່ນ​ມີ​ແຕ່​ສອງ​ຄໍາ​ ນັ້ນກໍ​ຄື ລະບອບ ການປົກຄອງ," "ຜູ້​ປົກຄອງ​
ແບບ​ຜະ​ເດັດ​ການ​ຂອງ​ອີຣ່ານ​ໄດ້​ປຸ້ນ​ເອົາ​ຊັບ​ສິນ​ຂອງ​ປະ​ເທດ ​ແລະ​ກໍ​ຫັນ​ເອົາ​ເງິນ​ເປັນ​
ຫລາຍ​ສິບ​ຕື້​ໂດ​ລາ ​ເຂົ້າ​ໄປ​ໃຊ້​ໃນ​ໂຄງການ​ນິວ​ເຄລຍຂອງ​ພວກ​ເຂົາ ​ເພື່ອແຜ່​ກະຈາຍ
ການ​ເຄື່ອນ​ໄຫວ​ກໍ່ການ​ຮ້າຍ​ໄປ​ທົ່ວ​ໂລກ (​ແລະ) ​ແຜ່ຂະຫຍາຍການຮຸກ​ຮານ​ຂອງພວກ​
ເຂົາ​ໄປ​ທົ່ວ​ພາກ​ຕາ​ເວັນ​ອອກ​ກາງ."

ສ່ວນອີຣ່ານ​ກໍໄດ້​ປະຕິ​ເສດຕໍ່ການ​ກ່າວ​ຫາ​ຂອງ​ອິສຣາ​ແອ​ລທີ່​ເວົ້າວ່າ ຕົນ​ຫາ​ທາງ​ພັດທະ
ນາອາວຸດນີວ​ເຄລຍ ​ແລະ​ກ່າວຕື່ມວ່າ ປະ​ເທດ​ຕົນ​ຕົກ​ເປັນ​ຜູ້​ໄດ້​ຮັບ​ເຄາະ​ ບໍ່​ແມ່ນ​ເປັນ
ຜູ້ກໍ່​ໃຫ້​ເກີດ​ການກໍ່ການ​ຮ້າຍ​ຢູ່​ໃນ​ຂົງ​ເຂດດັ່ງກ່າວ.

ທ່ານ ​ເນ​ຕັນ​ຢາ​ຮູ ​ໃນ​ຄັ້ງກ່ອນ​ນັ້ນ​ໄດ້​ເອົາ​ວີ​ດິ​ໂອທີ່​ສົ່ງ​ຂໍ້ຄວາມ​ເຖິງ​ປະຊາຊົນ​ອີຣ່ານ​ໃນ​
ວັນ​ທີ 1 ມັງກອນ​ຜ່ານ​ມາ(ເບິ່ງວິດີໂອຢູ່: https://twitter.com/israelipm_farsi/status/947864491475206144 ) ຊຶ່ງ​ທ່ານ​ເວົ້າວ່າ ທ່ານ​ຂໍ​ອວຍພອນ​ໃຫ້​ພວກ​ເຂົາ
​ເຈົ້າ "ປະສົບ​ຜົນ​ສໍາ​ເລັດ​ໃນ​ການ​ຊອກ​ຫາ​ອິດສະຫລະພາບ​ທີ່​ສູງ​ສົ່ງຂອງ​ພວກ​ເຂົາ​ເຈົ້າ."
ທ່ານ​ໄດ້​ອ້າງ​ອີງ​ເຖີງ ການ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ ທີ່ໄດ້​ເກີດ​ຂຶ້ນ​ໃນ​ຕົວ​ເມືອງ​ຕ່າງໆ
ຢູ່​ທົ່ວ​ອີຣ່ານ​ໃນ​ເດືອນ​ທັນວາ​ທີ່​ຜ່ານ​ມາ ຊຶ່ງເປັນ​ການ​ທ້າ​ທາຍ​ທີ່​ເກີດ​ຂຶ້ນຢູ່​ພາຍ​ໃນປະ
ເທດທີ່ໃຫຍ່ທີ່ສຸດຕໍ່ການ​ນໍາພາ​ຂອງ​ພວກນັກສອນ​ສາດສະໜາອິສລາມ​ໃນ​ຮອບ​ຫລາຍ​ປີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG